ອົງການຄົ້ນຄວ້າຂອງທະນາຄານການຄ້າໄທ:ໄພເງິນເຟີ້ຂອງໄທອາດຈະສ້າງສະຖິຕິສູງອີກຄັ້ງໃໝ່ໃນຮອບ 24 ປີຜ່ານມາ

2022-06-15 12:22:05 cri


ວັນທີ 14 ມິຖຸນານີ້,ເຈົ້າໜ້າທີ່ຮັບຜິດຊອບອົງການຄົ້ນຄວ້າຂອງທະນາຄານ ການຄ້າໄທກ່າວວ່າ,ຍ້ອນລາຄາພະລັງງານໃນທົ່ວໂລກເພີ່ມສູງຂຶ້ນແລະວັດຖຸດິບຂາດແຄນ,ໄທຈະປະເຊີນກັບສະພາບການທີ່ລາຄາສິນຄ້າສືບຕໍ່ເພີ່ມຂຶ້ນ,ຄາດວ່າ,ອັດຕາເງິນເຟີ້ຂອງໄທໃນໄຕມາດທີສາມປີນີ້ຈະສ້າງສະຖິຕິສູງອີກຄັ້ງໃໝ່ໃນຮອບ 24 ປີ ຜ່ານມາ.


   ສະນັ້ນ,ອົງການດັ່ງກ່າວໄດ້ປັບຂຶ້ນຕົວເລກໄພເງິນເຟີ້ໝົດປີ 2022 ຈາກ 4,9%ທີ່ຄາດຄະເນໄວ້ກ່ອນໜ້ານີ້ຂຶ້ນເປັນ 5,9%. ໃນຂະນະດຽວກັນ,ຄາດວ່າ ລວມຍອດຜະລິດຕະພັນພາຍໃນປະເທດຫຼື GDP ຂອງໄທໃນໄຕມາດທີສອງປີນີ້ຈະເພີ່ມຂຶ້ນ 2,9%.