ທ່ານສີຈິ້ນຜິງໃຫ້ກຳລັງໃຈແກ່ນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລວ່າ: ຂໍພຽງແຕ່ມີອຸດົມການກໍຈະມີພາລະກິດ

2022-06-10 11:11:29 cri

ປີ2022ນີ້, ຄາດວ່າ ນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລຈະບັນລຸເຖິງ10.760.000 ຄົນ ເພີ່ມຂຶ້ນ 1.670.000 ຄົນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຖືວ່າໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ.



ທ່ານສີຈິ້ນຜິງສຸດທີ່ເອົາໃຈໃສ່ຕໍ່ສະພາບການປະກອບອາຊີບຂອງນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລ, ວັນທີ 8 ມິຖຸນານີ້, ໃນໄລຍະສຳຫຼວດກວດກາວຽກງານຢູ່ແຂວງເສສວນ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ມະຫາວິທະຍາໄລອີປິ່ນ, ເພື່ອກວດກາເບິ່ງການວາງສະແດງຜົນງານຕົວແທນແຫ່ງການປະດິດສ້າງແລະການສ້າງທຸລະກິດຂອງນັກສຶກສາທີ່ຈະຮຽນຈົບຈາກມະຫາວິທະຍາໄລ ພ້ອມທັງຮັບຮູ້ສະພາບວຽກງານບໍລິການຈັດຫາວຽກເຮັດງານທຳແລະການສ້າງທຸລະກິດຂອງມະຫາວິທະຍາໄລແຫ່ງນີ້.



ຢູ່ຫ້ອງໂຖງໃຫຍ່ສຳຫຼັບການສະໝັກງານສະເພາະຂອງມະຫາວິທະຍາໄລອີປິ່ນ ກຳລັງຈັດພິທີໂຄສະນາການສະໝັກງານຂອງວິສາຫະກິດ, ທ່ານສີຈິ້ນຜິງໄດ້ສອບຖາມຄູອາຈານ, ນັກສຶກສາ ແລະຜູ້ຮັບຜິດຊອບວິສາຫະກິດເພື່ອຮັບຮູ້ສະພາບການຕ່າງໆ ເຊັ່ນ: ຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດໃນການຈ້າງງານ, ອັດຕາການເຊັນສັນຍາຈ້າງຂອງນັກສຶກສາແລະອື່ນໆ. ທ່ານສີຈິ້ນຜິງເນັ້ນໜັກວ່າ: ສູນກາງພັກເອົາໃຈໃສ່ເປັນຢ່າງສູງຕໍ່ການປະກອບອາຊີບຂອງນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລ, ໂດຍໄດ້ນຳໃຊ້ນະໂຍບາຍແລະມາດຕະການຕ່າງໆ. ປັດຈຸບັນກຳລັງຢູ່ໃນໄລຍະສຳຄັນແຫ່ງການຊອກຫາວຽກເຮັດງານທຳຂອງນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລ, ຕ້ອງຂຸດຄົ້ນຊັບພະຍາກອນຈັດຫາວຽກເຮັດງານທຳຕື່ມອີກ, ປະຕິບັດວຽກງານບໍລິການແລະຊີ້ນຳການຈັດຫາວຽກເຮັດງານທຳຢ່າງລະອຽດແລະໃຫ້ເປັນຮູບປະທຳ, ໂຮງຮຽນ, ວິສາຫະກິດແລະພາກສ່ວນທີ່ກ່ຽວຂ້ອງຕ້ອງກຳແໜ້ນວຽກງານເຊັນສັນຍາຈ້າງງານນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລໃຫ້ດີ, ໂດຍສະເພາະຕ້ອງຖືເອົານັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລທີ່ມາຈາກຄອບຄົວທຸກຍາກ, ຄອບຄົວທີ່ເຂົ້າເຖິງລະບົບຮັບປະກັນຊີວິດການເປັນຢູ່ຂັ້ນຕ່ຳສຸດ, ຄອບຄົວທີ່ບໍ່ມີສະມາຊິກປະກອບອາຊີບ ພ້ອມດ້ວຍນັກສຶກສາທີ່ເປັນຄົນພິການແລະຍັງບໍ່ທັນຊອກຫາວຽກເຮັດງານທຳໄດ້ເປັນໄລຍະຍາວນັ້ນ ເປັນເປົ້າໝາຍສຳຄັນທີ່ຕ້ອງໃຫ້ການຊ່ວຍເຫຼືອ.

ທ່ານສີຈິ້ນຜິງໄດ້ເວົ້າກັບນັກສຶກສາທັງຫຼາຍວ່າ: ຊີວິດການເປັນຢູ່ທີ່ມີຄວາມສຸກແມ່ນສ້າງຂຶ້ນດ້ວຍການອອກແຮງງານ, ພວກສະຫາຍຄວນຮັກສາຈິດໃຈເບິ່ງໂລກໃນທາງທຳມະດາ, ເບິ່ງເງື່ອນໄຂສ່ວນຕົວເອງແລະຄວາມຮຽກຮ້ອງຕ້ອງການທາງສັງຄົມຢ່າງພາວະວິໄສ, ຄັດເລືອກອາຊີບແລະຕຳແໜ່ງງານຈາກເງື່ອນໄຂຕົວຈິງ, ຮັກການອອກແຮງງານ, ເຮັດແທ້ທຳຈິງ ເພື່ອເຕີບໃຫຍ່ຂຶ້ນເປັນກ້າວໆຈາກພຶດຕິກຳຕົວຈິງ.

ການປະກອບອາຊີບຄືພື້ນຖານຂອງຊີວິດການເປັນຢູ່ຂອງປະຊາຊົນ. ການປະກອບອາຊີບຂອງນັກສຶກສາຍິ່ງພົວພັນເຖິງພາກສ່ວນໃຫຍ່ຂອງປະເທດຊາດ. ກອງປະຊຸມວຽກງານເສດຖະກິດຂັ້ນສູນກາງທີ່ຈັດຂຶ້ນໃນທ້າຍປີ2021ໄດ້ມີຂໍ້ຮຽກຮ້ອງວ່າ ຕ້ອງແກ້ໄຂບັນຫາການປະກອບອາຊີບຂອງຊາວໜຸ່ມເຊັ່ນ ນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລໃຫ້ດີ, ປັບປຸງນະໂຍບາຍກ່ຽວກັບການໃຊ້ແຮງງານທີ່ປະກອບອາຊີບຢ່າງຄ່ອງແຄ້ວ ແລະນະໂຍບາຍການປະກັນສັງຄົມໃຫ້ສົມບູນຂຶ້ນ. ອີກດ້ານໜຶ່ງ, ນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລກໍຄວນຫັນປ່ຽນຄ່ານິຍົມໃນການເລືອກອາຊີບ ແລະການປະກອບອາຊີບ. ຄືດັ່ງທີ່ທ່ານສີຈິ້ນຜິງໄດ້ເວົ້າວ່າ: “ຂໍພຽງແຕ່ມີອຸດົມການກໍຈະມີພາລະກິດ, ຂໍພຽງແຕ່ມີຄວາມສາມາດກໍຈະມີເວທີ.”