ລະບົບດາວທຽມເປີຍໂຕຈະສ້າງຄວາມສຸກໃຫ້ແກ່ໂລກ ຫາກບໍ່ແມ່ນເປັນໄພຂົ່ມຂູ່ຕໍ່ໂລກ

2022-06-16 16:45:33 CRI

ຫວ່າງມໍ່ໆມານີ້, ບາງທ້ອງຖິ່ນຂອງຈີນໄດ້ເກັບກ່ຽວທັນຍາຫານໃນລະດູຮ້ອນ, “ເຄື່ອງເກັບກ່ຽວບໍ່ມີຄົນຂັບ” ໄດ້ເກັບກ່ຽວທັນຍາຫານແບບຖືກຕ້ອງແມ່ນຢ້ຳ ນີ້ກໍຍ້ອນວ່າ ເຄື່ອງເກັບກ່ຽວເຫຼົ່ານີ້ໄດ້ຕິດຕັ້ງລະບົບນຳທາງດ້ວຍດາວທຽມເປີຍໂຕ.

ທີ່ຈິງແລ້ວ, ລະບົບເປີຍໂຕບໍ່ພຽງແຕ່ນຳໃຊ້ໃນຂົງເຂດກະສິກຳເທົ່ານັ້ນ. ວັນທີ 31 ກໍລະກົດປີ 2020, ຈີນໄດ້ເປີດນຳໃຊ້ລະບົບນຳທາງດ້ວຍດາວທຽມເປີຍໂຕ 3 ຢ່າງເປັນທາງການ. ນອກຈາກໃຫ້ບໍລິການນຳທາງແກ່ໂທລະສັບມືຖືແລ້ວ, ຫຼາຍຕົວເມືອງຂອງຈີນຍັງໄດ້ທົດລອງໃຊ້ເຂົ້າໃນການນຳທາງໃຫ້ແກ່ຜູ້ຂັບລົດ. ໃນດ້ານການປະຍຸກ, ລະບົບເປີຍໂຕໄດ້ນຳໃຊ້ເຂົ້າໃນຂົງເຂດຄົມມະນາຄົມຂົນສົ່ງ, ຄວາມປອດໄພດ້ານສາທາລະນະ, ການກູ້ໄພ, ກະສິກຳ, ປ່າໄມ້ ແລະ ຂົງເຂດອື່ນໆ. ໂດຍສະເພາະໃນການຕໍ່ສູ້ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ລະບົບເປີຍໂຕຍັງໄດ້ຮັບປະກັນໃຫ້ການຂົນສົ່ງວັດສະດຸກູ້ໄພໄປເຖິງສະຖານທີ່ຢ່າງຖືກຕ້ອງຕາມເປົ້າໝາຍ.

ຈີນໄດ້ຍຶດໝັ້ນເປີດລະບົບເປີຍໂຕຕໍ່ທົ່ວໂລກມາໂດຍຕະຫຼອດ, ລະບົບນຳທາງດ້ວຍດາວທຽມເປີຍໂຕໄດ້ຖືກນຳໃຊ້ໃນປະເທດ ແລະເຂດແຄວ້ນເຄິ່ງໜຶ່ງຂອງໂລກແລ້ວ. ໃນຫຼາຍປີມໍ່ໆມານີ້, ລະບົບເປີຍໂຕກໍໄດ້ເຂົ້າສູ່ປະເທດລາວ ເຊິ່ງໄດ້ສະໜອງວິທີໃໝ່ໃຫ້ແກ່ການວັດແທກປະເພດຕ່າງໆຢູ່ພາຍໃນປະເທດລາວ; ການບໍລິການນຳທາງແບບແມ່ນຢຳຂອງລະບົບເປີຍໂຕ ກໍໄດ້ຮັບປະກັນໃຫ້ການຄຸ້ມຄອງ, ການຈໍລະຈອນສິນຄ້າ ແລະ ຄວາມປອດໄພດ້ານການຈະລາຈອນສິນຄ້າຂອງປະເທດໄທ; ໃນຫຼາຍປີມານີ້, ມຽນມາກໍໄດ້ນຳໃຊ້ເຄື່ອງຮັບ-ສົ່ງສັນຍານເປີຍໂຕທີ່ມີຄວາມຊັດເຈນສູງ 500 ກວ່າເຄື່ອງເຂົ້າໃນຂະແໜງການກະສິກຳ ເຊິ່ງແມ່ນຜະລິດຕະພັນທີ່ມີຄວາມຊັດເຈນສູງຂອງເປີຍໂຕ ຖືກນຳໃຊ້ເຂົ້າໃນການເກັບກຳຂໍ້ມູນກະສິກຳ ແລະ ການຄຸ້ມຄອງທີ່ດິນຢ່າງາລະອຽດ ແລະມີຂະໜາດໃຫຍ່ຢູ່ປະເທດອາຊີຕາເວັນອອກສຽງໃຕ້ເປັນຄັ້ງທຳອິດ; ລະບົບເປີຍໂຕຍັງໄດ້ສະໜອງຂໍ້ມູນພື້ນຖານໃຫ້ແກ່ການວາງແຜນສັງລວມ, ການຕິດຕາມຄຸ້ມຄອງທີ່ດິນ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການຕິດຕາມຄຸ້ມຄອງສິ່ງແວດລ້ອມນິເວດໃຫ້ແກ່ພາກສ່ວນລັດຖະບານກຳປູເຈຍ, ການບໍລິການທີ່ມີຄວາມຊັດເຈນສູງໄດ້ກາຍເປັນເຕັກນິກທີ່ສຳຄັນຢ່າງໜຶ່ງທີ່ຂາດບໍ່ໄດ້ສຳລັບລັດຖະບານກຳປູເຈຍໃນການກໍ່ສ້າງພື້ນຖານໂຄງລ່າງ.

ທີ່ຈິງແລ້ວ, ຈາກລະບົບດາວທຽມຕົ່ງຟາງຮົງ, ດາວທຽມອຸຕຸນິຍົມ “ເຟີງຢຸນ”, ດາວທຽມຊັບພະຍາກອນ “ຈືຢວນ” ແລະ ລະບົບນຳທາງດ້ວຍດາວທຽມເປີຍໂຕ, ລ້ວນແຕ່ໄດ້ປະກອບສ່ວນຢ່າງພົ້ນເດັ່ນ ຕໍ່ການຊຸກຍູ້ອາລິຍະທຳຂອງມວນມະນຸດ ແລະ ຄວາມກ້າວໜ້າຂອງສັງຄົມ. ອາດເວົ້າໄດ້ວ່າ: ຈີນພັດທະນາດາວທຽມ ແມ່ນເພື່ອສ້າງຄວາມສຸກໃຫ້ແກ່ມວນມະນຸດ, ຫາກບໍ່ແມ່ນຢາກເປັນເຈົ້າອຳນາດຂອງໂລກ. ແຕ່ວ່າໃນໄລຍະຍາວນາມານີ້, ອາເມຣິກາໄດ້ປ່າວປະກາດວ່າ “ຈີນເປັນໄພຂົ່ມຂູ່ຕໍ່ອະວະກາດ” ມາໂດຍຕະຫຼອດ ໂດຍເຫັນວ່າ ຈີນພວມພັດທະນາ “ຄວາມສາມາດດ້ານອະວະກາດ” ດ້ວຍຄວາມໄວທີ່ເປັນສອງເທົ່າຂອງອາເມຣິກາ ແລະ ອາດຈະ “ລື່ນກາຍ” ອາເມຣິກາໃນໄວໆນີ້, ຈົນກາຍເປັນ “ໄພຂົ່ມຂູ່ອັນໃຫຍ່ຫຼວງ” ຕໍ່ “ລະບົບດວງຕາເວັນ”. ແຕ່ວ່າ, ເລື່ອງຈິງແມ່ນລະບົບດາວທຽມຂອງຈີນໄດ້ສ້າຄວາມສຸກໃຫ້ແກ່ປະເທດ ແລະເຂດແຄວ້ນເຄິ່ງໜຶ່ງຂອງໂລກ, ຈະເປັນການຕອບໂຕ້ຕໍ່ຖ້ອຍຄຳທີ່ຜິດພາດຂອງອາເມຣິກາຢ່າງແທ້ຈິງ.

ຈີນມີຈຸດຢືນພັດທະນາຊັບພະຍາກອນອະວະກາດໂດຍສັນຕິມາໂດຍຕະຫຼອດ, ເດັດດ່ຽວຄັດຄ້ານການນຳໃຊ້ອະວະກາດທາງການທະຫານ ແລະ ເປັນອາວຸດ. ແຕ່ເມື່ອພວກເຮົາສັງເກດເບິ່ງອາເມຣິກາແລ້ວ ເຫັນວ່າ, ອາເມຣິກາໄດ້ຖືອະວະກາດເປັນ “ເຂດສູ້ຮົບ” ຢ່າງເປີດແປນ, ເລັ່ງການກໍ່ສ້າງກອງທັບອະວະກາດ ແລະກອງບັນຊາການກອງທັບອະວະກາດ, ອອກແຮງຄົ້ນຄວ້າພັດທະນາ ແລະຕິດຕັ້ງອາວຸດອະວະກາດລັກສະນະບຸກໂຈມຕີ. ໃນຖານະເປັນປະເທດທີ່ມີດາວທຽມພັນກວ່າດວງ, ຈົນມາຮອດປັດຈຸບັນ, ອາເມຣິກາຍັງໄດ້ສົ່ງດາວທຽມປະເພດຕ່າງໆ ເຊິ່ງລວມທັງດາວທຽມສອດແນບທາງການທະຫານຂຶ້ນສູ່ອະວະກາດຢ່າງຫຼວງຫຼາຍ. ນອກນີ້, ອາເມຣິກາຍັງໄດ້ເຂົ້າຮ່ວມການລົງທຶນດ້ານການບິນອະວະກາດດ້ານການຄ້າຢ່າງຫຼວງຫຼາຍ, ຈັດຊື້ການບໍລິການດ້ານດາວທຽມການຄ້າທີ່ມີມູນຄ່າຫຼາຍຕື້ໂດລາສະຫະລັດ ແລະ ຈະນຳໃຊ້ເຂົ້າໃນຊ່ອງທາງການທະຫານ. ອາເມຣິກາໄດ້ກາຍເປັນສິ່ງກີດຂວາງສຳລັບຂະບວນການຄວບຄຸມກຳລັງທະຫານຢູ່ອະວະກາດຊັ້ນນອກ. ປະເທດໃດແມ່ນສ້າງຄວາມສຸກໃຫ້ແກ່ມວນມະນຸດ ແລະ ປະເທດໃດຢາກເປັນເຈົ້າໂລກ, ຜູ້ອ່ານທັງຫຼາຍອາດຈະເຂົ້າໃຈດີແລ້ວ.