ຣັດເຊຍ ແລະ ຟິລິບປິນຈະເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ

2022-06-13 15:47:33 CRI


    ວັນທີ 13 ມິຖຸນານີ້, ທ່ານປັຟລອຟ ເອກອັກຄະລັດຖະທູດຣັດເຊຍປະຈຳຟິລິບປິນກ່າວວ່າ, ຣັດເຊຍໄດ້ກຽມພ້ອມແລ້ວຈະໃຫ້ການຊ່ວຍເຫຼືອແກ່ຟິລິບປິນໃນຂົງເຂດພະລັງງານ. ທ່ານມາຄອສ ປະທານາທິບໍດີຟິລິບປິນຄົນໃໝ່ກ່າວວ່າ ຈະດຳເນີນການຮ່ວມມືກັບຣັດເຊຍໃນຫຼາຍຂົງເຂດ, ໃນນັ້ນລວມທັງຂົງເຂດພະລັງງານ.