ລູກສາວຂອງທ່ານໂຣດຣິໂກ ດູເຕີເຕຮັບຕຳແໜ່ງຮອງປະທານາທິບໍດີຟີລິບປິນ

2022-06-20 12:28:51 CRI


     ຕາມຂ່າວສານລອຍເຕີຂອງອັງກິດລາຍງານວ່າ: ວັນທີ 19 ມິຖຸນາປີ 2022 ຕາມເວລາທ້ອງຖິ່ນ, ທ່ານນາງຊາຣາ ດູເຕີເຕ ຄາປິໂອ ລູກສາວຂອງທ່ານໂຣດຣິໂກ ດູເຕີເຕ ປະທານາທິບໍດີຟີລິບປິນໄດ້ສາບານຕົວຂຶ້ນດຳລົງຕຳແໜ່ງຮອງປະທານາທິບໍດີຟີລິບປິນ.


     ຕາມຂ່າວແຈ້ງໃຫ້ຮູ້ວ່າ: ພິທີສາບານຕົວຂຶ້ນຮັບຕຳແໜ່ງແມ່ນຈັດຂຶ້ນຢູ່ເມືອງດາວາວ ບ້ານເກີດຂອງທ່ານນາງຊາຣາ, ໃນເວລາກ່າວຄຳປາໄສ, ທ່ານນາງຊາຣາໄດ້ຮຽກຮ້ອງໃຫ້ປະເທດຕ້ອງສາມັກຄີກັນກວ່າເກົ່າ.


     ທ່ານນາງຊາຣາປີນີ້ອາຍຸ 44 ປີ, ໃນການເລືອກຕັ້ງປະທານາທິບໍດີໂດຍທົ່ວໄປຂອງຟີລິບປິນທີ່ຈັດຂຶ້ນໃນເດືອນພຶດສະພາປີນີ້, ທ່ານນາງໄດ້ເຂົ້າຮ່ວມການເລືອກຕັ້ງໂດຍຮ່ວມມືກັບທ່ານເຟີດິນານດ໌ ໂຣມູອັນເດສ໌ ມາຄົສ, ທ່ານມາຄົໄດ້ຮັບໄຊຊະນະດ້ວຍຄະແນນສຽງສ່ວນຫຼາຍ ແລະຈະສາບານຕົວຂຶ້ນດຳລົງຕຳແໜ່ງປະທານາທິບໍດີຟີລິບປິນໃນວັນທີ 30 ມິຖຸນານີ້, ຂະນະດຽວກັນ ທ່ານໂຣດຣິໂກ ດູເຕີເຕຈະລົງຈາກຕຳແໜ່ງປະທານາທິບໍດີຟີລິບປິນ.