(ພວກເຮົາລ້ວນແຕ່ຜູ້ລ່າຝັນ) ທ່ານຈ້າວພີງກົວ ປະລະມະຈານຜູ້ແຕ້ມຮູບດ້ວຍຫົວແຮ້ງ

2022-06-10 18:36:21 cri



ທ່ານຈ້າວພີງກົວ ນັກແຕ້ມຮູບເຜົ່າຖູເຈ່ຍ

 

ທ່ານ ຈ້າວພີງກົວ ປີນີ້ມີອາຍຸ 73 ປີແລ້ວ, ແມ່ນຄົນເຜົ່າຖູເຈ່ຍ, ເກີດຢູ່ກິ່ງແຂວງປົກຄອງຕົນເອງເຜົ່າຖູເຈ່ຍເຜົ່າມົ້ງ ແຂວງຮູເປີຍ ພາກກາງຂອງຈີນ. ປີ 1997, ທ່ານເລີ່ມທົດລອງການແຕ້ມຮູບດ້ວຍຫົວແຮ້ງ  ເພື່ອແຕ້ມຮູບທິວທັດທຳມະຊາດ ແລະ ຮີດຄອງປະເພນີຂອງເຜົ່າຖູເຈ່ຍຢູ່ເທິງແຜ່ນໄມ້ ໂດຍໄດ້ຮັບນາມມະຍົດຕ່າງໆ ເຊັ່ນ: ປະລະມະຈານສິລະປະກຳແຂວງຮູເປີຍ, ຜູ້ສືບທອດສີມືສິລະປະກຳແຂວງຮູເປີຍ ແລະ ອື່ນໆ.


ທ່ານຈ້າວພີງກົວພວມແຕ້ມຮູບດ້ວຍຫົວແຮ້ງ


ຫົວແຮ້ງທີ່ນຳມາໃຊ້ແຕ້ມຮູບ

 

ເພື່ອສືບທອດສີມືການແຕ້ມຮູບດ້ວຍຫົວແຮ້ງ, ທ່ານ ຈ້າວພີງກົວ ໄດ້ສ້າງຫ້ອງສະດິວຕີໂອຢູ່ຫໍພິພິທະພັນປະເພນີພື້ນເມືອງນະຄອນເອິ່ນຊື່ ເພື່ອສອນສີມືແຕ້ມຮູບດ້ວຍຫົວແຮ້ງ. ທ່ານຍັງໄດ້ຮັບເຊີນໄປສອນຢູ່ສະຖາບັນວິຊາຊີບນະຄອນເອິ່ນຊື່ ແລະ ມະຫາວິທະຍາໄລຊົນເຜົ່າຮູເປີຍເປັນຕົ້ນ ເພື່ອອົບຮົມສີມືການແຕ້ມຮູບດ້ວຍຫົວແຮ້ງໃຫ້ກັບນັກສຶກສາທັງຫຼາຍ.


ທ່ານ ຈ້າວພີງກົວ ຢ້ຽມຊົມຜົນງານຂອງຕົນ


ທ່ານ ຈ້າວພີງກົວ ຫວັງວ່າ: ຕົນເອງຈະກາຍເປັນ “ຜູ້ປົກປັກຮັກສາວັດທະນະທຳຊົນເຜົ່າ”, ສືບທອດ ແລະ ເຜີຍແຜ່ວັດທະນະທຳອັນເປັນມູນເຊື້ອຂອງເຜົ່າຖູເຈ່ຍໂດຍຜ່ານຮູບແຕ້ມດ້ວຍຫົວແຮ້ງ. ທ່ານເວົ້າວ່າ: “ພວກເຮົາບໍ່ມີອຸດົມການທີ່ສູງສົ່ງຫຍັງ! ຫວັງພຽງແຕ່ວ່າ ມີຫຼາຍສິ່ງຫຼາຍຢ່າງ ຖ້າຄົນຮຸ່ນພວກເຮົາບໍ່ຈົດໄວ້, ຄົນຮຸ່ນຫຼັງກໍຈະບໍ່ຮູ້ມັນແລ້ວ. ພວກເຮົາຕ້ອງຈົດໄວ້ໃຫ້ດີ!”

 


ຢູ່ໃນຫ້ອງສະດິວຕີໂອຂອງທ່ານຈ້າວພີງກົວ ມີຮູບແຕ້ມດ້ວຍຫົວແຮ້ງທີ່ມີຮີດຄອງປະເພນີເຜົ່າຖູເຈ່ຍນັ້ນແຂວນເຕັມຝາຫ້ອງ