ບັນຍາກາດເບີກບານມ່ວນຊື່ນຢູ່ເຂດບໍລິຫານພິເສດຮົງກົງນັບມື້ນັບຟົດຟື້ນຂຶ້ນໃນໂອກາດວັນສະເຫຼີມສະຫຼອງຮົງກົງກັບຄືນສູ່ປະເທດຈີນຄົບຮອບ 25 ປີທີ່ຈະມາເຖິງ

2022-06-20 15:24:33 cri

      ໃນໂອກາດວັນສະເຫຼີມສະຫຼອງຮົງກົງກັບຄືນສູ່ປະເທດຈີນຄົບຮອບ 25 ປີໃກ້ຈະມາເຖິງ. ຜ່ານການບຸກບືນສູ້ຊົນມາເປັນເວລາ 25 ປີ ແລະຈະກ້າວເຂົ້າສູ່ເສັ້ນທາງໃໝ່ຕື່ມອີກ. ໃນຫຼາຍມື້ຜ່ານມາ, ວົງການຕ່າງໆຢູ່ເຂດບໍລິຫານພິເສດຮົງກົງໄດ້ຈັດກິດຈະກຳສະເຫຼີມສະຫຼອງດ້ວຍຫຼາຍຮູບແບບ,ຢູ່ຕາມຖະໜົນຫົນທາງຕ່າງໆໄດ້ປະດັບປະດາໄປດ້ວຍທຸງຊາດແລະທຸງເຂດພິເສດກໍຄືຄຳຂວັນອວຍພອນຕ່າງໆຢ່າງມີບັນຍາກາດເບີກບານມ່ວນຊື່ນນັບມື້ນັບຟົດຟື້ນຂຶ້ນ.