ຄວາມເຈັບແສບຂອງຄົນທັງຫຼາຍພັດກາຍເປັນໂອກາດການຄ້າຂອງພໍ່ຄ້າອາວຸດ

2022-06-16 16:50:42 CRI

ວັນທີ 24 ພຶດສະພາ 2022 ຜ່ານມານີ້, ອາເມຣິກາໄດ້ເກີດເຫດການກວາດຍິງຢ່າງຮ້າຍແຮງຄັ້ງໜຶ່ງ ຄືມີມືປືນອາຍຸຫາກໍເຕັມ 18 ປີ ໄດ້ບຸກເຂົ້າໂຮງຮຽນປະຖົມຫຼັງໜຶ່ງຂອງລັດເທັກຊັດຂອງອາເມຣິກາ, ໄດ້ສັງຫານຊີວິດຄູ ແລະນັກຮຽນ 21 ຄົນ, ໃນນັ້ນ, ມີ 19 ຄົນເປັນເດັກນ້ອຍ.

ເຫດການກວາດຍິຄັ້ງນີ້ໄດ້ເຮັດໃຫ້ທົ່ວໂລກສະເທືອນໃຈນຳ ແລະ ກໍໄດ້ເຮັດໃຫ້ວົງການຕ່າງຂອງອາເມຣິກາພາກັນປິກສາຫາລືກ່ຽວກັບບັນຫາຄວບຄຸມແລະຄຸ້ມຄອງປືນ.

ເລີ່ມແຕ່ຕອນທ່ຽງວັນທີ 26 ພຶດສະພານີ້, ນັກຮຽນຫຼາຍພັນຄົນຂອອາເມຣິກາໄດ້ຍ່າງອອກຈາກຫ້ອງຮຽນ, ປະທ້ວງ ແລະຮຽກຮ້ອງໃຫ້ນັກການເມືອງອາເມຣິກາໃຊ້ການກະທຳຕົວຈິງ ເພື່ອສະກັດກັ້ນການກະທຳທີ່ໃຊ້ອາວຸດປືນກໍ່ຄວາມຮຸນແຮງ, ນັກຮຽນທັງຫຼາຍກ່າວວ່າ: “ພວກເຮົາບໍ່ພຽງແຕ່ຕ້ອງການສຳຫຼວດຄືນ ແລະອະທິຖານເທົ່ານັ້ນ, ພວກເຮົາຍັງຮຽຮ້ອງໃຫ້ຜູ້ສ້າງກົດໝາຍໃຊ້ການກະທຳຕົວຈິງໃນທັນທີ.”

ທ່ານຣິ ເມີຟີ ສະມາຊິກພັກເດໂມແຄຣັອາເມຣິກາ ໄດ້ກ່າວຄຳປາໄສໃນສະພາສູງອາເມຣິກາວ່າ: ທົ່ວໂລກມີແຕ່ເດັກນ້ອຍອາເມຣິກາເທົ່ານັ້ນເປັນຫ່ວງວ່າ ຕົນຈະຖືກຍິງຕາຍຫຼືບໍ່ຢູ່ເສັ້ນທາງໄປເຂົ້າຮຽນ. ທ່ານຖາມດ້ວຍອາລົມຮ້ອນວ່າ: “ພວກເຮົາເຮັດຫຍັງຢູ່? ພວກເຮົາເຮັດຫຍັງຢູ່?”

ແຕ່ສິ່ງທີ່ໜ້າສຽດສີນັ້ນກໍຄື: ພາຍຫຼັງເຫດການກວາດຍິງຄັ້ງນີ້ເກີດຂຶ້ນໄດ້ 3 ມື້, ກອງປະຊຸມປະຈຳປີຂອງສະມາຄົມປືນຍາວອາເມຣິກາ ທີ່ເປັນກິດຈະກຳໂຄສະນາຂາຍປືນທີ່ໃຫຍ່ທີ່ສຸດໃນແຕ່ລະປີຂອງອາເມຣິກາ ໄດ້ຈັດຂຶ້ນຕາມກຳນົດຢູ່ລັດເທັກຊັດໃນວັນທີ 27 ພຶດສະພານີ້, ສະຖານທີ່ປະຊຸມໄກຈາກບ່ອນເກີດເຫດພຽງ 450 ກິໂລແມັດເທົ່ານັ້ນ. ໃນກອງປະຊຸມປະຈຳປີຄັ້ງນີ້, ທ່ານຕັ ຣູ ສະມາຊິກສະພາສູງຂອງພັກຣີພັບຣີກັນຂອງອາເມຣິກາກ່າວວ່າ: “ຫ້າມປືນບໍ່ໄດ້ດອກ, ຖ້າບໍ່ດັ່ງນັ້ນຈະມີຜູ້ເສຍຊີວິດຫຼາຍກວ່າປັດຈຸບັນອີກ.” ທ່ານຟິວ ຣາເວລີ ສະມາຊິກຄະນະອຳນວຍການສະມາຄົມປືນຍາວອາເມຣິກາກໍກ່າວວ່າ: ຕົນຈະບໍ່ສະໜັບສະໜູນການຫ້າມ ຫຼືຈຳກັດປືນ.

ໃນຂະນະດຽວກັນ, ມີພໍ່ຄ້າອາວຸດຂອງອາເມຣິກາໄດ້ສວຍໂອກາດໂຄສະນາຂາຍປືນຍາວເຄິ່ງອັດຕະໂນມັດ JR-15 ທີ່ແນໃສ່ເດັກນ້ອຍທັງຫຼາຍ ດ້ວຍຂໍ້ອ້າງວ່າ ເປັນການປົກປ້ອງຄວາມປອດໄພຂອຕົນ ເພື່ອຮັບມືກັບເຫດການທີ່ຄ້າຍຄືກັນກັບເຫດທີ່ເກີດຂຶ້ນໃນໂຮງຮຽນຄັ້ງນີ້. ນອກນີ້, ບໍລິສັດອາເມຣິກາແຫ່ງໜຶ່ງໄດ້ເລີ່ມທົດລອງ ແລະພັດທະນາຖົງໃສ່ປຶ້ມທີ່ສາມາດປ້ອງກັນລູກປືນແບບໃໝ່, ຍັງມີບາງບໍລິສັດໂຄສະນາຂາຍອຸປະກອນໃຊ້ໃນໂຮງຮຽນທີ່ສາມາດກັນລູກປືນໄດ້. ທາງໂຮງຮຽນຂອງອາເມຣິກາກໍເລີ່ມຈັດຊື້ກະດານຂາວທີ່ສາມາດປ້ອງກັນລູກປືນໃຫ້ແກ່ຄູອາຈານ.

ໂດຍປະເຊີນໜ້າກັບເຫດການໃຊ້ອາວຸດປືນກໍ່ຄວາມຮຸນແຮງໃນໂຮງຮຽນ, ສິ່ງທີ່ພໍ່ຄ້າອາວຸດຂອງອາເມຣິກາກະທຳນັ້ນ ພັດແມ່ນເພີ່ມທະວີໃນການໂຄສະນາຂາຍອາວຸດປືນລຸ້ນໃໝ່ຕ່າງໆ, ເພື່ອປ່າວປະກາດໃຫ້ຄົນທັງຫຼາຍໃຊ້ຄວາມຮຸນແຮງມາສະກັດກັ້ນຄວາມຮຸນແຮງ. ຄວາມເຈັບແສບຂອງຄົນທັງຫຼາຍ ຍ້ອນເຫດການກວາດຍິຄັ້ງນີ້, ພັດໄດ້ກາຍເປັນໂອກາດການຄ້າສຳລັບພໍ່ຄ້າອາວຸດຂອງອາເມຣິກາ.

ພາຍຫຼັງເກີດເຫດການກວາດຍິງແລ້ວ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ອອກຄຳສັ່ງໃຫ້ທຳນຽບຂາວອາເມຣິກາຊັກທຸງຊາດລົງເຄິ່ງເສົາ ເພື່ອສະແດງຄວາມໄວ້ອາໄລ. ໃນຂະນະດຽວກັນ, ທ່ານຍັງໄດ້ກ່າວຄຳປາໄສໄປຍັງທົ່ວປະເທດ ໂດຍກ່າວເນັ້ນວ່າຈະຕ້ອງໃຊ້ການກະທຳຕົວຈິງ, ນອນີ້ຍັງຮຽກຮ້ອງໃຫ້ຜ່ານກົດໝາຍຈຳກັດປືນສະບັບໃໝ່. ແຕ່ເມື່ອມີຄົນຖາມວ່າຈະໃຊ້ການກະທຳຕົວຈິງແນວໃດ, ທ່ານໂຈ ໄບເດັນພັດຕອບວ່າບໍ່ສາມາດຕັດສິນດ້ວຍໂຕເອງໄດ້, ຈະຕ້ອງໃຫ້ລັດຖະສະພາອາເມຣິກາປິກສາຫາລືກັນກ່ຽວກັບເລື່ອງນີ້.

ປັດຈຸບັນ, ຄົນໄວໜຸ່ມຂອງອາເມຣິກາພວມຢູ່ໃນເງົາມືດຂອງເຫດການຍິງກັນທີ່ເກີດຂຶ້ນເລື້ອຍໆ, ແຕ່ຜູ້ນຳ ແລະພໍ່ຄ້າອາວຸດຂອງອາເມຣິກາ ພັດມີທ່າທີເມີນເສີຍຕໍ່ຄວາມຮຽກຮ້ອງຂອງປະຊາຊົນທີ່ໃຫ້ຈຳກັດການນຳໃຊ້ປືນ. ຫາກການນຳໃຊ້ປືນຂອງອາເມຣິກາບໍ່ຖືກຈຳກັດ, ເຫດການໂສກນາຕະກຳແບບນີ້ ກໍຍັງຈະເກີດຂຶ້ນຢູ່ອາເມຣິກາຕໍ່ໄປ.