ຟັງຮ້ອຍເທື່ອກໍ່ບໍ່ທໍ່ຕາເຫັນ

2022-06-16 18:50:15 cri



ທ່ານຕາຊອສ ວາມວາກີດິສ ຄົນເກຣັກໄດ້ເຮັດວຽກຢູ່ທ່າກຳປັ່ນປີຣາເອອຸສຂອງເກຣັກມາເປັນເວລາເກືອບເຄິ່ງສະຕະວັດແລ້ວ, ທ່າກຳປັ່ນປີຣາເອອຸສປຽບເໜືອນເຮືອນຫຼັງທີ 2 ຂອງລາວ. ລາວບໍ່ຄິດບໍ່ຝັນເລີຍວ່າ, ຕົນເອງຈະໂຊກດີທີ່ໄດ້ມີໂອກາດພົບເຫັນທ່ານສີຈິ້ນຜິງ ປະທານປະເທດຈີນ ເຖິງ 2 ຄັ້ງ.

 



ວັນທີ 11 ພະຈິກ ປີ 2019, ທ່ານປະທານສີຈິ້ນຜິງທີ່ພວມຢ້ຽມຢາມປະເທດເກຣັກທາງລັດຖະກິດ ໄດ້ເດີນທາງໄປທ່າກຳປັ່ນປີຣາເອອຸສ ທີ່ຕັ້ງຢູ່ຫ່າງຈາກນະຄອນຫຼວງອາແຕນໄປທາງທິດຕາເວັນຕົກສຽງໃຕ້ປະມານ 10 ກິໂລແມັດເປັນການສະເພາະ, ເພື່ອສຳຫຼວດກວດກາທີ່ທ່າກຳປັ່ນດັ່ງກ່າວທີ່ໂຄງການຕົວແບບແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຂອງວິສາຫະກິດຈີນ ແລະ ເກຣັກ, ພ້ອມທັງຮັບຟັງຄວາມເຫັນຂອງພະນັກງານຢູ່ທ່າກຳປັ່ນແຫ່ງນີ້ທີ່ມີຕໍ່ “ໜຶ່ງແລວໜຶ່ງເສັ້ນທາງ”.

 

“ທ່ານປະທານສີທີ່ເຄົາລົບນັບຖື, ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ພົບກັບທ່ານອີກເທື່ອໜຶ່ງ, ແລະໄດ້ລົມກັບທ່ານຢ່າງໃກ້ຊິດຄືແນວນີ້!” ທ່ານຕາຊອສ ວາມວາກີດິສ ຜູ້ອຳນວຍການພະແນກທຸລະກິດບໍລິສັດ ທ່າກຳປັ່ນປີຣາເອອຸສ ຈົ່ງຢວນໄຫຢຸ້ນຈຳກັດ ໄດ້ເວົ້າດ້ວຍຄວາມຕື່ນເຕັ້ນໃຈ. ໃນຖານະເປັນພະນັກງານຕົວແບບຂອງ ທ່າກຳປັ່ນປີຣາເອອຸສ, ທ່ານ ວາມວາກີດິສ ເຄີຍເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືສຸດຍອດວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທຳອິດທີ່ຈັດຂຶ້ນໃນເດືອນພຶດສະພາປີ 2017, ພ້ອມທັງໄດ້ຮັບຟັງການກ່າວປາຖະກະຖາຂອງທ່ານສີຈິ້ນຜິງໃນພິທີເປີດກອງປະຊຸມ.

 

ທ່ານວາມວາກີດິສເວົ້າວ່າ: “ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ກາຍເປັນສະມາຊິກໃນຄອບຄົວໃຫຍ່ຂອງບໍລິສັດຈົ່ງຢວນໄຫຢຸ້ນ. ໝູ່ຮ່ວມງານຄົນຈີນໄດ້ປະຕິບັດຕໍ່ພວກເຮົາຄືກັນກັບອ້າຍນ້ອງດຽວກັນ, ຂ້າພະເຈົ້າຮູ້ສຶກສະບາຍໃຈຫຼາຍທີ່ໄດ້ ເຮັດວຽກຢູ່ສະຖານທີ່ແຫ່ງນີ້.” ໃນສາຍຕາຂອງລາວ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ບໍ່ພຽງແຕ່ແມ່ນການຮ່ວມມືດ້ານເສດຖະກິດການຄ້າເທົ່ານັ້ນ, ແຕ່ຍັງແມ່ນການແລກປ່ຽນລະຫວ່າງຄົນກັບຄົນອີກດ້ວຍ.

 

ຢູ່ເທິງໜ້ານ້ຳທະເລ, ນົກນາງນວນໄດ້ບິນເວີ່ນໄປມາຢ່າງອິດສະຫຼະ. ຢູ່ຕາມດາດຟ້າຂອງຕຶກທີ່ສາມາດແນມເບິ່ງທົ່ວທ່າກຳປັ່ນໄດ້, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບຄົນທັງຫຼາຍຢ່າງອົບອຸ່ນ ແລະ ເບີກບານມ່ວນຊື່ນ.

 

ທ່ານສີຈິ້ນຜິງກ່າວວ່າ: “ຟັງຮ້ອຍເທື່ອກໍ່ບໍ່ທໍ່ຕາເຫັນ. ມື້ນີ້ມາຮອດ ທ່າກຳປັ່ນປີຣາເອອຸສ, ໄດ້ເຫັນການພັດທະນາ ແລະ ການປ່ຽນແປງຢູ່ສະຖານທີ່ແຫ່ງນີ້. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ຂອງຈີນ ບໍ່ແມ່ນ ຄຳຂວັນ ແລະ ບໍ່ແມ່ນເລື່ອງເລົ່າແບບນິຍາຍ, ແຕ່ຫາກແມ່ນພຶດຕິກຳທີ່ສຳເລັດຜົນ ແລະ ຄວາມເປັນຈິງທີ່ໜ້າປະທັບໃຈ. ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ຍຶດໝັ້ນການປຶກສາຫາລືຮ່ວມກັນ ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ, ບໍ່ແມ່ນຕັດສິນໃຈໂດຍຝ່າຍດຽວ, ແຕ່ ແມ່ນຄົນທັງຫຼາຍໄດ້ຮ່ວມກັນແບກຫາບຄວາມຮັບຜິດຊອບ ແລະ ຮ່ວມກັນຊົມໃຊ້ໝາກຜົນ.” ຄວາມເວົ້າທີ່ອົບອຸ່ນຄືດັ່ງກ່າວນີ້, ໄດ້ຮັບສຽງຕົບມືຊົມເຊີຍຢ່າງຄຶກຄື້ນຈາກຄົນທັງຫຼາຍ.

 

ທ່ານວາມວາກີດິສໄດ້ຫວນຄືນຄວາມຊົງຈຳວ່າ: “ຄວາມເວົ້າຂອງທ່ານສີຈິ້ນຜີງແມ່ນເຕັມໄປດ້ວຍສະຕິປັນຍາ ແລະ ວິໄສທັດທີ່ເບິ່ງກວ້າງເຫັນໄກ. ຜູ້ນຳທີ່ຍິ່ງໃຫຍ່ຂອງປະເທດທີ່ຍິ່ງໃຫຍ່ແລະມີຄວາມເປັນກັນເອງຄືແນວນີ້, ຂ້າພະເຈົ້າຮູ້ສຶກປະທັບໃຈທີ່ສຸດ. ທ່ານໄດ້ສົນທະນາກັບພວກເຮົາຢ່າງສະໜິດສະໜົມກັນ, ເໝືອນກັບເພື່ອນມິດເກົ່າ.” ມາຮອດປັດຈຸບັນນີ້, ທ່ານວາມວາກີດິສ ຍິ່ງໄດ້ເຂົ້າໃຈແຈ້ງເຖິງສາຍຕາທີ່ເບິ່ງກວ້າງເຫັນໄກ ແລະ ຄວາມສະຫຼາດຫຼັກແຫຼມຂອງຜູ້ນຳຈີນທີ່ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.

 



ທ່າກຳປັ່ນປີຣາເອອຸສ

 

ເມື່ອຫວນຄືນ 10 ກວ່າປີກ່ອນ, ທ່າກຳປັ່ນປີຣາເອອຸສໄດ້ປະສົບກັບວິກິດການຢ່າງໜັກໜ່ວງ ແລະປະສົບກັບຜົນເສຍຫາຍຢ່າງຫຼວງຫຼາຍ, ເຈົ້າຂອງກຳປັ່ນຈຳນວນຫຼວງຫຼາຍໄດ້ຖິ້ມປະທ່າກຳປັ່ນປີຣາເອອຸສໄປ. ນັບແຕ່ປີ 2010 ເປັນຕົ້ນມາ, ບໍລິສັດຈີນໄດ້ເຂົ້າມາຮ່ວມບໍລິຫານທ່າກຳປັ່ນປີຣາເອອຸສຢ່າງເປັນທາງການ, ເຊິ່ງໄດ້ເພີ່ມພະລັງຊີວິດຊີວາໃຫ້ກັບທ່າກຳປັ່ນແຫ່ງນີ້. ປີ 2016, ໂດຍນຳໃຊ້ໂອກາດຂອງ “ໜຶ່ງແລວໜຶ່ງເສັ້ນທາງ”, ບໍລິສັດຈົ່ງຢວນໄຫຢຸ້ນໄດ້ເຂົ້າຮັບໜ້າທີ່ບໍລິຫານພະແນກກິດຈະການທ່າກຳປັ່ນປີຣາເອອຸສ, ໂດຍໄດ້ເປີດກວ້າງຂອບເຂດທຸລະກິດອອກໄປສູ່ທົ່ວທ່າກຳປັ່ນປີຣາເອອຸສ.

 

ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ປະລິມານການຄ່ຽນຖ່າຍຕູ້ຄອນເທັນເນີຢູ່ທ່າກຳປັ່ນປີຣາເອອຸສໄດ້ເພີ່ມຈາກ 880.000 ຕູ້ມາດຕະຖານໃນປີ 2010 ຂຶ້ນເປັນ 5.650.000 ຕູ້ມາດຕະຖານໃນປີ 2019. ການຈັດອັນດັບທ່າກຳປັ່ນຢູ່ໃນໂລກ ກໍເພີ່ມຂຶ້ນຈາກອັນດັບທີ 93 ມາເປັນອັນດັບທີ 25, ເຊິ່ງກາຍເປັນທ່າກຳປັ່ນໃຫຍ່ທີ່ສຸດຢູ່ຕາມທະເລເມດີເຕຣາເນ, ການປະກອບສ່ວນດ້ານເສດຖະກິດໂດຍກົງຕໍ່ປະເທດເກຣັກມີມູນຄ່າຫຼາຍກວ່າ 600 ລ້ານເອີໂຣ. ພາຍໃຕ້ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ປະລິມານການຄ່ຽນຂົນຖ່າຍຕູ້ຄອນເທັນເນີຂອງທ່າກຳປັ່ນປີຣາເອອຸສໄດ້ຫຼຸດໜ້ອຍລົງຈຳນວນໜຶ່ງ, ແຕ່ຍັງມີຜົນງານຢ່າງພົ້ນເດັ່ນຢູ່ຕາມບໍລິເວນທະເລເມດີເຕຣາເນ ກໍຄືທົ່ວທະວີບເອີຣົບ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງຂອງເອີຣົບກໍຄຄືທົ່ວໂລກ.

 

ທ່າກຳປັ່ນປີຣາເອອຸສໄດ້ຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່, ເປັນຕົວຢ່າງ ທີ່ດີໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນທົ່ວໂລກ. ໃນໄລຍະ 8 ປີທີ່ຜ່ານມາ, ໄດ້ມີ 149 ປະເທດ ແລະອົງການຈັດຕັ້ງສາກົນ 32 ອົງການເຊັນເອກະສານຮ່ວມມືເພື່ອຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຈີນ. ບັນດາເພື່ອນມິດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ນັບມື້ນັບເພີ່ມຂຶ້ນ, ແຜນຜັງການຮ່ວມມືນັບມື້ນັບລະອຽດກວ່າເກົ່າ. ພາຍໃຕ້ເງົາມືດແຫ່ງການແຜ່ລະບາດຂອງພະຍາດໂຄວິດ-19, ການຮ່ວມມືໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ຊ້ຳພັດມີທ່ວງທ່າພັດທະນາດີຂຶ້ນ, ເຊິ່ງໄດ້ເພີ່ມຄວາມມີຊີວິດຊີວາໃຫ້ກັບເສດຖະກິດໂລກທີ່ຊຸດໂຊມລົງ.

 

ທ່ານ ວາມວາກີດິສເວົ້າວ່າ, ຕົນເອງຖືເອົາແນວຄວາມຄິດຕ່າງຝ່າຍຕ່າງມີຜົນປະໂຫຍດທີ່ຜູ້ນຳຈີນສົ່ງເສີມນັ້ນເປັນຄະຕິເຕືອນໃຈຂອງຕົນ. ພະນັກງານທ່າກຳປັ່ນທີ່ໄດ້ເລີ່ມເຮັດວຽກຢູ່ທ່າກຳປັ່ນປີຣາເອອຸສເມື່ອຕອນອາຍຸ 16 ປີຜູ້ນີ້ ໄດ້ເວົ້າດ້ວຍຄວາມພາກພູມໃຈວ່າ, ລູກຊາຍສອງຄົນຂອງລາວລ້ວນແຕ່ໄດ້ເຂົ້າຮ່ວມພາລະກິດຂົນສົ່ງທາງທະເລຂອງທ່າກຳປັ່ນປີຣາເອອຸສ, ລາວເອງກໍຄືຄອບຄົວ ຈະສືບຕໍ່ປະກອບສ່ວນອຸທິດກຳລັງແຮງຂອງຕົນເຂົ້າໃນການສ້າງຜົນສຳເລັດໃຫ້ກັບທ່າກຳປັ່ນປີຣາເອອຸສ.