ກົດໝາຍການຄວບຄຸມອາວຸດປືນຂອງອາເມຣິກາບໍ່ສາມາດຜ່ານການຮັບຮອງ ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມແຕກແຍກທາງການເມືອງຂອງອາເມຣິກາ

2022-06-16 16:47:15 CRI

  ຫວ່າງມໍ່ມານີ້, ພາຍຫຼັງໂຮງຮຽນປະຖົມແຫ່ງໜຶ່ງຂອງລັດເທັກຊັດ ອາເມຣິກາ ເກີດເຫດການບຸກຍິງຄົນຜ່ານໄປສອງອາທິດແລ້ວ, ຜູ້ລອດຊີວິດ ແລະ ຄອບຄົວຜູ້ຖືກເຄາະຮ້າຍໄດ້ເດີນທາງໄປເຖິງລັດຖະສະພາອາເມຣິກາ ເພື່ອຮ້ອງຟ້ອງຜົນຮ້າຍທີ່ເກີດຈາກການໃຊ້ອາວຸດປືນກໍ່ຄວາມຮຸນແຮງ ໃນກອງປະຊຸມຟັງຄຳໃຫ້ການຂອງສະພາຕ່ຳ ແລະ ຮຽກຮ້ອງໃຫ້ປະຕິບັດກົດໝາຍຄຸ້ມຄອງ ແລະຄວບຄຸມອາວຸດປືນທີ່ເຂັ້ມງວດກວ່າເກົ່າ.

ພາຍໃຕ້ການຊຸກຍູ້ຈາກກອງປະຊຸມຟັງຄຳໃຫ້ການດັ່ງກ່າວ, ສະພາຕ່ຳອາເມຣິກາໄດ້ຜ່ານຮ່າງກົດໝາຍຄວບຄຸມແລະຄຸ້ມຄອງອາວຸດປືນສະບັບໜຶ່ງ ໂດຍໄດ້ປັບອາຍຸຕ່ຳສຸດໃນການຊື້ອາວຸດປືນເຄິ່ງອັດຕະໂນມັດທີ່ຖືກຕ້ອງຕາມກົດໝາຍ ຈາກ 18 ປີຂຶ້ນເປັນ 21 ປີ ພ້ອມທັງໄດ້ເພີ່ມທະວີການຄຸ້ມຄອງແລະຄວບຄຸມເປືອນເຖື່ອນທີ່ບໍ່ໄດ້ຮັບການມອບສິດຈາກລັດຖະບານອາເມຣິກາ. ໂດຍອີງຕາມລະບຽບການນິຕິບັນຍັດ, ກົດໝາຍທີ່ໄດ້ຜ່ານການຮັບຮອງໃນສະພາຕ່ຳສະບັບນີ້ຍັງຕ້ອງຜ່ານການຮັບຮອງໃນສະພາສູງແລ້ວຈິ່ງສາມາດກາຍເປັນກົດໝາຍໄດ້.

ແຕ່ວ່າ, ເລືອດຂອງເດັກນ້ອຍ 19 ຄົນດັ່ງກ່າວ ກໍບໍ່ສາມາດເຮັດໃຫ້ນັກການເມືອງອາເມຣິກາເກີດມີເມດຕາຈິດເລີຍ. ຍ້ອນວ່າ ພັກຣີພັບລິກກັນຄັດຄ້ານ, ສະພາສູງອາເມຣິກາ ບໍ່ສາມາດບັນລຸສັນຍາກ່ຽວກັບການເຈລະຈາໃນການນິຕິບັດຍັດຄຸ້ມຄອງອາວຸດປືນໄດ້, ຮ່າງກົດໝາຍຄວບຄຸມອາວຸດປືນສະບັບນີ້ຍັງໄກຫຼາຍທີ່ຈະກາຍເປັນກົດໝາຍໄດ້.

ນັບເປັນເວລາດົນນານມາແລ້ວ, ອາເມຣິກາປ່າວຂ່າວວ່າ ຕົນມີປະຊາທິປະໄຕ ແລະ ສິດທິມະນຸດທີ່ເຕັມປ່ຽມທີ່ສຸດ, ແຕ່ກົດໝາຍວ່າດ້ວຍການຄວບຄຸມອາວຸດປືນໄດ້ປະສົບຄວາມຫຼົ້ມເຫຼວຫຼາຍເທື່ອໃນລັດຖະສະພາ ເຊິ່ງເປັນການເຜີຍແບຄວາມຈອມປອມຂອງສິດທິມະນຸດແບບອາເມຣິກາອີກຄັ້ງໃໝ່. ຜົນການສຳຫຼວດຄວາມເຫັນຂອງປະຊາຊົນຄັ້ງຫຼ້າສຸດໄດ້ສະແດງໃຫ້ເຫັນວ່າ, ພາຍຫຼັງເກີດເຫດການກວາດຍິງຢູ່ໂຮງຮຽນປະຖົມເທັກຊັດແລ້ວ, ຜູ້ຕອບການສຳພາດມີ 59% ໄດ້ສະໜັບສະໜູນການໃຊ້ມາດຕະການຄວບຄຸມການໃຊ້ອາວຸດປືນກໍ່ຄວາມຮຸນແຮງ ເຊິ່ງເປັນອັດຕາສ່ວນສູງສຸດໃນຮອບ 10 ປີ. ອາດເວົ້າໄດ້ວ່າ,ການຄວບຄຸມອາວຸດປືນໃນປັດຈຸບັນແມ່ນຖືກໃຈປະຊາຊົນອາເມຣິກາທີ່ສຸດ. ແຕ່ຜົນການສຳຫຼວດຄວາມເຫັນຂອງປະຊາຊົນທີ່ເຂັ້ມແຂງສະບັບນີ້ ພັດບໍ່ສາມາດຊຸກຍູ້ໃຫ້ອາເມຣິກາເກີດມີການປ່ຽນແປງທີ່ແທ້ຈິງ”.

ເປັນເວລາດົນນານມາແລ້ວ, ພັກເດໂມເຄຣດ ແລະ ພັກຣີພັບລິກັນຂອງອາເມຣິກາໄດ້ເກີດມີຄວາມຂັດແຍ້ງກັນຢ່າງຮ້າຍແຮງໃນບັນຫາການປະຕິຮູບອາວຸດປືນ. ຄຽງຄູ່ກັບສັງຄົມອາເມຣິກາເກີດມີຄວາມແຕກແຍກກັນນັບມື້ນັບຮ້າຍແຮງຂຶ້ນ, ການເປັນປໍລະປັກກັນລະຫວ່າງສອງພັກກໍນັບມື້ນັບຮຸນແຮງຂຶ້ນເຊັ່ນກັນ. ໃນນັ້ນ, ພັກຣີພັບລິກັນເດັດດ່ຽວສະໜັບສະໜູນໃຫ້ພົນລະເມືອງອາເມຣິກາ ມີສິດຄອບຄອງ ແລະຖືປືນ ດ້ວຍຂໍ້ອ້າງວ່າ ປົກປ້ອງລັດຖະທຳມະນູນອາເມຣິກາສະບັບປັບປຸງທີ 2. ຄຽງຄູ່ກັບຫາງສຽງການຄວບຄຸມອາວຸດປືນຄັ້ງນີ້ນັບມື້ນັບຮຸນແຮງຂຶ້ນ, ພັກຣີພັບລິກັນໄດ້ຕັ້ງແກ້ງອະທິບາຍດ້ວຍຂໍ້ອ້າງທີ່ວ່າອາເມຣິກາບໍ່ໄດ້ຫ້າມໃຊ້ເຮືອບິນ ພາຍຫຼັງເຫດການ 11 ກັນຍາເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງໜ້າຕາທີ່ອັບປີຊີກະບານຂອງນັກການເມືອງອາເມຣິກາ ທີ່ເອົາຜົນປະໂຫຍດຂອງພັກການເມືອງໄວ້ຢູ່ເໜືອຊີວິດຂອງປະຊາຊົນ.

ມີສື່ມວນຊົນອາເມຣິກາເປີດເຜີຍວ່າ: ໃນອະນາຄົດອາດຈະມີກົດໝາຍຄວບຄຸມອາວຸດປືນສະບັບຜ່ອນຜັນສັ້ນຍາວຫຼາຍທີ່ສຸດ ທີ່ຫຼຸດຄວາມເຂັ້ມງວດໃນການຄວບຄຸມອາວຸດປືນ ເພື່ອໄດ້ຮັບການສະໜັບສະໜູນຫຼາຍກວ່າເກົ່າ, ໃນນັ້ນ, ຈຸດສຳຄັນເປັນຂໍກະແຈກໍແມ່ນປັບມາດຕາໃຫ້ປັບອາຍຸຊື້ອາວຸດປືນຈາກ 18 ປີຂຶ້ນເປັນ 21 ປີປ່ຽນເປັນເພີ່ມທະວີການສຳຫຼວດເບື້ອງຫຼັງຕໍ່ຜູ້ຊື້ປືນທີ່ມີອາຍຸແຕ່ 18 ປີຫາ 21 ປີ”. ຈາກນີ້ເຫັນໄດ້ວ່າ: ການຄວບຄຸມອາວຸດປືນບໍ່ແມ່ນເປັນໄປບໍ່ໄດ້, ແຕ່ຫາກແມ່ນບໍ່ໃຫ້ສ້າງຜົນກະທົບຕໍ່ການຈຳໜ່າຍອາວຸດປືນ. ເລື່ອງປະຊາຊົນເສຍຊີວິດນັ້ນເປັນເລື່ອງນ້ອຍ, ແຕ່ເລື່ອງການຂາດຜົນກຳໄລນັ້ນຈະເປັນເລື່ອງໃຫຍ່. ຈຸດປະສົງຂອງຄວາມຂັດແຍ້ງກັນລະຫວ່າງສອງພັກ ກໍແມ່ນສະມາຊິກພັກຕົນໃນລັດຖະສະພາ ບີບບັງຄັບໃຫ້ຝ່າຍກົງກັນຂ້າມເຈລະຈາກັບຕົນໃນຮ່າງກົດໝາຍສະບັບຕ່າງໆ ເພື່ອຈະໄດ້ແລກປ່ຽນຜົນປະໂຫຍດເຊິ່ງກັນແລະກັນ.

ນັກການເມືອງໄດ້ສົມຮູ້ຮ່ວມຄິດກັບກຸ່ມສະໜັບສະໜູນອາວຸດປືນ, ໄດ້ຢັບຢັ້ງຮ່າງກົດໝາຍຄວບຄຸມອາວຸດປືນເທື່ອແລ້ເທື່ອອີກ ແລະ ໄດ້ສ້າງຜົນກຳໄລໃຫ້ແກ່ຕົນຢ່າງຫຼວງຫຼາຍ. ແຕ່ວ່າ ຄ່າຕອບແທນກໍແມ່ນຊີວິດຂອງປະຊາຊົນອາເມຣິກາໄດ້ລ່ວງລັບໄປຢ່າງຫຼວງຫຼາຍຍ້ອນອາວຸດປືນ. ປີ 2021, ຜູ້ເສຍຊີວິດໃນເຫດການໃຊ້ອາວຸດປືນກໍ່ຄວາມຮຸນແຮງຢູ່ອາເມຣິກາມີເຖິງ 45.000 ກວ່າຄົນ. ປີ 2022 ບໍ່ຮອດເຄິ່ງປີ, ອາເມຣິກາກໍມີຄົນເສຍຊີວິດຍ້ອນອາວຸດປືນ 16.000 ກວ່າຄົນແລ້ວ.

ຍັງຈະມີປະຊາຊົນເສຍຊີວິດອີກຫຼາຍປານໃດ ຈິ່ງຈະເຮັດໃຫ້ນັກການເມືອງອາເມຣິກາເກີດມີຄວາມເມດຕາ? “ພວກເຮົາຮູ້ດີຢູ່ວ່າ: “ເວົ້າສຳລັບຜູ້ຄົນທີ່ໄດ້ຮັບເງິນອຸດໜູນທາງການເມືອງແລ້ວ, ອາວຸດປືນຈະສຳຄັນກວ່າເດັກນ້ອຍ.” ນີ້ແມ່ນຄຳເວົ້າຂອງແມ່ຂອງເດັກນ້ອຍຜູ້ໜຶ່ງ ທີ່ຖືກເຄາະຮ້າຍໃນຄະດີກວາດຍິງທີ່ເກີດຂຶ້ນໃນໂຮງຮຽນປະຖົມລັດເທັກຊັດ ເຊິ່ງໄດ້ເປີດເຜີຍທາດແທ້ຂອງການເມືອງອາເມຣິກາ ນັ້ນກໍຄື ບໍ່ແມ່ນຮັບໃຊ້ປະຊາຊົນທຳມະດາ ຫາກແມ່ນຮັບໃຊ້ຜົນປະໂຫຍດກຸ່ມນາຍທຶນ.