ສື່ມວນຊົນຕາເວັນຕົກຮ່ວມກັນ “ປະຕິເສດຂ່າວລື” ວ່າ ອາເມຣິກາບໍ່ແມ່ນແຫຼ່ງກຳເນີດຂອງພະຍາດໝາກສຸກລີງ, ໄດ້ສະແດງໃຫ້ເຫັນທາດແທ້ຂອງສອງມາດຕະຖານຂອງເຂົາ

2022-06-16 20:31:43 cri

ພະຍາດໂຄວິດ-19 ຍັງແຜ່ລະຍາດໃນທົ່ວໂລກຢູ່, ພະຍາດໝາກສຸກລີງກໍໄດ້ລະບາດຂຶ້ນຢ່າງກະທັນຫັນອີກ. ຫວ່າງມໍ່ໆມານີ້, ເຊື້ອພະຍາດໝາກສຸກລີງໄດ້ແຜ່ລະບາດຢູ່ຫຼາຍປະເທດຂອງເອີຣົບ ແລະອາເມຣິກາ ແລ້ວໄດ້ແຜ່ລະບາດໄປສູ່ຕ່າງປະເທດຢ່າງວ່ອງໄວ. ສາເຫດທີ່ເຮັດໃຫ້ເກີດພະຍາດໝາກສຸກລີງຍັງຕ້ອງສືບສວນຢູ່, ແຕ່ຫຼາຍແຫຼ່ງຂ່າວສົງໄສວ່າ, ອາເມຣິກາແມ່ນແຫຼ່ງກຳເນີດຂອງພະຍາດດັ່ງກ່າວ.

ສື່ມວນຊົນອາເມຣິກາລາຍງານວ່າ: ໃນເດືອນມັງກອນ ປີ 2022 ນີ້, ມີໂຕລີງໃນຫ້ອງທົດລອງຂອງອາເມຣິກາໄດ້ໜີອອກໄປຢູ່ຕາມທາງຫຼວງອາເມຣິກາ, ວັນທີ 18 ພຶດສະພາປີນີ້, ອາເມຣິກາຢືນຢັນວ່າ ປະເທດຕົນໄດ້ພົບເຫັນຜູ້ຖືກບົ່ງມະຕິເປັນພະຍາດໝາກສຸກລີງ, ສະນັ້ນຈຶ່ງມີຄົນສົງໄສວ່າ ເລື່ອງນີ້ກ່ຽວພັນເຖິງການແຜ່ລະບາດຂອງພະຍາດໝາກສຸກລີງ. ນອກນີ້, ໂດຍອີງຕາມເອກະສານສະບັບໜຶ່ງທີ່ກະຊວງປ້ອງກັນປະເທດຣັດເຊຍເປີດເຜີຍເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ ເຊື້ອພະຍາດໝາກສຸກລີງມາຈາກນີເຊລີ ເຊິ່ງເປັນປະເທດອາຟຣິກາຕາເວັນຕົກ, ພໍດີອາເມຣິກາໄດ້ຕັ້ງຫ້ອງທົດລອງຊີວະພາບ 4 ແຫ່ງຢູ່ນີເຊລີ. ສະນັ້ນ, ຣັດເຊຍ ໄດ້ສະເໜີໃຫ້ອົງການອະນາໄມໂລກສຳຫຼວດຕໍ່ຫ້ອງທົດລອງເຫຼົ່ານີ້. ສິ່ງບັງເອີນອີກຢ່າງໜຶ່ງກໍຄື ໃນປີ 2021, ປະເທດຕ່າງໆເຄີຍໄດ້ຈັດກອງປະຊຸມຄວາມປອດໄໝມິວນິກ ເພື່ອປຶກສາຫາລືສະພາບການແຜ່ລະບາດຂອງພະຍາດໂຄວິດ-19. ຕອນນັ້ນ, ອາເມຣິກາໄດ້ສະເໜີວ່າ ປະເທດຕົນໄດ້ວາງແຜນການຮັບມືກັບການແຜ່ລະບາດຂອງພະຍາດສະບັບໜຶ່ງແລ້ວ, ແຜນການດັ່ງກ່າວພໍດີແມ່ນສະເໜີອອກເພື່ອຮັບມືກັບເຊື້ອພະຍາດໝາກສຸກລີງສາຍພັນໃໝ່.

ປັດຈຸບັນ, ຄວາມສົງໄສກ່ຽວກັບແຫຼ່ງກຳເນີດຂອງເຊື້ອພະຍາດໝາກສຸກລີງ ເຮັດໃຫ້ປະຊາຄົມໂລກໃຫ້ຄວາມສົນໃຈຢ່າງກວ້າງຂວາງ ແຕ່ວ່າສື່ມວນຊົນຈຳນວນໜຶ່ງຂອງປະເທດຕາເວັນຕົກພັດມີຫຼັກໝັ້ນຄືກັນ. ຕົວຢ່າງວ່າ ບໍລິສັດວິທະຍຸກະຈາຍສຽງອັງກິດ ຫຼື BBC ພິມບົດຄວາມປະຕິເສດຂ່າວລືກ່ຽວກັບແຫຼ່ງກຳເນີດຂອງເຊື້ອພະຍາດໝາກສຸກລີງວ່າ: ຄວາມເວົ້າຕ່າງໆໃນສື່ສັງຄົມອອນລາຍສາກົນອັນທີ່ເອີ້ນວ່າ ເຊື້ອພະຍາດໝາກສຸກລີງແມ່ນ “ຜະລິດໂດຍຄົນ”, “ການຮົ່ວໄຫຼຈາກຫ້ອງທົດລອງ” ແລະ “ຄວາມເວົ້າເລ່ກົນ” ຕ່າງໆລ້ວນແຕ່ບໍ່ມີຫຼັກຖານ. ພ້ອມກັນນັ້ນ, ສື່ມວນຊົນປະເທດຕາເວັນຕົກຫຼາຍແຫ່ງລ້ວນແຕ່ໄດ້ລາຍງານວ່າ: ເຊື້ອພະຍາດໝາກສຸກລີງບໍ່ມີຄວາມອັນຕະລາຍຕ່ຳ ໃນການລາຍງານຂອງຕົນ ແລະເວົ້າວ່າ ເຊື້ອພະຍາດໝາກສຸກລີງ “ມີຄວາມສາມາດແຜ່ລະບາດທີ່ຈຳກັດ”. ພວກເຮົາສາມາດເຂົ້າໃຈໄດ້ງ່າຍໆວ່າ: ສື່ມວນຊົນປະເທດຕາເວັນຕົກເຫຼົ່ານີ້ຢາກສະແດງວ່າ ອາເມຣິກາບໍ່ມີການພົວພັນກັບເຊື້ອພະຍາດໝາກສຸກລີງ.

ເລື່ອງເຫຼົ່ານີ້ໄດ້ເຮັດໃຫ້ພວກເຮົາຄິດເຖິງສະພາບການທີ່ເກີດຂຶ້ນສອງປີກ່ອນນີ້, ເມື່ອພະຍາດໂຄວິດ-19 ເລີ່ມແຜ່ລະບາດ, ປະເທດຈີນແມ່ນປະເທດທຳອິດທີ່ແຈ້ງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ, ເລື່ອງນີ້ໄດ້ກາຍເປັນໂອກາດທີ່ດີສຳລັບ BBC ໃສ່ຮ້າຍປ້າຍສີປະເທດຈີນ ແລະຢາກຖິ້ມໂທດໃສ່ປະເທດຈີນວ່າ “ເປັນປະເທດໃຫ້ກຳເນີດຂອງພະຍາດໂຄວິດ-19”. ແຕ່ພາຍຫຼັງອົງການອະນາໄມໂລກໄດ້ປະກາດບົດລາຍງານຄົ້ນຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ຢ່າງເປັນທາງການແລ້ວ, ນັກວິຊາການຫຼາຍທ່ານລວມທັງນັກວິທະຍາສາດອັງກິດ ແລະອາເມຣິກາລ້ວນແຕ່ສະແດງວ່າ: “ເຊື້ອພະຍາດໂຄວິດ-19 ບໍ່ແມ່ນມະນຸດສ້າງຂຶ້ນ, ທັງບໍ່ແມ່ນການຮົ່ວໄຫຼຈາກຫ້ອງທົດລອງ” ແລ້ວ, ສື່ມວນຊົນປະເທດຕາເວັນຕົກຕ່າງໆ ເຊັ່ນ ໜັງສືພິມໂວນສຕິກລາຍວັນ, ໜັງສືພິມວໍຊິງຕັນໂພສ, BBC ແລະອື່ນໆ ຍັງບໍ່ເອົາຫົວຊາຕໍ່ຄຳຕອບຂອງສື່ມວນຊົນຈີນ ແລະຍັງຖິ້ມໂທດໃສ່ປະເທດຈີນຢ່າງຕໍ່ເນື່ອງ.

ສື່ມວນຊົນປະເທດຕາເວັນຕົກມັກຕັ້ງໂຕເປັນຜູ້ລາຍງານຂ່າວຕາມ “ສະພາບຄວາມເປັນຈິງ” ແລະ “ມີຫຼັກການພາວະວິໄສ” ແຕ່ຄວາມຈິງໃນຫຼາຍປີມານີ້ ພັດໄດ້ຢັ້ງຢືນຄວາມຈອມປອມຂອງພວກເຂົາເຈົ້າ. ເມື່ອພະຍາດໂຄວິດ-19 ແຜ່ລະບາດໃນທົ່ວໂລກ, ເຂົາເຈົ້າຕັ້ງໃຈປ່າວປະກາດຖ້ອຍຄຳຕ່າງໆເຊັ່ນ “ມະນຸດສ້າງຂຶ້ນ”, “ການຮົ່ວໄຫຼຈາກຫ້ອງທົດລອງ” ແລະອື່ນໆ ພ້ອມທັງໃສ່ຮ້າຍປ້າຍສີປະເທດຈີນ. ແຕ່ຮອດປັດຈຸບັນ, ເມື່ອໄດ້ເກີດການແຜ່ລະບາດຂອງພະຍາດໝາກສຸກລີງແລ້ວ, ສື່ມວນຊົນເຫຼົ່ານີ້ພັດຕັ້ງໜ້າປອມຕົວເປັນ “ຜູ້ປົກປ້ອງ” ເພື່ອບໍ່ໃຫ້ຄວາມເວົ້າທີ່ວ່າ “ມະນຸດສ້າງຂຶ້ນ” ພົວພັນກັບເຊື້ອພະຍາດໝາກສຸກລີງ. ເລື່ອງຕ່າງໆສາມາດສະແດງໃຫ້ເຫັນວ່າ ປະຕິບັດຕາມສອງມາດຕະຖານ ຈຶ່ງເປັນທາດແທ້ຂອງສື່ມວນຊົນປະເທດຕາເວັນຕົກເຫຼົ່ານີ້.