ການດຳລົງຊີວິດຕາມທິດສີຂຽວພວມກາຍເປັນສະໄໝນິຍົມອັນໃໝ່

2022-06-13 15:43:23 cri


   ວັນທີ 13 ຫາວັນທີ 19 ມິຖຸນາປີນີ້ແມ່ນສັບປະດາໂຄສະນາການປະຢັດ ພະລັງງານແຫ່ງຊາດຈີນ,ຫົວຂໍ້ຫຼັກຂອງກິດຈະກຳແມ່ນ:ສີຂຽວກາກບອນຕ່ຳ,ການປະຢັດພະລັງງານຕ້ອງມາກ່ອນ.


   ການປະຕິບັດ “ກິດຈະກຳກ້ຽງຈານ”,ການລິເລີ່ມການອອກເດີນທາງຕາມທິດ ສີຂຽວ,ການແບ່ງປະເພດຂີ້ເຫຍື້ອຈາກການດຳລົງຊີວິດ,ການຊື້ຜະລິດຕະພັນແບບເປັນມິດຕໍ່ສິ່ງແວດລ້ອມແລະອື່ນໆ,ໃນຫຼາຍປີຜ່ານມານີ້,ການດຳລົງຊີວິດຕາມທິດສີຂຽວທີ່ປະຢັດພະລັງງານແລະອະນຸລັກສິ່ງແວດລ້ອມໄດ້ກາຍເປັນແບບແຜນວິທີດຳລົງຊີວິດຊະນິດໜຶ່ງຂອງຄົນຈີນ.ໂດຍສະເພາະແມ່ນຄຽງຄູ່ກັບການພັດທະນາຂອງວິທະຍາສາດເຕັກໂນໂລຊີ,ຫົວຄິດປະດິດສ້າງຕາມທິດສີຂຽວໄດ້ເຊື່ອມສານ ເຂົ້າໃນສິນລະປະສະໄໝນິຍົມເຊິ່ງໄດ້ຫຼຸດຜ່ອນການສິ້ນເປືອງຊັບພະຍາກອນຈາກແຫຼ່ງກຳເນີດແລະຍົກສູງຄຸນນະພາບຊີວິດການເປັນຢູ່ແບບສີຂຽວ,ກະແສນິຍົມແບບໃໝ່ທີ່ກາກບອນຕ່ຳພວມນຳໜ້າສະໄໝນິຍົມຢ່າງບໍ່ຢຸດຢັ້ງ.