ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ ແລະວິທະຍຸຊາວໜຸ່ມລາວປະຖົມນິເທດງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022

2022-06-07 15:09:23 ​ຊີ​ອາ​ໄອ



ວິທະຍຸສາກົນແຫ່ງປະເທດຈີນ(CRI)ປະຈຳລາວແລະວິທະຍຸຊາວໜຸ່ມລາວໄດ້ຈັດລາຍການປະຖົມນິເທດອອນລາຍຂອງງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ໃຫ້ແກ່ຜູ້ທີ່ຜ່ານເຂົ້າຮອບຄັດເລືອກ 100 ຄົນ ເມື່ອໃນວັນທີ 18 ມີນານີ້ໂດຍມີ ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈໍາລາວ ແລະທ່ານ ບຸນເຮັງ ສຸດທິຈັກ ອໍານວຍການວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່ຮ່ວມກັນເປັນປະທານ.

ງານປະຖົມນິເທດຄັ້ງນີ້ ເປັນການເປີດສາກໃຫ້ແກ່ງານແຂ່ງຂັນເວົ້າຄັ້ງນີ້ຢ່າງເປັນທາງການເຊິ່ງໄດ້ຜ່ານການ ແນະນໍາຈຸດປະສົງຫົວຂໍ້ການແຂ່ງຂັນວາລະຂັ້ນຕອນການຝຶກຊ້ອມວິທີການແຂ່ງຂັນ ແລະອື່ນໆໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຄວາມໝາຍຂອງການຈັດງານການກຽມຕົວເຂົ້າຮ່ວມກິດຈະກຳຢ່າງເຕັມທີ່ ເພື່ອກ້າວສູ່ຂັ້ນຕອນຮອບຊີງຊະນະເລີດໃນຂັ້ນສຸດທ້າຍ.

ພາຍຫຼັງສໍາເລັດການປະຖົມນິເທດຜູ້ຜ່ານເຂົ້າຮອບຄັດເລືອກ 100 ຄົນນີ້ຈະຖືກແບ່ງເປັນ 4 ທີມແລະຈະມີ ຄູຝຶກ 4 ທ່ານທີ່ມີຊື່ສຽງລະດັບແຖວໜ້າປະເທດລາວເປັນຜູ້ນຳພາ ແລະ ຖ່າຍທອດບົດຮຽນທັກສະການເວົ້າ ແລະຄວາມຮູ້ພື້ນຖານຕ່າງໆ ຈົນກວ່າເຂົ້າຮອບຊິງຊະນະເລີດ.ຕະຫຼອດງານໄດ້ມີການສົ່ງຄວາມຮູ້ ແລະແລກປ່ຽນບົດຮຽນກັນຢ່າງຄຶກຄື້ນມ່ວນຊື່ນ.

ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມຄັ້ງນີ້ ໄດ້ວາງລາງວັນຊະນະເລີດ 1 ລາງວັນລາງວັນທີ 2 ມີ 1 ລາງວັນລາງວັນທີ 3 ມີ 1 ລາງວັນ ແລະລາງວັນຊົມເຊີຍ 7 ລາງວັນລວມມູນຄ່າທັງໝົດ 73 ລ້ານກວ່າກີບ. ເຊິ່ງເປີດຮັບສະໝັກຕັ້ງແຕ່ວັນທີ 20 ມັງກອນເຖິງ 5 ມີນາ 2022, ມີຜູ້ເຂົ້າສະໝັກທັງໝົດ 378 ຄົນຄັດເລືອກຮອບທໍາອິດເຫຼືອ 100.