ນັກທ່ອງທ່ຽວອາດຈະບໍ່ຈຳເປັນຕ້ອງລົງທະບຽນກ່ອນເຂົ້າປະເທດໄທນັບແຕ່ເດືອນກໍລະກົດປີນີ້ເປັນຕົ້ນໄປ

2022-06-10 16:27:39 cri

ເພື່ອຟື້ນຟູຂະແໜງການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງ, ລັດຖະບານໄທຈະຍົກເລີກມາດຕະການຈຳກັດເພື່ອປ້ອງກັນພະຍາດຂໍ້ສຸດທ້າຍ ສຳລັບຊາວຕ່າງປະເທດທີ່ເຂົ້າປະເທດໄທ ນັ້ນກໍຄື ການລົງທະບຽນກ່ອນອອກເດີນທາງໄປປະເທດໄທ.

ວັນທີ 9 ມິຖຸນານີ້, ທ່ານພິພັດ ຣັດຊະກິດປະການ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະກິລາໄທກ່າວວ່າ: ໃນກອງປະຊຸມທີ່ຈະຈັດຂຶ້ນໃນວັນທີ 17 ມິຖຸນານີ້, ຄາດວ່າໜ່ວຍງານວຽກງານພິເສດກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ນຳພາໂດຍທ່ານປຣາຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທນັ້ນ ຈະຍົກເລີກຂໍ້ກຳນົດທີ່ບັງຄັບໃຫ້ຜູ້ໂດຍສານຊາວຕ່າງປະເທດຕ້ອງລົງທະບຽນ Thailand Pass ຜ່ານທາງອິນເຕີເນັດກ່ອນອອກເດີນທາງໄປໄທ. ມາດຕະການດັ່ງກ່າວອາດຈະຖືກຍົກເລີກໃນເດືອນກໍລະກົດປີນີ້ຢ່າງເປັນທາງການ. ປັດຈຸບັນ, ຂໍ້ສະເໜີກ່ຽວກັບການຍົກເລີກມາດຕະການນີ້ ໄດ້ຮັບການສະໜັບສະໜູນຈາກກະຊວງສາທາລະນະສຸກໄທແລ້ວ.