ທາງລົດໄຟລາວ-ຈີນຈະເພີ່ມພະລັງແຮງໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງເຂດລຽບຕາມທາງລົດໄຟຢ່າງບໍ່ຢຸດຢັ້ງ

2022-06-08 19:23:43 cri

ວັນທີ 3 ມິຖຸນານີ້ເປັນມື້ທີ່ທາງລົດໄຟລາວ-ຈີນເປີດບໍລິການຄົບຮອບເຄິ່ງປີ, ການຂົນສົ່ງຜູ້ໂດຍສານ ແລະສິນຄ້າຜ່ານທາງລົດໄຟດັ່ງກ່າວໄດ້ປາກົດມີສະພາບທີ່ເພີ່ມຂຶ້ນໃນດ້ານປະລິມານ ແລະຄຸນນະພາບພ້ອມກັນ. ເປັນຊ່ອງທາງໃຫຍ່ສາກົນດ້ານການຈໍລະຈອນສິນຄ້ານັບມື້ນັບພົ້ນເດັ່ນກວ່າເກົ່າ. ນັບມາຮອດວັນທີ 2 ມິຖຸນານີ້, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານລວມ 3,27 ລ້ານເທື່ອຄົນ, ໃນນັ້ນ, ຕອນພາຍໃນປະເທດຈີນມີ 2,86 ລ້ານເທື່ອຄົນ ແລະ ຕອນພາຍໃນປະເທດລາວ 4 ແສນ 1 ໝື່ນເທື່ອຄົນ, ໄດ້ຂົນສົ່ງສິນຄ້າ 4,03 ລ້ານໂຕນ; ໃນນັ້ນສິນຄ້າຂ້າມຊາດ 6 ແສນ 4 ໝື່ນ 7 ພັນໂຕນ. ເສັ້ນທາງສຳຄັນປຽບເໝືອນເສັ້ນເລືອດໃຫຍ່ດ້ານການຄ້າສາກົນທີ່ ພັດທະນາຂຶ້ນມາໃໝ່ສາຍນີ້ພວມກໍ່ຕົວຂຶ້ນ.

ພາຍຫຼັງທາງລົດໄຟລາວ-ຈີນເປີດການນຳໃຊ້ແລ້ວ, ມີ 21 ແຂວງ, ເຂດປົກຄອງຕົນເອງ ແລະກຳແພງນະຄອນຂອງປະເທດຈີນ ໄດ້ເປີດຖ້ຽວລົດໄຟຂົນສົ່ງສິນຄ້າຂ້າມຊາດຕາມທາງລົດໄຟລາວ-ຈີນຕາມລຳດັບ, ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 100 ຊະນິດ. ໃນໄລຍະເວລາສັ້ນໆ, ເຂດພາຍໃນຂອງປະເທດຈີນກັບປະເທດລາວ, ໄທ, ມາເລເຊຍ, ມຽນມາ ແລະປະເທດອື່ນໆ ໄດ້ມີການຮ່ວມມືດ້ານການຄ້າຢ່າງໃກ້ຊິດກວ່າເກົ່າ ແລະມີການພົວພັນທີ່ດີກວ່າເກົ່າ. ໂດຍສະເພາະໃນໄລຍະພະຍາດໂຄວິດ-19 ແຜ່ລະບາດຢ່າງໜັກໜ່ວງ, ວິສາຫະກິດການຄ້າກັບຕ່າງປະເທດຈຳນວນຫຼາຍ ລ້ວນແຕ່ໄດ້ປະສົບກັບຄວາມຫຍຸ້ງຍາກໃນລະດັບໃດໜຶ່ງໃນດ້ານການຈໍລະຈອນສິນຄ້າ, ຕົ້ນທຶນການນຳເຂົ້າສິນຄ້າເພີ່ມຂຶ້ນ, ຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງບໍ່ໝັ້ນທ່ຽງ ແລະບັນຫາອື່ນໆ. ຊ່ອງທາງໃຫຍ່ທາງລົດໄຟສາຍໜຶ່ງທີ່ເປີດປະຕູສູ່ພາຍນອກ, ເຮັດໃຫ້ເຂດລຽບຕາມທາງລົດໄຟ ແລະວິສາຫະກິດທ້ອງຖິ່ນໄດ້ກ້າວເຂົ້າສູ່ “ທາງດ່ວນ” ດ້ານເສດຖະກິດການຄ້າ.

ພາກສ່ວນທາງລົດໄຟຈີນ ແລະລາວ ໄດ້ວາງແຜນເຮັດວຽກໃນການປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະວຽກງານຂົນສົ່ງຜູ້ໂດຍສານຢ່າງເປັນເອກະພາບ, ວິເຄາະກົດເກນການອອກເດີນທາງຂອງຜູ້ໂດຍສານຢ່າງມີວິທະຍາສາດ ແລະຈັດວາງກຳລັງຂົນສົ່ງຢ່າງຖືກຕ້ອງ, ເຮັດໃຫ້ວິທີການອອກເດີນທາງມີຄວາມສົມບູນຂຶ້ນ, ສາມາດຕອບສະໜອງຄວາມຕ້ອງການ ໃນການອອກເດີນທາງຂອງຜູ້ໂດຍສານທີ່ອາໄສຢູ່ລຽບຕາມທາງລົດໄຟໃນດ້ານການຢ້ຽມຢາມຍາດຕິພີ່ນ້ອງ, ການເຂົ້າຮຽນ, ການໄປຫາໝໍ, ການທ່ອງທ່ຽວ, ການຄ້າແລະອື່ນໆເປັນຢ່າງດີ. ທາງລົດໄຟລາວ-ຈີນຕອນພາຍໃນປະເທດຈີນໄດ້ປະຕິບັດມາດຕະການ “ປັບແຜນອອກເດີນທາງໃນທຸກມື້” ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງ ເຊັ່ນ: ເພີ່ມຖ້ຽວລົດໄຟສາຍດ່ວນໂດຍອີງຕາມຄວາມຕ້ອງການ, ໄດ້ເປີດແລ່ນລົດໄຟຜູ້ໂດຍສານ 43,2 ຂະບວນສະເລ່ຍຕໍ່ມື້, ໄດ້ເປີດແລ່ນລົດໄຟສາຍດ່ວນ 65 ຂະບວນຕໍ່ມື້ໃນໄລຍະທີ່ມີຜູ້ໂດຍສານອອກເດີນທາງຫຼາຍທີ່ສຸດ, ມື້ຂົນສົ່ງຜູ້ໂດຍສານຫຼາຍທີ່ສຸດມີເຖິງ 3,3 ໝື່ນເທື່ອຄົນ. ຈຳນວນຜູ້ໂດຍສານທີ່ເພີ່ມຂຶ້ນເລື້ອຍໆ ໄດ້ຢືນຢັນໃຫ້ເຫັນແລ້ວວ່າ ປະຊາຊົນທັງສອງປະເທດລາວ ແລະຈີນ ເຫັນດີເຫັນພ້ອມຕໍ່ທາງລົດໄຟລາວ-ຈີນໃນລະດັບສູງ.

ໃນ 4 ເດືອນທຳອິດຂອງປີ 2022 ນີ້, ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນໄດ້ບັນລຸເຖິງ 1.840 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາໄດ້ເພີ່ມຂຶ້ນ 7,2%, ອາຊຽນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ. ໃນຖານະເປັນຊ່ອງທາງສຳຄັນທີ່ເຊື່ອມຈອດກັບຕະຫຼາດອາຊີໃຕ້ ແລະຕະຫຼາດອາຊີຕາເວັນອອກສຽງໃຕ້, ຄຽງຄູ່ກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການໃນເດືອນມັງກອນປີນີ້, ທາງລົດໄຟລາວ-ຈີນໄດ້ສ້າງຊ່ອງທາງຈໍລະຈອນສິນຄ້າຂ້າມຊາດທີ່ສະດວກ ແລະວ່ອງໄວລະຫວ່າງຈີນກັບອາຊຽນ, ໄດ້ເພີ່ມພະລັງຊີວິດໃໝ່ເຂົ້າໃສ່ຂະບວນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທັງສອງປະເທດຈີນ ແລະລາວ ກໍຄືປະຊາຊົນອາຊຽນ.

ພວກເຮົາເຊື່ອໝັ້ນວ່າ, ຄຽງຄູ່ກັບການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ທາງລົດໄຟລາວ-ຈີນຈະຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງເຂດລຽບຕາມທາງລົດໄຟສາຍນີ້, ແລະຈະເພີ່ມພະລັງແຮງອັນເຂັ້ມແຂງໃຫ້ແກ່ການເຊື່ອມຈອດກັນຂອງພາກພື້ນ, ການຮັກສາຄວາມໝັ້ນທ່ຽງ ແລະຍົກສູງຄຸນນະພາບຂອງການຄ້າລະຫວ່າງຈີນກັບອາຊຽນ ແລະ ການກໍ່ສ້າງແລວທາງເສດຖະກິດລາວ-ຈີນຢ່າງແນ່ນອນ.