ສະພາແຫ່ງຊາດລາວ ປະກາດແຕ່ງຕັ້ງ ຍົກຍ້າຍສະມາຊິກລັດຖະບານ

2022-06-20 15:01:52 cri

 ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດລາວຊຸດທີ IX ໃນພາກເຊົ້າຂອງວັນທີ 20 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດໄດ້ ຂຶ້ນຜ່ານຄຳສະເໜີຂອງ ທ່ານນາຍົກລັດຖະມົນຕີ ວ່າດວ້ຍການພິຈາລະນາຮັບຮອງເອົາການແຕ່ງຕັ້ງ ຮອງນາຍົກລັຖະມົນຕີ ແລະພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ.

      ຜ່ານການປະກອບຄຳຄິດຄຳເຫັນຂອງບັນດາ ສສຊ, ສະພາແຫ່ງຊາດ ໄດ້ຮັບຮອງການແຕ່ງຕັ້ງ ທ່ານ ສະເຫລີມໄຊ ກົມມະສິດເປັນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງແຂວງສະຫວັນນະເຂດ ເປັນປະທານອົງການກວດສອບແຫ່ງລັດ. 

      ນອກຈາກນີ້, ສຊຊ ຍັງໄດ້ເຫັນດີຮັບຮັບຮອງເອົາການຍົກຍ້າຍ ແລະແຕ່ງຕັ້ງສະມາຊິກລັດຖະບານ ຕາມການສະເຫນີຂອງທ່ານນາຍົກລັດຖະມົນຕີຄືເຫັນດີແຕ່ງຕັ້ງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ(ຫສນຍ), ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປເປັນລັດຖະມົນຕີ ຫສນຍ, ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ໄປເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລະທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນກະຊວງການເງິນ ໄປເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ.