ເປັນຫຍັງປະເທດອາເມຣິກາລາຕິນຈຶ່ງຄັດຄ້ານກອງປະຊຸມສຸດຍອດທະວີບອາເມຣິກາໃນຄັ້ງນີ້?

2022-06-09 17:27:04 cri

ກອງປະຊຸມສຸດຍອດທະວີບອາເມຣິກາຄັ້ງທີ 9 ກຳລັງຈັດຂຶ້ນຢູ່ນະຄອນລອສແອັງເຈີລິສ ປະເທດອາເມຣິກາ ໃນລະຫວ່າງວັນທີ 6 ຫາວັນທີ 10 ມິຖຸນາ 2022 ນີ້. ເນື່ອງຈາກວ່າລັດຖະບານໂຈ ໄບເດັນ ໄດ້ປະຕິເສດເຊື້ອເຊີນປະມຸກລັດຂອງກູບາ, ເວເນຊູເອນລາ ແລະນີກາຣາກວາ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ, ສະນັ້ນ,ອາເມຣິກາລາຕິນຫຼາຍປະເທດ ຈຶ່ງໄດ້ປະກາດຄັດຄ້ານກອງປະຊຸມດັ່ງກ່າວ. ທ່ານອານເດຣສ ມານຸເອນ ໂລເປສ ໂອບຣາໂດ ປະທານາທິບໍດີແມັກຊິກໄດ້ແຈ້ງໃຫ້ຮູ້ຢ່າງຈະແຈ້ງວ່າ: ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດທະວີບອາເມຣິກາທີ່ອາເມຣິກາເປັນເຈົ້າພາບ.  ທ່ານນິໂກລາສ ມາດູໂຣ ປະທານາທິບໍດີເວເນຊູເອລາ ກໍໄດ້ກ່າວວ່າ: ເວເນຊູເອລາໄດ້ວາງແຜນຈະຈັດ “ກອງປະຊຸມສຸດຍອດທະວີບອາເມຣິກາທີ່ແທ້ຈິງ”ຄັ້ງໜຶ່ງ ໂດຍຈະເຊື້ອເຊີນປະເທດທັງໝົດຂອງທະວີບອາເມຣິກາມາເຂົ້າຮ່ວມ. ຈາກເລື່ອງດັ່ງກ່າວ ພວກເຮົາສາມາດສັງເຫດເຫັນໄດ້ວ່າ: ບົດບາດການນຳພາຂອງອາເມຣິກາຢູ່ໃນອາເມຣິກາລາຕິນ ນັບມື້ນັບໜ້ອຍລົງແລ້ວ.

ໃນໄລຍະຍາວນານແຫ່ງການພັດທະນາ, ອາເມຣິກາ ກັບອາເມຣິກາລາຕິນ ໄດ້ສ້າງສາຍພົວພັນເສດຖະກິດແບບ “ໃຈກາງ-ອ້ອມຂ້າງ” ເຊິ່ງໄດ້ເຮັດໃຫ້ບັນດາປະເທດອາເມຣິກາລາຕິນ ຕົກຢູ່ໃນຊັ້ນຕ່ຳສຸດໃນຕ່ອງໂສ້ມູນຄ່າຂອງສາຍພົວພັນເສດຖະກິດກັບອາເມຣິກາ ແລະປະເທດຝ່າຍຕາເວັນຕົກອື່ນໆ. ອາເມຣິກາໄດ້ຮັບຜົນປະໂຫຍດດ້ານເສດຖະກີດຢ່າງຫຼວງຫຼາຍຈາກປະເທດອາເມຣິກາລາຕິນ ໂດຍຍຶດເອົາຊັບພະຍາກອນທຳມະຊາດຂອງປະເທດອາເມຣິກາລາຕິນ, ແຕ່ປະເທດເຫຼົ່ານີ້ ພັດບໍ່ໄດ້ຮັບຄ່າຕອບແທນອັນຄວນຈາກຊັບພະຍາກອນທຳມະຊາດຂອງປະເທດຕົນ.

ປະເທດອາເມຣິກາລາຕິນລ້ວນແຕ່ເປັນປະເທດກຳລັງພັດທະນາ, ລະດັບການພັດທະນາເສດຖະກິດສັງຄົມພາຍໃນປະເທດຕົນໄດ້ເຮັດໃຫ້ປະເທດອາເມຣິກາລາຕິນຫວັງຢາກມີການພັດທະນາແບບຍືນຍົງ. ແຕ່ອາເມຣິກາບໍ່ໄດ້ສົນໃຈຄວາມຮຽກຮ້ອງຕ້ອງການອັນແທ້ຈິງຂອງປະເທດອາເມຣິກາລາຕິນ ແລະ ປະຕິບັດ “ລັດທິມອນໂຣ”(Monroe Doctrine)ຢູ່ໃນພາກພື້ນນີ້ມາໂດຍຕະຫຼອດ. ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບການຂະຫຍາຍຕົວຢ່າງແຂງແຮງຂອງກຳລັງປີກຊ້າຍຢູ່ພາກພື້ນອາເມຣິກາລາຕິນ, ຄວາມມຸ່ງມາດປາຖະນາຂອງປະຊາຊົນໃນພາກພື້ນດັ່ງກ່າວທີ່ຢາກຫຼຸດພົ້ນອອກຈາກອຳນາດທີ່ໃຫຍ່ຫຼວງຂອງອາເມຣິການັ້ນ ນັບມື້ນັບຮຸນແຮງຂຶ້ນ. ກອງປະຊຸມສຸດຍອດທະວີບອາເມຣິກາໃນຄັ້ງນີ້ທີ່ຖືກຫຼາຍປະເທດອາເມຣິກາລາຕິນຄັດຄ້ານນັ້ນ ກໍ່ໄດ້ເປັນການສະແດງໃຫ້ເຫັນທ່ວງທ່າດັ່ງກ່າວ.

ນອກນີ້, ອາເມຣິກາໄດ້ຖືປະເທດອາເມຣິກາລາຕິນເປັນປະເທດອ້ອມຂ້າງ ທີ່ຕ້ອງເພິ່ງພາອາໄສອາເມຣິກາ, ສະນັ້ນ, ອາເມຣິກາຈຶ່ງໄດ້ຮັກສາສະຕິລະວັງຕົວຕໍ່ການຮ່ວມມືການພັດທະນາລະຫວ່າງປະເທດອາເມຣິກາລາຕິນ ກັບຈີນ, ຣັດເຊຍ ແລະປະເທດອື່ນໆ. ໃນໄລຍະຫຼັງຂອງການແຜ່ລະບາດຂອງພະຍາດໂຄວິດ-19, ໜ້າທີ່ຕົ້ນຕໍຂອງປະເທດອາເມຣິກາລາຕິນກໍຄື ການຟື້ນຟູການພັດທະນາຂອງເສດຖະກິດສັງຄົມ. ແຕ່ອາເມຣິກາບໍ່ໄດ້ເຮັດຫຍັງເພື່ອການພັດທະນາຂອງປະເທດອາເມຣິກາລາຕິນ ແລະຍັງສືບຕໍ່ກົດຂີ່ຂູດຮີດປະເທດເຫຼົ່ານີ້. ນີ້ກໍໄດ້ເຮັດໃຫ້ປະເທດອາເມຣິກາລາຕິນ “ມີຄວາມບໍ່ພໍໃຈນັບມື້ນັບຫຼາຍຂຶ້ນ” ຕໍ່ອາເມຣິກາ. ສະນັ້ນ, ຜູ້ນຳຫຼາຍປະເທດຄັດຄ້ານກອງປະຊຸມສຸດຍອດທະວີບອາເມຣິກາໃນຄັ້ງນີ້ ກໍເປັນເລື່ອງທີ່ສົມເຫດສົມຜົນແລ້ວ.

ປະເທດອາເມຣິກາລາຕິນ ບໍ່ແມ່ນ “ບໍລິເວນໜ້າບ້ານ” ຫຼື “ບໍລິເວນຫຼັງບ້ານ” ຂອງອາເມຣິກາ, ກອງປະຊຸມສຸດຍອດທະວີບອາເມຣິກາ ກໍບໍ່ແມ່ນກອງປະຊຸມສຸດຍອດສຳລັບປະເທດອາເມຣິກາ. ອາເມຣິກາເປັນປະເທດເຈົ້າພາບຈັດກອງປະຊຸມໃນຄັ້ງນີ້, ຄວບຢຸດຕິການກະທຳແບບເອົາແຕ່ໃຈໂຕ ແລະການກະທຳແບບມະຫາອຳນາດ, ໃຫ້ການເຄົາລົບນັບຖືທີ່ສົມຄວນແກ່ປະເທດອາເມຣິກາລາຕິນ, ຮັບຟັງຄວາມເປັນຫ່ວງທີ່ສົມເຫດສົມຜົນ ແລະສຽງຮຽກຮ້ອງທີ່ເປັນທຳຂອງປະເທດສ່ວນຫຼາຍພາຍໃນພາກພື້ນ ດ້ວຍຄວາມຖະໜອມຖ່ອມຕົວ ເພື່ອເຮັດໃຫ້ກອງປະຊຸມສຸດຍອດໃນຄັ້ງນີ້ ເອົາໃຈໃສ່ວາລະຮ່ວມກັນຂອງພາກພື້ນຢ່າງແທ້ຈິງ, ສົ່ງເສີມຄວາມສາມັກຄີ ແລະການຮ່ວມມື, ສ້າງຄວາມຜາສຸກໃຫ້ກັບປະຊາຊົນ.