ວັນທະເລໂລກ

2022-06-08 19:41:09 cri


ທະເລແມ່ນແຫຼ່ງກຳເນີດຂອງສິ່ງມີຊີວິດທຸກຢ່າງ. ວັນທີ 8 ມິຖຸນານີ້ແມ່ນວັນທະເລໂລກຄັ້ງທີ 14 ກໍຄືວັນໂຄສະນາທະເລທົ່ວປະເທດຈີນ, ຫົວຂໍ້ວັນທະເລປີນີ້ແມ່ນ “ປົກປັກຮັກສາລະບົບຊີວະພາບຂອງທະເລ, ມະນຸດ ກັບ ທຳມະຊາດຢູ່ຮ່ວມຢ່າງກົມກຽວກັນ.” ໃນໃຈຂອງທ່ານ ທະເລເປັນຄືແນວໃດ?


ຢູ່ເມືອງລີງສຸຍ ແຂວງໄຫຫຼຳຂອງຈີນ, ປະກາລັງທີ່ປູກຢູ່ເທິງພະນັກເຫຼັກ ໄດ້ມີຊີວິດແລ້ວ. ຜ່ານໄປອີກ 3-5 ປີ, ປະກາລັງເຫຼົ່ານີ້ກໍຈະເຕີບໃຫຍ່ຢູ່ເທິງແກ້ງທຽມຢ່າງໜາແໜ້ນ ແລະ ນັບມື້ນັບເຕີບໃຫຍ່. ສຸດທ້າຍກໍກາຍເປັນກຸ່ມປະກາລັງຂະໜາດໃຫຍ່.


ປະກາລັງທີ່ປູກດ້ວຍແຮງຄົນ ດຶງດູດຝູງປາໄດ້.


ປະກາລັງທີ່ມີຊີວິດແລ້ດຶງດູດປາດາວມາຫາຂອງກິນ

 


ຢູ່ເຂດນອກເກາະອູ໋ຈື່ໂຈ່ວ ນະຄອນສ່າຢ້າ ແຂວງໄຫຫຼຳປະເທດຈີນ, ນັກທ່ອງທ່ຽວເຂົ້າຮ່ວມການປູກປະກາລັງໃຕ້ນ້ຳ ພາຍໃຕ້ການນຳພາຂອງຄູເຝິກມຸດນ້ຳ ແລະ ໄດ້ຮັບຄວາມຮູ້ກ່ຽວກັບການປູກປະກາລັງ.

 


ຢູ່ແຂວງຕຣັງຂອງໄທ, ພະນັກງານ ແລະ ສັດຕະວະແພດຂອງສູນຊີວະສັດທະເລເກາະພູເກັດ ພວມດູແລພະຍູໂຕໜຶ່ງ.


ຢູ່ນະຄອນອິສເມຍປະເທດຕວກກີ, ນັກມຸດນ້ຳຕ່າງໆຊ່ວຍເກັບມ້ຽນເຄື່ອງຫາປາທີ່ປະຖິ້ມຢູ່ເຂດທະເລທ້ອງຖິ່ນ ເພື່ອປ້ອງກັນຄວາມປອດໄພຂອງການເດີນກຳປັ່ນ, ອະນຸລັກສັດທະເລ ແລະ ສິ່ງແວດລ້ອມຂອງທະເລ.

 


ຢູ່ເຂດສະຫງວນທະເລ ທີ່ເກາະປາລີກາຊັກ ປະເທດຟິລິບປິນ, ເຕົ່າທະເລສີຂຽວໂຕໜຶ່ງພວມກິນແມງກະພຸນຢູ່.

 


ເຕົ່າທະເລທີ່ໜ້າຮັກຂອງຄົນໃນທົ່ວໂລກ.