ສືບຕໍ່ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຮອບ 40 ຄົນ

2022-06-07 15:14:14 ​ຊີ​ອາ​ໄອ


 


ພາຍຫຼັງທີ່ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ໄດ້ສໍາເລັດຮອບຄັດເລືອກ 100 ຄົນໃນທ້າຍເດືອນເມສາຜ່ານມານີ້, ວັນທີ 11 ພຶດສະພານີ້, ຄະນະຈັດງານດັ່ງກ່າວໄດ້ສືບຕໍ່ດໍາເນີນການແຂ່ງຂັນທາງໄກໃນຮອບ 40 ຄົນຊຸດທໍາອິດ ເພື່ອມາຄັດເລືອກເອົາ 20 ຄົນສຸດທ້າຍ ທີ່ເປັນຄົນເກັ່ງ ແລະໄດ້ຕາມມາດຕະຖານຂອງຄະນະກໍາມະການ. ຫຼັງຈາກນັ້ນມາຄັດເລືອກໃຫ້ເຫຼືອ 10 ຄົນສຸດທ້າຍ ເພື່ອຈະເຂົ້າແຂ່ງຂັນຮອບຊິງຊະນະເລີດ.

ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ໃນຮອບ 40 ຄົນດັ່ງກ່າວ ໄດ້ແບ່ງອອກເປັນ 2 ຊຸດ ຊຸດລະ 20 ຄົນ ແລະດໍາເນີນການແຂ່ງຂັນໃນລະຫວ່າງ 11-12 ພຶດສະພາ ໂດຍມີຄະນະກໍາມະການຈໍານວນ 5 ທ່ານທີ່ມາຈາກຫຼາຍພາກສ່ວນ ເຊິ່ງຜູ້ເຂົ້າແຂ່ງຂັນໄດ້ຕອບຄໍາຖາມ ແລະໂຕ້ວາທີກັນຢ່າງມີພິບໄຫວປະຕິພານທ່າມກາງບັນຍາກາດທີ່ຍັບໃກ້ຄວາມກົດດັນ ແລະຕື່ນເຕັ້ນ ບວກກັບຄວາມມ່ວນຊື່ນຄຶກຄື້ນຕະຫຼອດການແຂ່ງຂັນ.

ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຈັດຂຶ້ນໂດຍສູນອາຊີອາຟຣິກາຂອງສະຖານີວິທະຍຸໂທລະພາບສູນກາງຈີນ ແລະສູນກາງຊາວໜຸ່ມ ປປ ລາວ ໂດຍມອບໝາຍໃຫ້ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈຳລາວ ແລະວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່ ຮວ່ມກັນຈັດຕັ້ງປະຕິບັດ,ແນໃສ່ເພື່ອສົ່ງເສີມໃຫ້ຊາວໜຸ່ມລາວໃນທົ່ວປະເທດ ທີ່ມີອາຍຸແຕ່ 18-35 ປີ ໄດ້ຖ່າຍທອດຄວາມຄິດ, ຄວາມຝັນ ແລະຄວາມປາຖະໜາ ພ້ອມທັງເປັນເວທີທີ່ສະໜອງໂອກາດຝຶກຝົນ ແລະທົດສອບທັກສະກ່ຽວກັບການເວົ້າຕໍ່ໜ້າມວນຊົນ.

ຂໍເຊີນຊວນຕິດຕາມຂໍ້ມູນການແຂ່ງຂັນໃນຮອບຕໍ່ໄປ ຜ່ານວິທະຍຸ CRI ແລະວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່ ຫຼືເພກ CRI-FM93 ແລະເພກ Lao Youth Radio FM 90.0 Mhz.


ສືບຕໍ່ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຮອບ 40 ຄົນ


ສືບຕໍ່ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຮອບ 40 ຄົນ


ສືບຕໍ່ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຮອບ 40 ຄົນ


ສືບຕໍ່ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຮອບ 40 ຄົນ