ນາຍົກອົດສະຕຣາລີຢືນຢັນຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ G20 ທີ່ອິນໂດເນເຊຍ

2022-06-07 17:03:25 cri

ທ່ານອັນໂຕນີ ອານບານິສ ນາຍົກລັດຖະມົນຕີອົສຕຣາລີຄົນໃໝ່ທີ່ກຳລັງຢ້ຽມຢາມອິນໂດເນເຊຍ ໄດ້ຢືນຢັນວ່າ: ຕົນຈະເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳກຸ່ມ G20 ທີ່ຈະຈັດຂຶ້ນຢູ່ອິນໂດເນເຊຍໃນເດືອນພະຈິກປີນີ້. ຂໍ້ຕົກລົງນີ້ແມ່ນຕ່າງກັນກັບຫຼັກໝັ້ນຂອງທ່ານສະກັອດ ໂມຣີສັນ ອະດີດນາຍົກລັດຖະມົນຕີອົສຕຣາລີ.

ທ່ານໂມຣີສັນເຄີຍກ່າວວ່າ: ຖ້າວ່າຣັດເຊຍເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ G20, ຕົນອາດຈະຄັດຄ້ານກອງປະຊຸມດັ່ງກ່າວ. ນອກນີ້, ອາເມຣິກາ ແລະປະເທດພັນທະມິດຂອງອາເມຣິກາ ກໍໄດ້ເພີ່ມຄວາມກົດດັນໃຫ້ກັບອິນໂດເນເຊຍ ທີ່ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດກຸ່ມ G20 ເພື່ອບໍ່ໃຫ້ທ່ານວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

ຫຼັງຈາກພົບປະກັບທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດຍເນເຊຍໃນວັນທີ 6 ມິຖຸນານີ້, ທ່ານ ອັນໂຕນີ ອານບານິສ ກ່າວວ່າ: ປັດຈຸບັນ, ເສດຖະກິດໂລກແມ່ນເຕັມໄປດ້ວຍຄວາມບໍ່ແນ່ນອນ, ສະນັ້ນ, ວຽກງານຂອງກຸ່ມ G20 ຈຶ່ງມີຄວາມສຳຄັນທີ່ສຸດ; ຜ່ານການຮ່ວມມືກັບອິນໂດເນເຊຍ, ພວກເຮົາຈະສາມາດຮັບມືກັບສິ່ງທ້າທາຍຕ່າງໆໃນການຟື້ນຟູເສດຖະກິດໂລກຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.