ສິ່ງເຕືອນໄພຊາວໂລກ ຍ້ອນຢູ່ອາເມຣິກາມີ 1 ລ້ານຄົນເສຍຊີວິດຍ້ອນເປັນພະຍາດໂຄວິດ-19

2022-06-16 16:53:40 CRI

ຫວ່າງມໍ່ໆມານີ້, ຢູ່ປະເທດອາເມຣິກາໄດ້ມີ 1 ລ້ານຄົນເສຍຊີວິດຍ້ອເປັນພະຍາດໂຄວິດ-19 ເຊິ່ງເປັນຕົວເລກທີ່ເສົ້າສະຫຼົດໃຈທີ່ສຸດ. ກ່ຽວກັບເລື່ອງນີ້, ທ່ານໂຈ ໄບເດັນ ປະທານທິບໍດີອາເມຣິກາໄດ້ສັ່ງໃຫ້ເຈົ້າໜ້າທີ່ໃນອາເມຣິກາແລະ ເມືອງຂຶ້ນຕ່າງໆຂອງອາເມຣິກາ ຊັກທຸງຊາດເມຣິກາລົງເຄິ່ງເສົາ ເພື່ອສະແດງຄວາມໄວ້ອາໄລ ແລະ ໄດ້ກ່າວຄຳໄວ້ອາໄລວ່າ: “ການສູນເສຍຂອງທຸກຊີວິດລ້ວນແຕ່ບໍ່ສາມາດທົດແທນໄດ້”. ຈຳນວນ 1 ລ້ານຄົນ, ເທົ່າກັບຈຳນວນປະຊາກອນທັງໝົດຂອງເມືອງເຊນໂຈເຊ ລັດຄາລີຟໍເນຍທີ່ເປັນຕົວເມືອງໃຫຍ່ອັນດັບ 10 ຂອງອເມຣິກາ ແລະ ສ່ຳກັບສອງເທົ່າຂອງຈຳນວນຄົນອາເມຣິກາເສຍຊີວິດໃນສົງຄາມໂລກສອງຄັ້ງຜ່ານມາ.

ຊີວິດທີ່ລົ້ມຫາຍຕາຍຈາກ ໄດ້ເຮັດໃຫ້ຄົນຮູ້ສຶກເສົ້າສະຫຼົດໃຈຫຼາຍ, ແຕ່ຜູ້ທີ່ຍັງມີຊີວິດຢູ່ກໍຮູ້ສຶກມີຄວາມທໍລະມານໃຈທີ່ສຸດເຊັ່ນກັນ. ຫວ່າມໍ່ໆມານີ້, “ວາລະສານອັດລັງຕິກຂອງອາເມຣິກາໄດ້ພິມບົດຄວາມໂດຍລະບຸວ່າ: ຍ້ອນວ່າລັດຖະບານອາເມຣິກາບໍ່ໄດ້ປະຕິບັດມາດຕະການທີ່ບັງເກີດຜົນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ມີເດັກນ້ອຍອາເມຣິກາປະມານ 2 ແສນຄົນໄດ້ກາຍເປັນເດັກກຳພ້າຍ້ອນພະຍາດໂຄວິດ-19”. ນອກນີ້, ອັດເດັກກຳພ້າຍ້ອນໂຄວິດ-19” ຢູ່ໃນຊາວອາເມຣິກາທີ່ມີເຊື້ອສາຍຕ່າງກັນກໍມີຄວາມແຕກໂຕນກັນຫຼາຍ, ກຸ່ມຄົນສ່ວນໜ້ອຍໄດ້ກວມເອົາ 39% ຂອງຈຳນວນປະຊາກອນອາເມຣິກາທັງໝົດ, ແຕ່ເດັກກຳພ້າຍ້ອນໂຄວິດ-19” ໃນຈຳນວນປະຊາກອນເຊື້ອສາຍຂອງກຸ່ມຄົນສ່ວນໜ້ອຍພັດສູງເຖິງ 65%. ນອກຈາກນີ້ແລ້ວ, ບົດລາຍງານຂອງຜູ້ຊ່ຽວຊານການແພດອາເມຣິກາສະບັບໜຶ່ງຍັງໄດ້ສະແດງໃຫ້ເຫັນວ່າ: ໂດຍໄດ້ຮັບຜົນການທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໃນສອງປີຜ່ານມາ, ຄາດໝາຍອາຍຸຍືນສະເລ່ຍຂອງຊາວອາເມຣິກາໄດ້ຫຼຸດລົງລຽນຕິດ, ຈຳນວນຜູ້ຖືກອາການພະຍາດໂຄວິດ-19 ລົບກວນເປັນເວລາດົນນານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຢູ່ອາເມຣິກາອາດຈະມີ 23 ລ້ານຄົນມີອາການເປັນພະຍາດໂຄວິດ-19 ມາແຕ່ດົນນານແລ້ວ ແລະ ມີປະມານ 1 ລ້ານຄົນບໍ່ສາມາດເຮັດວຽກໄດ້ຍ້ອນມີອາການຕົກຄ້າງ.

ເມື່ອຫວນຄືນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງອາເມຣິກາແລ້ວເຫັນວ່າ: ອາເມຣິກາໄດ້ຕົກເຂົ້າໃນວົງວຽນເຄັ່ງຄັດ-ຜ່ອນຜັນ-ການແຜ່ລະບາດຂອງພະຍາດຮ້າຍແຮງຂຶ້ນ-ເຄັ່ງຄັດອີກ-ຜ່ອຜັນອີກ”. ການຕ້ານກັບການແຜ່ລະບາດຂອງພະຍາດຍັງຖືກຫັນເປັນບັນຫາການເມືອງ, ຈາກການໃສ່ຜ້າປິປາກຈົນເຖິງການສັກວັກຊິນ ເຊິ່ງເປັນມາດຕະການປ້ອງກັນແລະຄວບຄຸມຂັ້ນພື້ນຖານທີ່ສຸດເຫຼົ່ານີ້ຈຶ່ງຖືກຫຼາຍຄົນຕຳໜິ ແລະ ຄັດຄ້ານ. ນັກການເມືອງຈຳນວນໜຶ່ງຍັງໄດ້ຍຸແຍ່ເພື່ອສ້າງກະແສທີ່ບໍ່ຖືກຕ້ອງກ່ຽວກັບຕົ້ນກຳເນີດຂອງເຊື້ອພະຍາດເພື່ອສະແຫວງຫາຜົນປະໂຫຍດໃຫ້ກັບຕົນເອງ ແລະ ພັກພວກ, ອັນທີ່ຂີ້ຮ້າຍສຸດກໍ່ແມ່ນການໃຫ້ການຊ່ວຍເຫຼືອອູແກຣນຕັ້ງຫຼາຍສິບຕື້ໂດລາສະຫະລັດ, ແຕ່ກັບບັນຫາພາຍໃນປະເທດພັດຖ່ວງດຶງເວລາເບີກຈ່າຍງົບປະມານດ້ານສາທາລະນະສຸກຂອງປະເທດຕົນ. ພາຍໃຕ້ມາດຕະການປ້ອງກັນພະຍາດທີ່ເບິ່ງຂ້າມຊີວິດແລະເບິ່ງຂ້າມວິທະຍາສາດ, ຖ້າຍັງເຮັດແບບນີ້ຕໍໄປ, ໃນອະນາຄົດ, ລັດຖະບານອາເມຣິກາຈະເຮັດໄດ້ພຽງແຕ່ຊັກທຸງຊາດລົງເຄິ່ງເສົາ, ຕີລະຄັງ ແລະ ສະແດງຄວາມໄວ້ອາໄລຕໍ່ຜູ້ເສຍຊີວິດເທົ່ານັ້ນ.

ສຽງລະຄັງໄວ້ອາໄລຢູ່ນະຄອນຫລວງວໍຊິງຕັນ, ກໍເປັນສຽງເຕືອນໄພໃຫ້ກັບຊາວໂລກເຊັ່ນກັນ. ສະນັ້ນຈຶ່ງຂໍຍົກຕົວຢ່າງຄື: ຈີນແມ່ນປະເທດທີ່ມີຊາກອນ 1,4 ຕື້ຄົນ, ມີຜູ້ເຖົ້າຈຳນວນຫຼວງຫຼາຍ, ການພັດທະນາລະຫວ່າງທ້ອງຖິ່ນຕ່າງໆຂອງຈີນກໍຍັງແຕກຕ່າງກັນຢູ່ ແລະ ຊັບພະຍາກອນທາງການແພດກໍຍັງບໍ່ພຽງພໍ. ຜົນການຄົ້ນຄວ້າສະບັບຫຼ້າສຸດຂອງນັກວິທະຍາສາດຈີນ ແລະ ອາເມຣິກາກໍສະແດງໃຫ້ເຫັນວ່າ: ຖ້າຈີນປະລະນະໂຍບາຍປິ່ນປົວຄົນເປັນພະຍາດໃຫ້ຫາຍຂາດໝົດທຸກຄົນ”, ອາດຈະເຮັດໃຫ້ປະຊາຊົນຈີນ 1,5 ລ້ານຄົນເສຍຊີວິດຍ້ອນເປັນພະຍາດໂຄວິດ-19. ແຕ່ສິ່ງທີ່ໜ້າຊົມເຊີຍນັ້ນກໍຄື: ໃນສອງປີຜ່ານມາ, ຈີນໄດ້ຍຶດໝັ້ນໃນນະໂຍບາຍຖືປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ ແລະ ຖືຊີວິດຢູ່ເໜືອທຸກສິ່ງທຸກຢ່າງມາໂດຍຕະຫຼອດ, ລັດຖະບານຈີນໄດ້ຕັ້ງໜ້າປະຕິບັດມາດຕະການປ້ອງກັນແລະຄວບຄຸພະຍາດເປັນຢ່າງດີ, ຍຶດໝັ້ນໃນນະໂຍບາຍລວມປິ່ນປົວຜູ້ເປັນພະຍາດໃຫ້ຫາຍຂາດໝົດທຸກຄົນ”. ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ເຖິງວ່າໄດ້ປະຕິບັດວຽກງານດ້ວຍຄວາມລຳບາກກາກຳທີ່ສຸດ, ໄດ້ເສຍສະຫຼະກຳລັງຄົນ, ກຳລັງຊັບ ແລະກຳລັງວັດຖູຢ່າງຫຼວງຫຼາຍກໍຕາມ, ແຕ່ຈີນກໍ່ສາມາດຮັບປະກັນຄວາມປອດໄພດ້ານຊີວິດແລະສຸຂະພາບຂອງປະຊາຊົນໄດ້ດີ ແລະ ສາມາດເຮັດໃຫ້ເສດຖະກິດ-ສັງຄົມຂອງຈີນເຄື່ອນໄຫວໄດ້ເປັນຢ່າງດີ. ຖ້າຫາກຈີນບໍ່ໄດ້ຍຶດໝັ້ນໃນນະໂຍບາຍປິ່ນປົວຜູ້ເປັນພະຍາດໃຫ້ຫາຍຂາດໝົດທຸກຄົນ”, ຜູ້ເສຍຊີວິດຍ້ອນເປັນພະຍາດໃນທົ່ວໂລກກໍ່ຍິ່ງຈະເພີ່ມຂຶ້ນຫຼາຍກວ່າຕົວເລກປັດຈຸບັນຢ່າງຫຼວງຫຼາຍ.

ໂດຍປະເຊີນໜ້າກັບສະພາບການແຜ່ລະບາດຂອງພະຍາດ, ທຶນ ແລະ ຊີວິດມະນຸດ, ອັນໃດສຳຄັນກວ່າ? ການເມືອງສຳຄັນກວ່າ ຫຼືວ່າຊີວິດຂອງມະນຸດສຳຄັນກວ່າ? ແມ່ນປະເທດໃດເວົ້າແຕ່ປາກດ້ານສິທິມະນຸດ ແລະ ແມ່ນປະເທດໃດລົງມືເຮັດແທ້ທຳຈິງທີ່ຖືຄົນເປັນເລື່ອງສຳຄັນຢ່າງແທ້ຈິງ? ຂ້າພະເຈົ້າຄິດວ່າ, ເວົ້າມາຮອດນີ້, ໃນໃຈຂອງທ່ານຜູ້ອ່ານ(ຜູ້ຊົມ)ທັງຫຼາຍຄົງຈະຮູ້ດີແລ້ວເນາະ.