ຈີນເປີດຂະບວນລົດໄຟສົ່ງອອກລົດຕາມທາງລົດໄຟລາວ-ຈີນຢ່າງເປັນປົກະຕິ

2022-06-08 16:35:09 CRI

ວັນທີ 7 ມິຖຸນານີ້, ລົດໂດຍສານ 10 ກວ່າຄັນໄດ້ບັນຈຸເຂົ້າຕູ້ຢ່າງສຳເລັດຜົນ, ໄດ້ເດີນທາງຜ່ານຂະບວນລົດໄຟຕາມຊ່ອງທາງໃໝ່ທາງບົກແລະທາງທະເລ, ໂດຍຜ່ານດ່ານບໍ່ຫານ-ບໍ່ເຕ່ນ ແລະ ທາງລົດໄຟລາວ-ຈີນແລ້ວເດີນທາງໄປເຖິງນະຄອນຫຼວງວຽງຈັນ. ນີ້ແມ່ນລົດງວດທີ 3 ທີ່ໄດ້ເດີນທາງຕາມເສັ້ນທາງນີ້ໄປເຖິງປະເທດລາວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ການສົ່ງອອກລົດດ້ວຍຂະບວນລົດໄຟລາວ-ຈີນ ເຊິ່ງເປັນສ່ວນໜຶ່ງໃນຊ່ອງທາງໃໝ່ທາງບົກແລະທາງທະເລ ໄດ້ເປີດບໍລິການຢ່າງເປັນປົກະຕິແລ້ວ.

ຜູ້ຮັບຜິດຊອບຂອງບໍລິສັດທຸລະກິດຊ່ອງທາງໃໝ່ທາງບົກແລະທາງທະເລຈຳກັດກ່າວວ່າ: ທາງລົດໄຟລາວ-ຈີນໃນຊ່ອງທາງໃໝ່ທາງບົກແລະທາງທະເລໄດ້ເປີດບໍລິການອຸດສາຫະກຳລົດເປັນປົກະຕິແລ້ວ, ສາມາດໃຫ້ບໍລິການຂົນສົ່ງແລະຄວາມຕ້ອງການອື່ນໆຂອງລູກຄ້າໄດ້ຕະຫຼອດເສັ້ນທາງ ເຊິ່ງເປັນການເປີດຊ່ອງທາງສົ່ງອອກຕະຫຼາດອາຊີຕາເວັນອອກສຽງໃຕ້ທີ່ສະດວກໃຫ້ແກ່ອຸດສາຫະກຳລົດຂອງຈີນ.