ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ໃນຮອບຮອງຊະນະເລີດ

2022-06-07 15:17:38 ​ຊີ​ອາ​ໄອ

ວັນທີ 2 ມິຖຸນາ, ຄະນະຈັດງານໄດ້ດໍາເນີນການແຂ່ງຂັນທາງໄກໃນຮອບຮອງຊະນະເລີດ ແລະຈະເລືອກເອົາສຸດຍອດຫົວກະທິ 10 ຄົນສຸດທ້າຍ ຫຼັງຈາກນັ້ນ, ຄະນະຈັດງານຈະດໍາເນີນການແຂ່ງຂັນຮອບຊິງຊະນະເລີດ. ມາລຸ້ນນໍາກັນວ່າຜູ້ເກັ່ງທ່ານໃດຈະໄດ້ຮັບລາງວັນໄປທ່ຽວປະເທດຈີນ.(ພາຍຫຼັງປະເທດຈີນເປີດປະເທດຢ່າງເປັນທາງການ).

ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ໃນຮອບຮອງຊະນະເລີດມີທັງໝົດ 24 ຄົນ ຄົນ (ຍິງ11ຄົນ) ພ້ອມດ້ວຍຄະນະກໍາມະການຕັດສິນຈໍານວນ 5 ທ່ານທີ່ມາຈາກຫຼາຍພາກສ່ວນ. ຜູ້ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້, ທຸກຄົນຍັງໄດ້ຕອບຄໍາຖາມຫົວຂໍ້ຫຼັກຄື ບາກບັັ່ນສູ້ຊົນແມ່ນພື້ນຖານຂອງຊາວໜຸ່ມພ້ອມທັງໄດ້ຕອບຄໍາຖາມຕາມການຈົກສະຫຼາກຂອງພິທີກອນໃນຫົວຂໍ້ປິ່ນອ້ອມຕ່າງໆ ເຊັ່ນການຮ່ວມມືລາວຈີນ, ການພັດທະນາປະເທດ, ການໃຊ້ຊີວິດ, ວັດທະນະທໍາ... ຖືໄດ້ວ່າເປັນອີກເວທີໜຶ່ງທີ່ຜູ້ເຂົ້າແຂ່ງຂັນຕ້ອງໄດ້ຕອບຄໍາຖາມທີ່ຄາດບໍ່ເຖິງ ແລະໂຕ້ວາທີກັນຢ່າງດຸເດືອດ, ທັງຕື່ນເຕັ້ນ ພ້ອມທັງມ່ວນຊື່ນຄຶກຄື້ນຕະຫຼອດການແຂ່ງຂັນ. ຜູ້ໃດຈະຜ່ານຄວາມກົດດັນໃນຄັ້ງນີ້ໄປໄດ້ ແລະກ້າວສູ່ຮອບຊິງຊະນະເລີດ.

ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຈັດຂຶ້ນໂດຍສູນອາຊີອາຟຣິກາຂອງສະຖານີວິທະຍຸໂທລະພາບສູນກາງຈີນ ແລະສູນກາງຊາວໜຸ່ມ ປປ ລາວ ໂດຍມອບໝາຍໃຫ້ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈຳລາວ ແລະວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່ ຮວ່ມກັນຈັດຕັ້ງປະຕິບັດ,ແນໃສ່ເພື່ອສົ່ງເສີມໃຫ້ຊາວໜຸ່ມລາວໃນທົ່ວປະເທດ ທີ່ມີອາຍຸແຕ່ 18-35 ປີ ໄດ້ຖ່າຍທອດຄວາມຄິດ, ຄວາມຝັນ ແລະຄວາມປາຖະໜາ ພ້ອມທັງເປັນເວທີທີ່ສະໜອງໂອກາດຝຶກຝົນ ແລະທົດສອບທັກສະກ່ຽວກັບການເວົ້າຕໍ່ໜ້າມວນຊົນ.

ຂໍເຊີນຊວນຕິດຕາມຂໍ້ມູນການແຂ່ງຂັນໃນຮອບຕໍ່ໄປ ຜ່ານວິທະຍຸ CRI ແລະວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່ ຫຼືເພກ CRI-FM93 ແລະເພກ Lao Youth Radio FM 90.0 Mhz.