ທ່ານສີຈິ້ນຜິງ ແລະ ພໍ່

2022-06-19 12:11:55 cri

ຢູ່ໃນຫ້ອງການຂອງທ່ານປະທານສີຈິ້ນຜິງ, ມີຮູບຖ່າຍໃບໜຶ່ງ  ເຊິ່ງໄດ້ບັນທຶກໄວ້ກ່ຽວກັບທ່ານສີຈິ້ນຜິງຍ່າງຫຼິ້ນກັບພໍ່ທີ່ມີອາຍຸສູງ, ພັນລະຍາແລະລູກ.



ທ່ານສີຈົ້ງຊຸ່ນ ພໍ່ຂອງທ່ານປະທານສີຈິ້ນຜິງມີບົດບາດຢ່າງຫຼວງຫຼາຍຕໍ່ການເຕີບໃຫຍ່, ຈິດໃຈແລະການປະພຶດຂອງທ່ານສີຈິ້ນຜິງ ເຊິ່ງໄດ້ສ່ອງແສງໃຫ້ເຫັນໃນຈົດໝາຍສະບັບໜຶ່ງທີ່ລູກຝາກໃຫ້ພໍ່. ຄືໃນປີ 2001, ເມື່ອຮອດວັນເກີດຄົບຮອບ 88 ປີຂອງທ່ານສີຈົ້ງຊຸ່ນ, ທຸກຄົນໃນຄອບຄົວໄດ້ເຕົ້າໂຮມກັນ, ເຫຼືອແຕ່ທ່ານສີຈິ້ນຜິງ ທີ່ເປັນເຈົ້າແຂວງແຂວງຟູຈ້ຽນບໍ່ໄດ້ເມືອບ້ານຍ້ອນຄາວຽກ, ຈຶ່ງໄດ້ຂຽນຈົດໝາຍອວຍພອນວັນເກີດໄປຍັງພໍ່. ໃນຈົດໝາຍສະບັບນີ້, ທ່ານສີຈິ້ນຜິງຂຽນວ່າ: ຕົນເອງເຄົາລົບນັບຖືນິດໄສທີ່ຊື່ສັດຈິງໃຈ ແລະ ຈົງຮັກພັກດີຂອງພໍ່, ຕັດສິນໃຈ “ຮຽນນຳຄຸນສົມບັດຂອງພໍ່”; ເຄົາລົບພໍ່ທີ່ໄດ້ “ສ້າງຄຸນງາມຄວາມດີເພື່ອພັກ ແລະ ປະຊາຊົນ”, “ແຕ່ບໍ່ເຄີຍຖືຕົວ ຫຼື ອວດອົ່ງຈັກເທື່ອ,ຖືຜົນງານທີ່ຍິ່ງໃຫຍ່ສະຫງ່າງາມຂອງຕົນເປັນປຸຍເມກທີ່ຜ່ານພົ້ນໄປ,”; ເຄົາລົບພໍ່ທີ່ “ມີແສງໄຟຮຸ່ງເຮືອງຢູ່ໃນໃຈສະເໝີ, ແລະຍຶດໝັ້ນທິດທາງກ້າວໜ້າທີ່ຖືກຕ້ອງຢ່າງສະເໝີຕົ້ນສະເໝີປາຍ”. ພໍ່ເໝືອນກັບວິລະບຸລຸດທີ່ດຸໝັ່ນ ຊື່ສັດ, ປະກອບສ່ວນເຂົ້າໃນພາລະກິອຂອງປະຊາຊົນຈີນຢ່າງມິດງຽບ.

ທ່ານສີຈິ້ນຜິງຮູ້ສຶກພາກພູມໃຈຕໍ່ການກະທຳຂອງພໍ່, ຈຶ່ງໄດ້ສືບທອດຄຸນທາດທີ່ສູງສົ່ງ ແລະລໍ້າຄ່າຫຼາຍຢ່າງຈາກພໍ່.

 


ຮ່ວມຈິດຮ່ວມໃຈກັບປະຊາຊົນ

ຈາກພູພຽງດິນເຫຼືອງຈົນຮອດສຳນັກງານສູນກາງພັກ, ໃນຫຼາຍສິບປີຜ່ານມາ, ທ່ານສີຈິ້ນຜິງໄດ້ລົງຮາກຖານຍ່າງເຂົ້າໄປເຮືອນເພື່ອຢ້ຽມຢາມປະຊາຊົນ, ຖາມກ່ຽວກັບຊີວິດປະຈຳວັນຂອງປະຊາຊົນ, ເຊິ່ງເຮັດໃຫ້ຄົນເຫັນແລ້ວປະທັບໃຈຫຼາຍ. ທ່ານສີຈິ້ນຜິງເຮັດຄືທີ່ພໍ່ໄດ້ກ່າວໄວ້ວ່າ: “ພະນັກງານການນຳ ແລະ ປະຊາຊົນສະເໝີພາບກັນ, ບໍ່ມີອັນທີ່ວ່າສູງສົ່ງ ຫຼື ຕໍ່າຕ້ອຍ, ຕ້ອງຢູ່ທ່າມກາງປະຊາຊົນສະເໝີ.”


ທ່ານສີຈິ້ນຜິງໄດ້ສືບທອດແບບແຜນຂອງພໍ່. ທ່ານກ່າວວ່າ: “ສະມາຊິກພັກ ແລະພະນັກງານທຸກຄົນ, ມີແຕ່ຄວາມຮັບຜິດຊອບ ແລະ ພັນທະທີ່ຮັບໃຊ້ປະຊາຊົນເທົ່ານັ້ນ, ບໍ່ມີສິດເປັນເຈົ້ານາຍອາດຍາ.”


 

ໃຫ້ຄວາມສຳຄັນກັບການສຳຫຼວດຄົ້ນຄວ້າ

ທ່ານສີຈົ້ງຊຸ່ນ ພໍ່ຂອງທ່ານສີຈິ້ນຜິງໃຫ້ຄວາມສຳຄັນຢ່າງສູງຕໍ່ການສຳຫຼວດຄົ້ນຄວ້າຢ່າງສະເໝີຕົ້ນສະເໝີປາຍ, ເຂົ້າຫາປະຊາຊົນ, ລົງເລິກເພື່ອເກັບກຳສະພາບຄວາມເປັນຈິງ, ຕິດແທດກັບປະຊາຊົນເພື່ອຊອກຫາວິທີແກ້ໄຂທີ່ເໝາະສົມທີ່ສຸດ ຕົວຈິງທີ່ສຸດ ແລະ ຖືກຕ້ອງທີ່ສຸດ. ວິທີການເຮັດວຽກແບບນີ້,ໄດ້ສົ່ງອິດທິພົນໃຫ້ກັບທ່ານສີຈິ້ນຜິງຢ່າງເລິກເຊິ່ງເຊັ່ນກັນ.

ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ,ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາວຽກງານຢູ່ຂັ້ນຮາກຖານ, ໄປຢ້ຽມຢາມປະຊາຊົນຜູ້ທຸກຍາກຢູ່ເຂດພູດອຍ, ເດີນທາງໄປເຂດດິນດຳເພື່ອກວດເບິ່ງສະພາບການຜະລິດສະບຽງອາຫານ, ກວດເບິ່ງສະພາບການຜະລິດຢູ່ໂຮງຈັກໂຮງງານ ແລະອື່ນໆອີກ. ທ່ານສີຈິ້ນຜິງ ໄດ້ໃຊ້ການກະທຳຕົວຈິງ ຊຸກຍູ້ການສ້າງບັນຍາກາດໃຫ້ທົ່ວພັກດຳເນີນການສຳຫຼວດຄົ້ນຄວ້າຕົວຈິງ.

 


ປະຢັດມັດທະຍັດ

ການປະຢັດມັດທະຍັດ,ກໍແມ່ນຄຸນສົມບັດອັນສຳຄັນຢ່າງໜຶ່ງທີ່ທ່ານສີຈິ້ນຜິງ ຮຽນເອົາແບບຢ່າງຂອງພໍ່.

ທ່ານສີຈົ້ງຊຸ່ນດຳລົງຊີວິດປະຢັດມັດທະຍັດຢ່າງເຄັ່ງຄັດ ແລະມີຄວາມເຂັ້ມງວດຫຼາຍໃນການສອນລູກ. ໃນເວລາກິນເຂົ້າ, ຖ້າມີເມັດເຂົ້າຕົກຢູ່ໜ້າໂຕະ, ທ່ານສີຈົ້ງຊຸ່ນກໍຈະຈັບຂຶ້ນມາກິນ ໂດຍບໍ່ໃຫ້ຕົກເຮ່ຍແມ່ນແຕ່ໜ້ອຍດຽວ.

ພາຍໃຕ້ການສັ່ງສອນຂອງພໍ່, ທ່ານສີຈິ້ນຜິງໄດ້ສ້າງຄວາມຊິນເຄີຍໃນການປະຢັດມັດທະຍັດມາຕັ້ງແຕ່ຍາມນ້ອຍ. ທ່ານປະທານສີຈິ້ນຜິງກ່າວວ່າ: ປະຢັດ ແລະ ລຽບງ່າຍ, ສະກັດກັ້ນການສິ້ນເປືອງຟຸມເຟືອຍ, ນີ້ແມ່ນມໍລະດົກທີ່ສືບທອດກັນມາໃນທຸກເຊັ່ນຄົນຂອງພັກເຮົາ. ປະຈຸບັນ, ເງື່ອນໄຂການດຳລົງຊີວິດຂອງພວກເຮົາດີຂຶ້ນຫລາຍແລ້ວ, ແຕ່ຈິດໃຈສູ້ຊົນຢ່າງທໍລະຫົດອົດທົນບໍ່ໃຫ້ລົດລະແມ່ນແຕ່ໜ້ອຍດຽວ, ຕ້ອງຍຶດໝັ້ນການສ້າງຄຸນສົມບັດໃຫ້ກັບຕົນເອງ ແລະສ້າງພາລະກິດດ້ວຍການປະຢັດມັດທະຍັດ, ຍຶດໝັ້ນການເຮັດວຽກທຸກຢ່າງດ້ວຍຄວາມດຸໝັ່ນ ແລະ ປະຢັດມັດທະຍັດ.” 

ແບບຢ່າງທີ່ີດີມີບົດບາດທີ່ສຳຄັນຢ່າງຍິ່ງ. ຄວາມເວົ້າ ແລະການປະພຶດຂອງພໍ່, ໄດ້ສອນທ່ານສີຈິ້ນຜິງໃຫ້ຮູ້ວ່າ: ຄວນເຮັດແນວໃດຈຶ່ງຈະສາມາດກາຍເປັນຄົນທີ່ບໍລິສຸດ ແລະ ສ້າງປະໂຫຍດໃຫ້ກັບປະຊາຊົນໄດ້. ແນວທາງປະຊາຊົນເຊັ່ນ:ການສຳຫຼວດຄົ້ນຄວ້າ ແລະການປະຢັດມັດທະຍັດ, ມໍລະດົກທີ່ສືບທອດກັນມາທຸກເຊັ່ນຄົນຢູ່ໃນພັກໃຫຍ່ທີ່ມີປະຫວັດສາດເປັນຮ້ອຍປີນີ້, ກໍແມ່ນຄຸນສົມບັດທີ່ລໍ້າຄ່າທີ່ໄດ້ສືບທອດ ແລະ ເສີມຂະຫຍາຍເລື້ອຍມາລະຫວ່າງທ່ານສີຈົ້ງຊຸ່ນ ແລະທ່ານສີຈິ້ນຜິງທີ່ເປັນຊາວພັກກອມມູນິດຈີນສອງເຊັ່ນຄົນ.