ຄັດເລືອກໄດ້ແລ້ວ 100ຄົນທີ່ຈະເຂົ້າຝຶກອົບຮົມກ່ອນແຂ່ງຂັນເວົ້າ

2022-06-07 15:04:52 ​ຊີ​ອາ​ໄອ


 


ຜ່ານການເປີດຮັບສະໝັກງານແຂ່ງຂັນເວົ້າສໍາລັບຊາວໜຸ່ມຕັ້ງແຕ່ວັນທີ 20 ມັງກອນເຖິງ 5 ມີນາ 2022 ພາຍໃຕ້ຫົວຂໍ້ : ພະລັງຊາວໜຸ່ມເພື່ອການພັດທະນາ ສາມາດສະຫຼຸບໄດ້ວ່າມີຄົນເຂົ້າຮ່ວມຫຼາຍເຖິງ 378ຄົນ ແລະຜ່ານການຄັດເລືອກໄດ້ 100ຄົນ. ໃນນີ້, ຜູ້ຜ່ານການຄັດເລືອກຈະຕ້ອງໄດ້ຮັບການອົບຮົມຂັ້ນພື້ນຖານໃນງານປະຖົມນິເທດທີ່ຈະຈັດຂຶ້ນໃນວັນທີ 18 ມີນານີ້ ໃນຮູບແບບອອນລາຍ ເພື່ອເປັນການປະຕິບັດຕາມມາດຕະການປ້ອງກັນ ແລະຫຼຸດຜ່ອນການແຜ່ລະບາດຂອງໂຄວິດ-19.

ຄະນະຮັບຜິດຊອບຈັດງານຄັ້ງນີ້ລາຍງານໃຫ້ຮູ້ວ່າ:ຈຸດປະສົງຂອງງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ແມ່ນເພື່ອສ້າງໃຫ້ຊາວໜຸ່ມລາວມີຄວາມໝັ້ນໃຈ, ກ້າສະແດງອອກ, ພ້ອມທັງສົ່ງເສີມໃຫ້ສຽງຂອງຊາວໜຸ່ມລາວສາມາດກາຍເປັນແຮງບັນດານໃຈໃຫ້ຊາວໜຸ່ມດ້ວຍກັນ ແລະພ້ອມກັນກ້າວເຂົ້າສູ່ການເປັນນັກເວົ້າແບບມືອາຊີບ.

ງານດັ່ງກ່າວເປັນເວທີສົ່ງເສີມໃຫ້ຊາວໜຸ່ມລາວໃນທົ່ວປະເທດທີ່ມີອາຍຸແຕ່18-35 ປີ ແລະມີຈຸດປະສົງຢາກຖ່າຍທອດຄວາມຄິດ, ຄວາມຝັນ ແລະຄວາມປາຖະໜາໄດ້ມີໂອກາດຝຶກຝົນ ແລະທົດສອບທັກສະກ່ຽວກັບການເວົ້າຕໍ່ໜ້າມວນຊົນ. ງານນີ້ຈັດຂຶ້ນໂດຍວິທະຍຸສາກົນແຫ່ງປະເທດຈີນ(CRI)ປະຈຳລາວແລະວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ