ຈັດພິທີເປີດການກໍ່ສ້າງໂຄງການປັບປຸງຍົກລະດັບຖານທັບເຮືອຣຽມຂອງກຳປູເຈຍທີ່ຈີນຊ່ວຍເຫຼືອ

2022-06-09 13:42:37 cri

ວັນທີ 8 ມິຖຸນານີ້, ທ່ານຕີ ບານ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ທີ່ເປັນຜູ້ຕາງໜ້າຂອງທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ  ແລະທ່ານຫວາງເວີນທ່ຽນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍ ໄດ້ເຂົ້າຮ່ວມພິທີເປີດການກໍ່ສ້າງໂຄງການປັບປຸງ ແລະຍົກລະດັບຖານທັບເຮືອຣຽມຂອງກຳປູເຈຍທີ່ຊ່ວຍເຫຼືອໂດຍປະເທດຈີນ ຢູ່ທີ່ຖານທັບເຮືອດັ່ງກ່າວ. ເຈົ້າໜ້າທີ່ຈີນ ແລະກຳປູເຈຍ, ຜູ້ປະຕິບັດການກໍ່ສ້າງ, ທູຕານຸທູດຂອງຫຼາຍປະເທດປະຈຳກຳປູເຈຍປະມານ 2.000 ທ່ານ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ໃນເວລາກ່າວຄຳປາໄສ, ທ່ານ ທ່ານຕີ ບານ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ທີ່ເປັນຜູ້ຕາງໜ້າຂອງທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ ໄດ້ສະແດງຄວາມຂອບໃຈຕໍ່ປະເທດຈີນ ທີ່ໃຫ້ການຊ່ວຍເຫຼືອໃນການປັບປຸງຍົກລະດັບຖານທັບເຮືອຣຽມຂອງກຳປູເຈຍ. ທ່ານເຫັນວ່າ: ໂຄງການດັ່ງກ່າວມີຜົນດີຕໍ່ກຳປູເຈຍໃນການຍົກສູງຄວາມສາມາດດ້ານການປ້ອງກັນປະເທດ ໂດຍສະເພາະແມ່ນກຳລັງສູ້ຮົບຂອງກອງທັບເຮືອ, ມີຜົນດີຕໍ່ກອງທັບກຳປູເຈຍໃນການຮັກສາເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ມີຜົນດີຕໍ່ກອງທັບກຳປູເຈຍໃນການເຂົ້າຮ່ວມວຽກງານຕ່າງໆໃນພາກພື້ນ ເຊັ່ນ: ການກູ້ໄພ, ການຕໍ່ຕ້ານການກໍ່ການຮ້າຍ, ການໂຈມຕີອາດຊະຍາກຳເທິງທະເລ, ການໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທຳ ແລະອື່ນໆ, ມີຜົນດີຕໍ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.