ຈີນຕີລາຄາຢ່າງຕັ້ງໜ້າຕໍ່ການສະແດງທ່າທີກ່ຽວກັບຈີນຂອງລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍໃນກອງປະຊຸມສົນທະນາແຊງກຣີລາ

2022-06-14 10:22:08 cri



ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 13 ມິຖຸນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ການສະແດງທ່າທີ ກ່ຽວກັບຈີນຂອງທ່ານ ປຣາໂບໂວ ຊູບຽນໂຕ ລັດຖະມົນຕີກະຊວງປ້ອງກັນ ປະເທດອິນໂດເນເຊຍໃນກອງປະຊຸມສົນທະນາແຊງກຣີລາ. ທ່ານວ່າງເວີນປິ່ນ ກ່າວວ່າ: ກ່ອນໜ້ານີ້ 67 ປີ, ຜູ້ຕາງໜ້າຂອງບັນດາປະເທດທັງຫຼາຍໃນອາຊີ, ອາຟຣິກກາແລະອາເມຣິກາລາຕິນໄດ້ເຕົ້າໂຮມກັນຢູ່ອິນໂດເນເຊຍຈັດກອງປະຊຸມບັນດຸງ ເຊິ່ງເປັນກອງປະຊຸມທີ່ມີຊື່ສຽງ ໂດຍໄດ້ສະເໜີ 10 ຫຼັກການຂອງກອງປະຊຸມ ບັນດຸງບົນພື້ນຖານ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ, ໄດ້ສ້າງຈິດໃຈບັນດຸງຄື ສາມັກຄີ, ມິດຕະພາບ ແລະການຮ່ວມມື, ຈົນມາເຖິງທຸກມື້ນີ້ຍັງຄົງ ມີຄວາມໝາຍຕົວຈິງອັນສຳຄັນຕໍ່ກັບການແກ້ໄຂການພົວພັນສາກົນໃນປັດຈຸບັນ.

ຕາມຂ່າວລາຍງານໃຫ້ຮູ້ວ່າ: ວັນທີ 12 ມິຖຸນານີ້, ທ່ານປຣາໂບໂວ ຊູບຽນໂຕ ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍໄດ້ປະກອບ ຄຳເຫັນໃນກອງປະຊຸມສົນທະນາແຊງກຣີລາໂດຍເນັ້ນໜັກເຖິງປະຫວັດສາດກ່ຽວກັບອາຊີທີ່ໄດ້ຮັບໄພຮ້າຍຈາກລັດທິຈັກກະພັດແລະລັດທິລ່າເມືອງຂຶ້ນ, ທ່ານໄດ້ ກ່າວຢືນຢັນວ່າ: ຈີນເປັນກອງນຳໜ້າໃນຂະບວນການຕໍ່ຕ້ານຈັກກະພັດ, ເປັນເພື່ອນມິດທີ່ດີຂອງອິນໂດເນເຊຍມາໂດຍຕະຫຼອດ, ເຊື່ອໝັ້ນວ່າ ຈີນຈະແບກຫາບຄວາມຮັບຜິດຊອບດ້ວຍສະຕິປັນຍາແລະຄວາມເມດຕາ, ແລະທ່ານປຣາໂບໂວຍັງໄດ້ຮຽກຮ້ອງໃຫ້ບັນດາປະເທດຈົ່ງເຄົາລົບພາລະກິດຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຈີນ.

ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ, ທ່ານວ່າງເວີນປິ່ນ ໂຄສົກະຊວງການຕ່າງປະເທດຈີນກ່າວວ່າ:  “ປັດຈຸບັນ, ມວນມະນຸດ ພວມປະເຊີນກັບສິ່ງທ້າທາຍຮ່ວມຕ່າງໆເຊັ່ນ: ຄວາມໝັ້ນຄົງ, ການພັດທະນາ ແລະອື່ນໆ, ບັນດາປະເທດຄວນຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ, ສາມັກຄີ ແລະປະສານງານກັນ, ແຕ່ບໍ່ແມ່ນຕັດການພົວພັນ,ສ້າງກຳແພງກັ້ນຂວາງ, ແບ່ງແຍກ ແລະເປັນປໍລະປັກກັນ. ປະຊາຊົນອາຊີໄດ້ຜ່ານຜ່າສົງຄາມຕ່າງໆ ເຊິ່ງລວມທັງສົງຄາມເຢັນມາແລ້ວ, ຈິ່ງຮູ້ດີເຖິງຄວາມປະເສີດເລີດລ້ຳຂອງສັນຕິພາບ, ອະນາຄົດແລະຊາຕາກຳຂອງບັນດາປະເທດແມ່ນພົວພັນກັນຢ່າງສະໜິດແໜ້ນ. ປະເທດອາຊີຄວນຖອດຖອນເອົາສະຕິປັນຍາແຫ່ງການຢູ່ຮ່ວມກັນຢ່າງກົມກຽວກັນຈາກອະລິຍະທຳອາຊີ, ເບິ່ງແຍງຄວາມສົນໃຈອັນສຳຄັນຂອງແຕ່ລະປະເທດ, ເຄົາລົບເສັ້ນທາງການພັດທະນາຂອງໃຜລາວ, ສືບຕໍ່ພັດທະນາ ແລະສ້າງສາ ອາຊີໃຫ້ດີ”