ວິກິດການດ້ານສະບຽງອາຫານຂອງໂລກ ແມ່ນຍ້ອນມະຫາອຳນາດດ້ານສະບຽງອາຫານຂອງອາເມຣິການັ້ນເອງ!

2022-06-07 17:44:26 cri

ທົ່ວໂລກໄດ້ປະສົບກັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ມາເປັນເວລາ 2 ປີປາຍແລ້ວ, ຕ່ອງໂສ້ການສະໜອງສະບຽງອາຫານໃນທົ່ວໂລກກໍໄດ້ຖືກລົບກວນຈາກສາເຫດນີ້; ຍິ່ງໄປກວ່ານັ້ນ, ຫຼັງຈາກເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນແລ້ວ, ມີ 23 ປະເທດໄດ້ອອກຄຳສັ່ງຈຳກັດການສົ່ງອອກສະບຽງອາຫານ. ສະນັ້ນ, ບັນຫາຄວາມໝັ້ນຄົງດ້ານສະບຽງອາຫານໃນທົ່ວໂລກ ຈຶ່ງໄດ້ຮັບຄວາມສົນໃຈນັບມື້ນັບຫຼາຍຂຶ້ນ.

ເມື່ອສັງເກດເບິ່ງແຕ່ດ້ານນອກເທົ່ານັ້ນ, ສາເຫດທີ່ພາໃຫ້ເກີດວິກິດການດ້ານສະບຽງອາຫານຄືຊິມີແຕ່ 3 ສາເຫດ ຄື: ການແຜ່ລະບາດຂອງພະຍາດໂຄວິດ-19, ຜົນກະທົບຈາກອາກາດປັ່ນປ່ວນຮຸນແຮງ ແລະການປະທະກັນລະຫວ່າງຣັດເຊຍ-ອູແກຣນ. ແຕ່ເມື່ອພວກເຮົາພິຈາລະນາບັນຫາປະລິມານການຜະລິດສະບຽງອາຫານຂອງໂລກຢ່າງລະອຽດແລ້ວ ກໍຈະຄົ້ນພົບວ່າ: ຖ້າເບິ່ງຕາມສາຍພົວພັນລະຫວ່າງການສະໜອງ ກັບຄວາມຕ້ອງການແລ້ວ, ທີ່ຈິງແລ້ວໃນທົ່ວໂລກບໍ່ຄວນມີວິກິດການດ້ານສະບຽງອາຫານເກີດຂຶ້ນ, ເພາະວ່າ ໃນໄລຍະເວລາ 4 ປີຜ່ານມາ ຄື ນັບແຕ່ປີ 2018 ຫາປີ 2021, ປະລິມານການຜະລິດສະບຽງອາຫານໃນທົ່ວໂລກແມ່ນໄດ້ເພີ່ມຂຶ້ນມາໂດຍຕະຫຼອດ. ໂດຍສະເພາະໃນປີ 2021, ປະລິມານການຜະລິດສະບຽງອາຫານໃນທົ່ວໂລກແມ່ນບັນລຸ 2,8 ຕື້ໂຕນ, ສ່ວນປະຊາກອນທົ່ວໂລກມີ 7,5 ຕື້ຄົນ, ສະເລ່ຍແລ້ວຈະໄດ້ຮັບສະບຽງອາຫານ 355 ກິໂລຕໍ່ຄົນຕໍ່ປີ. ຖ້າເບິ່ງຕາມຂໍ້ມູນນີ້, ບໍ່ຄວນມີປະຊາກອນອຶດຫິວຢູ່ໃນໂລກເລີຍ.

ນອກນີ້, ຖ້າເບິ່ງຕາມປະລິມານການສະສົມ ແລະສາຍພົວພັນລະຫວ່າງການສະໜອງ ກັບຄວາມຕ້ອງການແລ້ວ, ເຖິງວ່າໃນຫຼາຍປີມໍ່ໆມານີ້ ປະລິມານການສະສົມເຂົ້າບະເລ ແລະສາລີຫຼຸດລົງຢ່າງຕໍ່ເນື່ອງ, ແຕ່ຍັງຄົງຢູ່ໃນລະດັບສູງເປັນປະຫວັດສາດ ເຊິ່ງມີຫຼາຍກວ່າປະລິມານການສະສົມສະບຽງອາຫານໃນປີ 2008 ຢ່າງຫຼວງຫຼາຍ. ແຕ່ວ່າ, ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ລາຄາເຂົ້າບະເລ, ເຂົ້າສານ ແລະສະບຽງອາຫານອື່ນໆ ໄດ້ພາກັນເພີ່ມສູງຂຶ້ນຢ່າງວ່ອງໄວ ເຊິ່ງລາຄາເຂົ້າບະເລໄດ້ເພີ່ມຂຶ້ນ 60% ແລະລາຄາເຂົ້າສານໄດ້ເພີ່ມຂຶ້ນ 16%. ສະນັ້ນ, ອົງການສະຫະປະຊາຊາດເພື່ອອາຫານໂລກ ຫຼື WFP ຈຶ່ງໄດ້ອອການແຈ້ງເຕືອນໂດຍກົງວ່າ: ມວນມະນຸດອາດຈະຕ້ອງປະເຊີນໜ້າກັບວິກິດການດ້ານສະບຽງອາຫານທີ່ຮ້າຍແຮງທີ່ສຸດນັບແຕ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງເປັນຕົ້ນມາ. ສ່ວນທ່ານອັນໂຕນິໂອ ກູເຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ກໍໄດ້ກ່າວແຈ້ງເຕືອນວ່າ: ປະຊາກອນໂລກ 1,7 ຕື້ຄົນອາດຈະຕົກຢູ່ໃນສະພາບອຶດຫິວ. ສັນຍານຕ່າງໆຄືກຳລັງແຈ້ງໃຫ້ມວນມະນຸດຮັບຮູ້ວ່າ: ວິກິດການດ້ານສະບຽງອາຫານກຳລັງເຂົ້າປະຊິດຕິກໆ. ຄັນຊັ້ນ, ເປັນຫຍັງຈຶ່ງເກີດມີວິກິດການດ້ານສະບຽງອາຫານ?

ສາເຫດທີ່ແທ້ຈິງ ແມ່ນຍ້ອນມະຫາອຳນາດດ້ານສະບຽງອາຫານຂອງອາເມຣິການັ້ນເອງ! ປັດໄຈທີ່ມີຜົນສະທ້ອນຕໍ່ລາຄາສະບຽງອາຫານຕົ້ນຕໍລວມທັງການສະໜອງ, ຄວາມຕ້ອງການ, ຕົ້ນທຶນ, ການຈໍລະຈອນ ແລະອື່ນໆ. ຜ່ານການປະສານງານກັນເປັນຢ່າງດີລະຫວ່າງກະຊວງການເງິນອາເມຣິກາ, ທະນາຄານກາງອາເມຣິກາ, ວິສາຫະກິດກະເສດຂ້າມຊາດ, ວິສາຫະກິດອຸດສາຫະກໍາເຄມີຂ້າມຊາດ  ແລະກຸ່ມບໍລິສັດການທະນາຄານຂອງອາເມຣິກາ, ອາເມຣິກາໄດ້ຍຶດເອົາອຳນາດຄວບຄຸມເດັດຖານຕໍ່ຕະຫຼາດສະບຽງອາຫານຂອງທົ່ວໂລກ, ນີ້ກໍຄືມະຫາອຳນາດດ້ານສະບຽງອາຫານຂອງອາເມຣິກາ. ສ່ວນມະຫາອຳນາດດ້ານສະບຽງອາຫານຂອງອາເມຣິກາ ກໍໄດ້ສົ່ງຜົນກະທົບຕໍ່ລາຄາສະບຽງອາຫານໃນທົ່ວໂລກ ໂດຍຜ່ານ 4 ຊ່ອງທາງດັ່ງກ່າວ.