ອັດຕາເງິນເຟີ້ຂອງລາວໃນເດືອນພຶດສະພາເພີ່ມຂຶ້ນເປັນລະດັບສູງສຸດໃນຮອບ 15 ປີຜ່ານມາ

2022-06-12 15:31:48 cri


ອີງຕາມບົດລາຍງານຂອງສູນສະຖະຕິແຫ່ງຊາດ ກະຊວງແຜນການແລະການລົງທຶນລາວ ໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນເດືອນພຶດສະພາປີ 2022, ອັດຕາເງິນເຟີ້ຂອງປະເທດລາວ ໄດ້ເພີ່ມຂຶ້ນ 12,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ໃນໄລຍະ 5 ເດືອນຕົ້ນປີນີ້ ໄດ້ເພີ່ມຂຶ້ນ 9% ສະເລ່ຍຕໍ່ເດືອນ ເຊິ່ງເປັນລະດັບເພີ່ມຂຶ້ນສູງສຸດຢ່າງຕໍ່ເນື່ອງໃນຮອບ 15 ປີຜ່ານມາ.

ບົດລາຍງານຍັງໄດ້ແຈ້ງໃຫ້ຮູ້ປັດໄຈແລະສາເຫດທີ່ເຮັດໃຫ້ອັດຕາເງິນເຟີ້ຂອງປະເທດລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນເດືອນພຶດສະພາປີນີ້ ຄື: ການປະທະກັນລະຫວ່າງຣັດເຊຍ ແລະອູແກຣນ ໄດ້ສົ່ງຜົນເຮັດໃຫ້ການສະໜອງນ້ຳມັນເຊື້ອໄຟໃນໂລກບໍ່ພຽງພໍ, ເຮັດໃຫ້ ລາຄານ້ຳມັນເຊື້ອໄຟຂອງໂລກສູງຂຶ້ນ. ນອກນີ້, ເງິນກີບແລກກັບເງິນຕາຕ່າງປະເທດ ໄດ້ອ່ອນຄ່າລົງຢ່າງຕໍ່ເນື່ອງ ອັນໄດ້ເກີດຜົນສະທົບໂດຍກົງຕໍ່ລາຄາສິນຄ້ານຳເຂົ້າ; ລາຄານຳເຂົ້ານ້ຳມັນເຊື້ອໄຟແລະສິນຄ້າປະເພດອື່ນໆແພງຂຶ້ນ ໄດ້ເກີດຜົນສະທົບທາງອ້ອມ ເຮັດໃຫ້ຕົ້ນທຶນການຜະລິດເພີ່ມຂຶ້ນ, ສົ່ງຜົນເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນໃນທີ່ສຸດ.