ກອງປະຊຸມເຈົ້າໜ້າທີ່ອາວຸໂສຈີນ-ອາຊຽນຄັ້ງທີ 28 ໄດ້ຈັດຂຶ້ນໂດຍຜ່ານຮູບແບບວິດີໂອ

2022-06-12 15:03:16 CRI

ວັນທີ 10 ມິຖຸນາ 2022 ນີ້, ກອງປະຊຸມເຈົ້າໜ້າທີ່ອາວຸໂສຈີນ-ອາຊຽນຄັ້ງທີ 28 ໄດ້ຈັດຂຶ້ນໂດຍຜ່ານຮູບແບບວິດີໂອ.
ສອງຝ່າຍໄດ້ຫວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໝາກຜົນກອງປະຊຸມສຸດຍອດລະນຶກການສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ ພ້ອມທັງໄດ້ລົງເລິກ ແລກປ່ຽນຄວາມເຫັນກ່ຽວກັບການຊຸກຍູ້ການພົວພັນຄູ່ຍຸດທະສາດຮອບດ້ານຈີນ-ອາຊຽນ ແລະ ບັນຫາສາກົນແລະພາກພື້ນທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ.
ບັນດາປະເທດສະມາຊິກອາຊຽນໄດ້ຢືນຢັນຢ່າງເຕັມສ່ວນຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງຈີນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດ ສັງຄົມ ພ້ອມທັງສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ໃຫ້ການສະໜັບສະໜູນທີ່ແຂງແຮງ ແລະ ການຊ່ວຍເຫຼືອທີ່ລ້ຳຄ່າແກ່ອາຊຽນໃນການຕ້ານກັບການແຜ່ລະບາດຂອງພະຍາດ ແລະ ການຟື້ນຟູເສດຖະກິດ, ຍັງໄດ້ຕີລາຄາສູງຕໍ່ຄວາມໝາຍສຳຄັນຂອງກອງປະຊຸມສຸດຍອດ ລະນຶກການສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ ແລະ ການພົວພັນ ຄູ່ຍຸດທະສາດຮອບດ້ານຈີນ-ອາຊຽນ ໂດຍກ່າວວ່າ, ອາຊຽນຍິນດີລົງເລິກການຮ່ວມມືກັບຈີນ ຢ່າງບໍ່ຢຸດຢັ້ງ, ເລັ່ງລັດຊຸກຍູ້ການປຶກສາຫາລືກ່ຽວກັບກົດແຫ່ງການປະພຶດຢູ່ທະເລຈີນໃຕ້ເພື່ອຮ່ວມກັນສ້າງສາຍພົວພັນຄູ່ຍຸດທະສາດຮອບດ້ານຈີນ-ອາຊຽນ ທີ່ມີຄວາມໝາຍ, ມີລັກສະນະທາດແທ້ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.