ຄວາມໜ້າໄຫວ້ຫຼັງຫຼອກ ແລະປະຕິບັດການສອງໜ້າຂອງອາເມຣິກາ ຕໍ່ໂຄງການປັບປຸງຍົກລະດັບຖານທັບເຮືອຣຽມຂອງກຳປູເຈຍ

2022-06-14 20:31:00 cri

ຫວ່າງມໍ່ໆມານີ້, ໂຄງການປັບປຸງຍົກລະດັບຖານທັບເຮືອຣຽມຂອງກຳປູເຈຍທີ່ຈີນຊ່ວຍເຫຼືອກໍ່ສ້າງນັ້ນເລີ່ມລົງມືຢ່າງເປັນທາງການ. ທ່ານ ຫວາງເວີນທ່ຽນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍ, ທ່ານ ຕີບານ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ແລະເປັນຜູ້ຕາງໜ້າຂອງທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ, ເຈົ້າໜ້າທີ່ຈີນ ແລະກຳປູເຈຍທ່ານອື່ນໆ ປະມານ 2.000 ທ່ານໄດ້ເຂົ້າຮ່ວມພິທີເປີດການກໍ່ສ້າງດັ່ງກ່າວ.

ສຳລັບໂຄງການດັ່ງກ່າວທີ່ເປັນໂຄງການຮ່ວມມືປົກປະຕິລະຫວ່າງຈີນກັບກຳປູເຈຍ, ອາເມຣິກາພັດສະຫງວນທ່າທີທີ່ “ສົນໃຈນຳຢ່າງໃກ້ຊິດ” ມາໂດຍຕະຫຼອດ ແລະໃສ່ຮ້າຍປ້າຍສີ, ສະກັດກັ້ນ ແລະທຳລາຍການຮ່ວມມືດັ່ງກ່າວຢ່າງບໍ່ຢຸດຢັ້ງ. ສື່ມວນຊົນອາເມຣິກາໄດ້ລາຍງານຊ້ຳແລ້ວຊ້ຳອີກວ່າ: ປະເທດຈີນກຳລັງປຸກສ້າງສິ່ງກໍ່ສ້າງທີ່ໃຊ້ສຳລັບກອງທັບເຮືອຂອງຕົນຢູ່ຖານທັບເຮືອຣຽມຂອງກຳປູເຈຍທີ່ຢູ່ໃກ້ອ່າວໄທຢ່າງລັບໆ. ກ່ຽວກັບເລື່ອງນີ້, ກຳປູເຈຍໄດ້ຕອບໂຕ້ຕັ້ງຫຼາຍຄັ້ງແລ້ວວ່າ: “ການລາຍງານຂ່າວຂອງສື່ມວນຊົນອາເມຣິກາແມ່ນການຕິຕຽນທີ່ໄຮ້ຫຼັກອ້າງອີງ,” ລັດຖະທຳມະນູນກຳປູເຈຍບໍ່ອະນຸມັດໃຫ້ປະເທດອື່ນສ້າງຖານທັບຢູ່ກຳປູເຈຍ. ການປັບປຸງຍົກລະດັບຖານທັບເຮືອຣຽມແມ່ນເພື່ອເສີມສ້າງຄວາມສາມາດຂອງກອງທັບເຮືອກຳປູເຈຍໃນການຮັກສາຜືນແຜ່ນດິນທາງທະເລຂອງປະເທດຕົນໃຫ້ຄົບຖ້ວນ ແລະ ຕໍ່ຕ້ານອາຊະຍະກຳທາງທະເລ.

ເພື່ອປັດເປົ່າ “ຄວາມສົງໄສ” ຂອງອາເມຣິກາທີ່ມີຕໍ່ໂຄງການດັ່ງກ່າວ, ກຳປູເຈຍເຄີຍອະນຸມັດທູດທະຫານອາເມຣິກາປະຈຳພະນົມເປັນຢ້ຽມຢາມຖານທັບເຮືອຣຽມ. ແຕ່ອາເມຣິກາບໍ່ພໍໃຈຕໍ່ເລື່ອງນີ້ ແລະສະເໜີຄວາມຮຽກຮ້ອງເກີນຂອບເຂດກວ່າເກົ່າອີກ. ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍຈຶ່ງຕຳໜິວ່າ: “ຖານທັບເຮືອຣຽມບໍ່ແມ່ນສະຖານທີ່ກໍ່ອາຊະຍະກຳ, ທ່ານຢາກໄປສຳຫຼວດເລື່ອງຫຍັງກັນແທ້? ຂ້າພະເຈົ້າອະນຸມັດໃຫ້ທ່ານໄປຢ້ຽມຢາມ, ບໍ່ແມ່ນໃຫ້ທ່ານໄປສືບສວນ ຫຼື ກວດຄົ້ນ, ທ່ານຄວນຮູ້ດີເລື່ອງນີ້.”

ແຕ່ວ່າອາເມຣິກາບໍ່ເອົາຫົວຊາຫຼັກໝັ້ນຂອງກຳປູເຈຍ ແລະໃສ່ຮ້າຍປ້າຍສີຢ່າງຕໍ່ເນື່ອງ. ຍິ່ງໄປກວ່ານັ້ນ, ອາເມຣິກາຍັງໄດ້ຂົ່ມຂູ່ ແລະໃຊ້ກຳລັງໜີບຮັດຕໍ່ກຳປູເຈຍ. ນີ້ແມ່ນການກະທຳທີ່ໃຊ້ອຳນາດບາດໃຫຍ່ຢ່າງຈະແຈ້ງ.

ໃນຫຼາຍປີຜ່ານມາ, ຍ້ອນວ່າການດຳເນີນການຮ່ວມມືດ້ານຄວາມໝັ້ນຄົງ ຫຼືການກໍ່ສ້າງພື້ນຖານໂຄງລ່າງຢ່າງເປັນປົກກະຕິກັບຈີນ, ມີຫຼາຍປະເທດໄດ້ຖືກອາເມຣິກາກີດຂວາງແລ້ວ, ຕົວຢ່າງວ່າໝູ່ເກາະໂຊໂລມອນ, ກີເນເສັ້ນສູນສຸດ, ອາຣັບເອມີເຣດ ແລະປະເທດອື່ນໆ, ຂໍ້ອ້າງຂອງອາເມຣິກາລ້ວນແຕ່ແມ່ນວ່າ “ປະເທດຈີນຈະສ້າງຖານທັບຢູ່ຕ່າງປະເທດ.”

ໃນທາງກົງກັນຂ້າມແລ້ວ, ອາເມຣິກາໄດ້ສ້າງຖານທັບຢູ່ປະທດຕ່າງໆໃນທົ່ວໂລກ 800 ກວ່າແຫ່ງ ເຊິ່ງຫຼາຍກວ່າຈຳນວນຖານທັບທີ່ປະເທດອື່ນຕັ້ງຂຶ້ນໃນໂລກຫຼາຍເທົ່າ, ງົບປະມານທາງການທະຫານຂອງອາເມຣິກາ ເທົ່າກັບຜົນລວມຂອງງົບປະມານທາງການທະຫານຂອງ 9 ປະເທດຖັດໄປ. ອາເມຣິກາໄດ້ສະຖາປະນາຂຶ້ນເກືອບ 250 ປີ, ໃນໄລຍະນີ້ມີພຽງ 16 ປີເທົ່ານັ້ນບໍ່ໄດ້ເຮັດສົງຄາມ. ອາເມຣິກາມັກແຊກແຊງວຽກງານພາຍໃນຂອງປະເທດອື່ນໆ, ສົ່ງຍົນຮົບ ແລະກໍາປັ່ນຮົບເຂົ້າປະຊິດປະເທດອື່ນ ເພື່ອແຜງລິດແຜງເດດ. ສາມາດເວົ້າໄດ້ວ່າ: ອາເມຣິກາແມ່ນປະເທດກະຫາຍສົງຄາມທີ່ສຸດໃນໂລກ. ອາເມຣິກາຊີ້ຕີນຊີ້ມື້ຕໍ່ໂຄງການປັບປຸງຍົກລະດັບຖານທັບເຮືອຣຽມຂອງກຳປູເຈຍ, ແມ່ນອີກໜຶ່ງກໍລະນີທີ່ຢືນຢັນໃຫ້ເຫັນເຖິງຄວາມໜ້າໄວ້ຫຼັງຫຼອກ ແລະປະຕິບັດການສອງໜ້າຂອງອາເມຣິກາ.