ສູນກວມລວມດ້ານຊີວິດການເປັນຢູ່ຂອງປະຊາຊົນຊຸກຍູ້ການພັດທະນາຊົນນະບົດຈີນໃຫ້ຈະເລີນ

2022-06-17 16:43:44 cri

ນັບແຕ່ປີ 2021 ເປັນຕົ້ນມາ, ເມືອງຢີຢວນແຂວງຊ່ານຕຸ່ງຈີນໄດ້ເລີ່ມຈາກສະພາບຕົວຈິງທີ່ເປັນເມືອງກະສິກຳຢູ່ເຂດພູດອຍ, ມີແຜນຈະລົງທຶນ 230 ລ້ານຢວນ ເພື່ອສ້າງສູນກວມລວມດ້ານຊີວິດການເປັນຢູ່ຂອງປະຊາຊົນ 300 ແຫ່ງໃນທ້າຍເດືອນກັນຍາປີ 2022 ເຊິ່ງສູນກວມລວມເຫຼົ່ານີ້ຈະມີຮ້ານອາຫານສຳລັບຜູ້ອາຍຸສູງ, ຫ້ອງອາບນ້ຳສາທາລະນະ, ຮ້ານຂາຍຢາ ແລະຮ້ານຂາຍເຄື່ອງເປັນຫຼັກ ແລະມີການບໍລິການອື່ນໆອີກດ້ວຍ ເພື່ອໃຫ້ບໍລິການຂັ້ນພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ເຊັ່ນ: ການກິນເຂົ້າ, ການອາບນ້ຳ ແລະການຊື້ເຄື່ອງເປັນຕົ້ນໃຫ້ກັບຜູ້ອາຍຸສູງຢູ່ຊົນນະບົດຈຳນວນ 64.000 ຄົນຂອງ 467 ບ້ານພາຍໃນເມືອງ ເຊິ່ງເປັນການຊຸກຍູ້ການພັດທະນາຊົນນະບົດຈີນໃຫ້ຈະເລີນ.