ອາເມຣິກາໄດ້ລັກລອບຂໍ້ມູນອິນເຕີເນັດທົ່ວໂລກຕາມລຳພັງໃຈ ເຊິ່ງໄດ້ເປັນໄພຂົ່ມຂູ່ຊ້ອນແຝງອັນໜັກໜ່ວງຕໍ່ຄວາມໝັ້ນຄົງທາງອິນເຕີເນັດໃນທົ່ວໂລກ

2022-06-20 11:28:57 CRI

ວັນທີ 13 ມິຖຸນາ 2022 ນີ້, ເວັບໄຊແອນເຊີ ທີ່ເປັນສື່ມວນຊົນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານຂອງຈີນໄດ້ເຜີຍແຜ່ບົດຄວາມດ້ານຄວາມໝັ້ນຄົງຫຼ້າສຸດາບົດໜຶ່ງ ໂດຍໄດ້ເປີດເຜີຍຜົນກະທົບທີ່ອັບປະຍົດຂອງອາເມຣິກາໃນການລັກບອບຂໍ້ມູນຂ່າວສານທົ່ວໂລກ.

ບົດຄວາມລະບຸວ່າ, ໃນຫຼາຍປີມານີ້, ພະແນກການເຄື່ອນໄຫວເຕັກນິກເຊື່ອມໂຍງ ຫຼື TAO ທີ່ເປັນພະແນກເກັບກຳຂ່າວລັບທີ່ຂຶ້ນກັບອົງການຄວາມໝັ້ນຄົງແຫ່ງຊາດອາເມຣິກາ ຫຼື NSA ໄດ້ໃຊ້ອາວຸດບຸກໂຈມຕີທາງອິນເຕີເນັດມາເປັນໄລຍະດົນນານ, ໄດ້ລັກລອບຂໍ້ມູນຂອງຜູ້ໃຊ້ອິນເຕີເນັດທົ່ວໂລກໂດຍບໍ່ມີການຈຳແນກ. ໃນໄລຍະ 1 ເດືອນຜ່ານມາ, ອົງການ NSA ໄດ້ລັກລອບເອົາຂໍ້ມູນອິນເຕີເນັດ 97 ຕື້ຫົວຂໍ້ ແລະ ຂໍ້ມູນລົມສາຍທາງໂທລະສັບ 124 ຕື້ຫົວຂໍ້ ໂດຍຜ່ານຈາກອາວຸດ “ຮຸ່ນຍົນບໍ່ມີຂີດຈຳກັດ” ຫຼື BOUNDLESSINFORMANT.

ດັ່ງຄຳເວົ້າຂອງທ່ານ ວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນທີ່ວ່າ: “ບໍ່ວ່າທ່ານແມ່ນໃຜ, ບໍ່ວ່າທ່ານຢູ່ໃສ, ຂໍພຽງແຕ່ທ່ານໄດ້ນຳໃຊ້ອິນເຕີເນັດ, ກໍອາດຈະມີຄົນດັກເບິ່ງທ່ານຢູ່ເບື້ອງຫຼັງ.” ສ່ວນຜູ້ທີ່ດັກເບິ່ງຢູ່ຢ່າງລັບນັ້ນ ກໍແມ່ນພາກສ່ວນຂ່າວລັບອາເມຣິການັ້ນເອງ.

ປີ 2013, ທ່ານ ເອດເວີດ ສະໂນເດັນ Edward Snowden ພະນັກງານອົງການຂ່າວລັບສູນກາງອາເມຣິກາຫຼື CIA ໄດ້ເຜີຍແຜ່ເອກະສານລັບຂອງໂຄງການດັກຟັງຂອງອົງການຄວາມໝັ້ນຄົງແຫ່ງຊາດອາເມຣິກາສູ່ໂລກ. ຫຼັງຈາກນັ້ນ, ການດັກຟັງ ແລະຕິດຕາມຄວບຄຸມທົ່ວໂລກຂອງອາເມຣິກາຖືກເປີດເຜີຍຕໍ່ທົ່ວໂລກ. ຈາກຄູ່ແຂ່ງເຖິງພັນທະມິດ, ຈາກການນຳຂັ້ນສູງເຖິງປະຊາຊົນທຳມະດາຂອງປະເທດຕ່າງໆ, ຂໍ້ມູນສ່ວນຕົວຂອງປະເທດຕ່າງໆໃນໂລກ ໄດ້ກາຍເປັນແຫຼ່ງຂ່າວລັບຂອງອາເມຣິກາໝົດ. ແຕ່ວ່າ, ພາຍຫຼັງເຫດການດັກຟັງຖືກເປີດເຜີຍແລ້ວ, ອາເມຣິກາພັດໄດ້ເພີ່ມທະວີການຕິດຕາມດັກຟັງ ແລະລັກລອບຂໍ້ມູນທາງອິນເຕີເນັດ ແລະ ເຄືອຂ່າຍໂທລະຄົມຂອງປະເທດອື່ນຫຼາຍກວ່າເກົ່າ ດ້ວຍຂໍ້ອ້າງຄວາມໝັ້ນຄົງທາງອິນເຕີເນັດ. ປີ 2020, ພາກສ່ວນຂ່າວລັບກະຊວງປ້ອງກັນປະເທດອາເມຣິກາໄດ້ຮັບງົບປະມານ 23,1 ຕື້ໂດລາສະຫະລັດ ຈາກລັດຖະສະພາອາເມຣິກາ ເຊິ່ງໄດ້ສ້າງສະຖິຕິສູງສຸດໃນຮອບ 9 ປີ.

ອາເມຣິກາໄດ້ໂຈມຕີ ແລະລັກລອບຂໍ້ມູນທາງອິນເຕີເນັດຂອງປະເທດຕ່າງໆ, ທີ່ຈິງແລ້ວແມ່ນອາເມຣິກາໄດ້ກໍ່ “ສົງຄາມທາງອິນເຕີເນັດ” ທີ່ບໍ່ມີການຈຳແນກຕໍ່ປະເທດຕ່າງໆໃນໂລກ, ທຸກຄົນລ້ວນແຕ່ແມ່ນເປົ້າໝາຍໂຈມຕີຂອງເຂົາ ເຊິ່ງໄດ້ເປັນໄພຂົ່ມຂູ່ທີ່ຊ້ອນແຝງຢູ່ຢ່າງບໍ່ສ້ຽງສຸດ ຕໍ່ຄວາມໝັ້ນຄົງທາງອິນເຕີເນັດຂອງໂລກ.