ເລີ່ມແລ້ວຮອບທໍາອິດງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022

2022-06-07 15:11:51 ​ຊີ​ອາ​ໄອ


ວັນທີ ເມສາງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຮອບທໍາອິດໄດ້ເລີ່ມຂຶ້ນ ໃນຮູບແບບທາງໄກ ໂດຍມີຄະນະກໍາມະການ ທ່ານ ແລະຜູ້ເຂົ້າແຂ່ງຂັນ 22 ຄົນໄດ້ເຂົ້າຮ່ວມໂດຍທ່າມກາງບັນຍາກາດທີ່ຄຶກຄື້ນມ່ວນຊື່ນ.

ການແຂ່ງຂັນຄັ້ງນີ້ ແມ່ນຄັ້ງທໍາອິດໃນຮອບ 100 ຄົນເພື່ອຄັດເລືອກເອົາຕົວແທນ10ຕົນເພື່ອເຂົ້າຮອບ 40 ຄົນ ເຊິ່ງໄດ້ແບ່ງອອກເປັນສີ່ເທື່ອການແຂ່ງຂັນ. ສໍາລັບການແຂ່ງຂັນໃນຮອບດັ່ງກ່າວ ໄດ້ແບ່ງອອກເປັນ ໝວດຄື: ການແນະນໍາຕົນເອງໃນ 30 ວິນາທີຕອບຄໍາຖາມໃນວົງລໍ້ 60 ວິນາທີຕອບຄໍາຖາມຈາກຄະນະກໍາມະການ ແລະປະໂຫຍກມັດໃຈກໍາມະການ ເຊິ່ງຜູ້ເຂົ້າຮ່ວມແຂ່ງຂັນໄດ້ໃຊ້ໄຫວພິບປະຕິພານຕອບຄໍາຖາມປິ່ນອ້ອມຫົວຂໍ້ການພົວພັນຮ່ວມມືລາວ-ຈີນການແຜ່ລະບາດຂອງໂຄວິດ-19, ວັດທະນະທໍາພື້ນເມືອງສິ່ງແວດລ້ອມ ແລະບົດບາດແມ່ຍິງ ແລະເດັກນ້ອຍ. ຜູ້ທີ່ຊະນະການແຂ່ງຂັນ 10 ຄົນໃນເທື່ອນີ້ ແມ່ນຈະລໍຖ້າເຂົ້າແຂ່ງຮອບ 40 ຄົນ ໃນໄວໆນີ້.

ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຈັດຂຶ້ນໂດຍສູນອາຊີອາຟຣິກາຂອງສະຖານີວິທະຍຸໂທລະພາບສູນກາງຈີນ ແລະສູນກາງຊາວໜຸ່ມ ປປ ລາວ ໂດຍໃຫ້ມອບໝາຍໃຫ້ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈຳລາວ ແລະວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່ ປະຕິບັດຕົວຈິງເພື່ອສົ່ງເສີມໃຫ້ຊາວໜຸ່ມລາວໃນທົ່ວປະເທດ ທີ່ມີອາຍຸແຕ່ 18-35 ປີ ໄດ້ຖ່າຍທອດຄວາມຄິດຄວາມຝັນ ແລະຄວາມປາຖະໜາ ພ້ອມທັງເປັນເວທີທີ່ສະໜອງໂອກາດຝຶກຝົນ ແລະທົດສອບທັກສະກ່ຽວກັບການເວົ້າຕໍ່ໜ້າມວນຊົນ.

ຂໍເຊີນຕິດຕາມຂໍ້ມູນການແຂ່ງຂັນໃນຮອບຕໍ່ໄປ ຜ່ານວິທະຍຸ CRI ແລະວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່ ຫຼືເພກ CRI-FM93 ແລະເພກ Lao Youth Radio FM 90.0 Mhz.


ເລີ່ມແລ້ວຮອບທໍາອິດງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022


ເລີ່ມແລ້ວຮອບທໍາອິດງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022


ເລີ່ມແລ້ວຮອບທໍາອິດງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022ເລີ່ມແລ້ວຮອບທໍາອິດງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022