ປະລິມານຂົນສົ່ງຕູ້ຄອນເທນເນີຕາມຂະບວນລົດໄຟຈີນ-ຫວຽດນາມໃນ 5 ເດືອນຕົ້ນປີນີ້ໄດ້ເພີ່ມຂຶ້ນ 20%

2022-06-08 16:38:42 CRI

ເຈົ້າໜ້າທີ່ກຸ່ມບໍລິສັດທາງລົດໄຟຈີນສາຂາໜານໜິງແຈ້ງໃຫ້ຮູ້ວ່າ: ໃນໄລຍະ 5 ເດືອນຕົ້ນປີນີ້, ນັບລວມແລ້ວ, ຂະບວນລົດໄຟຂ້າມຊາດຈີນ-ຫວຽດນາມໄດ້ເປີດແລ່ນໄປແລ້ວ 140 ຂະບວນ, ໄດ້ຂົນສົ່ງຕູ້ຄອນເທນເນີມາດຕະຖານ 4.176 ຕູ້, ຕ່າງໄດ້ເພີ່ມຂຶ້ນ 20,7% ແລະ 26,5% ຕາມລຳດັບ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງໄດ້ຊຸກຍູ້ໃຫ້ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງພັດທະນາຢ່າງໜັກແໜ້ນ.

ນັບແຕ່ຕົ້ນປີມານີ້, ຍ້ອນວ່າຜະລິດຕະພັນຂອງຈີນໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກໃນບັນດາປະເທດສະມາຊິກອາຊຽນນັບມື້ນັບຫຼາຍຂຶ້ນ, ທຸລະກິດຂົນສົ່ງຂ້າມຊາຍແດນຕາມທາງລົດໄຟຂອງເຂດກວາງຊີໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ໃນຂະນະດຽວກັນ, ໄດ້ນຳເຂົ້າໝາກໄມ້ ແລະ ເຄື່ອງນຸ່ງຫົ່ມຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້, ໃນນັ້ນ, ໄດ້ນຳເຂົ້າສິນຄ້າແຊ່ແຂງເກືອບ 3 ໝື່ນໂຕນ, ເພີ່ມຂຶ້ນ 107,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.