ວ່າທີ່ປະທານາທິບໍດີຟິລິບປິນສະແດງທ່າທີອັນຕັ້ງໜ້າກ່ຽວກັບຈີນ

2022-06-14 12:20:44 cri


ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 13 ມິຖຸນານີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ໃຫ້ຄຳຕອບຕໍ່ກັບການສະແດງທ່າທີອັນຕັ້ງໜ້າກ່ຽວກັບຈີນຂອງວ່າທີ່ປະທານາທິບໍດີຟິລິບປິນ,ໂດຍກ່າວວ່າ:ຊົມເຊີຍຟິລິບປິນທີ່ປະຕິບັດນະໂຍບາຍການຕ່າງປະເທດທີ່ເປັນເອກະລາດເປັນເຈົ້າຕົນເອງ,ຍິນດີຊຸກຍູ້ສາຍພົວພັນຈີນ-ຟິລິບປິນໃຫ້ກ້າວໄປສູ່ອະນາຄົດທີ່ດີງາມກວ່າເກົ່າ.


ມີລາຍງານຂ່າວແຈ້ງໃຫ້ຮູ້ວ່າ,ທ່ານມາກົດສ ວ່າທີ່ປະທານາທິບໍ່ດີຟິລິບປິນໄດ້ກ່າວໃນກິດຈະກຳຫວ່າງບໍ່ດົນນີ້ວ່າ,ຄູ່ຮ່ວມມືທີ່ແຂງແຮງກວ່າໝູ່ຂອງຟິລິບປິນແມ່ນປະເທດຈີນທີ່ເປັນປະເທດບ້ານໃກ້ເຮືອນຄຽງແລະເພື່ອນມິດທີ່ດີຂອງພວກເຮົາມາໂດຍຕະຫຼອດ,ສາຍພົວພັນລະຫວ່າງຟິລິບປິນ-ຈີນແມ່ນສຳຄັນທີ່ສຸດ, ແລະມີຜົນດີຕໍ່ທັງສອງຝ່າຍ.ຟິລິບປິນຈະປະຕິບັດນະໂຍບາຍການຕ່າງປະເທດທີ່ເປັນເອກະລາດເປັນເຈົ້າຕົນເອງ,ໃນຂະນະດຽວກັນຈະຊຸກຍູ້ສາຍພົວພັນຟິລິບປິນ-ຈີນໃຫ້ມີການພັດທະນາ.


ຕໍ່ກັບເລື່ອງນີ້,ທ່ານວ່າງເວີນປິ່ນກ່າວວ່າ,ໃນຊຸມປີຜ່ານມານີ້,ທັງສອງຝ່າຍໄດ້ຮ່ວມກັນພະຍາຍາມ,ເຮັດໃຫ້ສາຍພົວພັນຈີນ-ຟິລິບປິນສືບຕໍ່ພັດທະນາໄປໃນທິດທາງທີ່ດີ ເຊິ່ງໄດ້ສ້າງຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງປະເທດ.


ຈີນໄດ້ຈັດເອົາຟິລິບປິນໄວ້ໃນບ່ອນບຸລິມະສິດຂອງວຽກງານການຕ່າງປະ ເທດກັບປະເທດອ້ອມຂ້າງຢູ່ສະເໝີ,ນະໂຍບາຍມິດຕະພາບກັບຟິລິບປິນໄດ້ຮັກສາຄວາມຕໍ່ເນື່ອງແລະຄວາມໝັ້ນຄົງ.ພວກເຮົາຊົມເຊີຍຟິລິບປິນທີ່ປະຕິບັດນະໂຍບາຍການຕ່າງປະເທດທີ່ເປັນເອກະລາດເປັນເຈົ້າຕົນເອງ,ຄອງຄອຍຈະພະຍາ ຍາມຮ່ວມກັນກັບລັດຖະບານຊຸດໃໝ່ຂອງຟິລິບປິນທີ່ນຳພາໂດຍທ່ານປະທານາທິບໍດີມາກົດສ,ເພື່ອສືບທອດມິດຕະພາບແລະສືບຕໍ່ຮ່ວມມືກັນ,ຊຸກຍູ້ສາຍພົວພັນຈີນ-ຟິລິບປິນໃຫ້ກ້າວໄປສູ່ອະນາຄົດທີ່ດີງາມກວ່າເກົ່າເພື່ອສ້າງຄວາມສຸກໃຫ້ກັບສອງປະເທດແລະປະຊາຊົນສອງຊາດ,ຮັກສາທ່ວງທ່າອັນດີງາມແຫ່ງສັນຕິພາບແລະການພັດທະນາຂອງພາກພື້ນ.