ສະຖານີເຟີ່ງໄທປັກກິ່ງເຊິ່ງເປັນສະຖານີສູນກາງຜູ້ໂດຍສານເສັ້ນທາງລົດໄຟໃຫຍ່ທີ່ສຸດຂອງທະວີບອາຊີເລີ່ມເປີດບໍລິການແລ້ວ

2022-06-20 16:21:15 CRI

 

ຕາມຂ່າວCRI: ວັນທີ 20 ມິຖຸນານີ້, ເນື່ອງຈາກໂຄງການຖືກດັດແກ້ແລະຂະຫຍາຍການກໍ່ສ້າງມາເປັນເວລາເກືອບ 4 ປີ, ສະຖານີເຟີ່ງໄທປັກກິ່ງເລີ່ມເປີດບໍລິການແລ່ນລົດດ້ວຍໂສມໜ້າໃໝ່, ຈາກສະຖານີລົດໄຟແຫ່ງທຳອິດພາຍໃນຕົວເມືອງປັກກິ່ງກາຍເປັນສະຖານີສູນກາງຜູ້ໂດຍສານເສັ້ນທາງລົດໄຟໃຫຍ່ທີ່ສຸດຂອງທະວີບອາຊີໃນປັດຈຸບັນນີ້, ສະຖານີເຟີ່ງໄທປັກກິ່ງເປັນສັນຍາລັກໃຫ້ແກ່ຂະບວນການພັດທະນາຂອງເສັ້ນທາງລົດໄຟຈີນມາເປັນເວລາ 100 ກວ່າປີ. ນັບແຕ່ມື້ນີ້ເປັນຕົ້ນໄປ, ປັກກິ່ງໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາດ້ານຄົມມະນາຄົມທີ່ມີສະຖານີສູນກາງບໍລິການຜູ້ໂດຍສານຂະໜາດໃຫຍ່ 7 ແຫ່ງແລະສະໜາມບິນສາກົນ 2 ແຫ່ງ.




ສະຖານີເຟີ່ງໄທປັກກິ່ງໄດ້ຮັບການກໍ່ສ້າງນັບແຕ່ປີ 1895 ເປັນຕົ້ນມາ, ແມ່ນສະຖານີລົດໄຟທີ່ເກົ່າແກ່ກວ່າໝູ່ຂອງປັກກິ່ງ. ສະຖານີເຟີ່ງໄທປັກກິ່ງທີ່ໄດ້ຮັບການດັດແກ້ແລະຂະຫຍາຍການກໍ່ສ້າງ, ກວມເນື້ອທີ່ກໍ່ສ້າງເກືອບ 4 ແສນຕາແມັດ, ແຕ່ລະຊົ່ວໂມງສາມາດຮອງຮັບຜູ້ໂດຍສານທີ່ມາລໍຖ້າລົດໄຟໃນເວລາດຽວກັນໄດ້ 14.000 ຄົນ. ແມ່ນສະຖານີລົດໄຟຂະໜາດໃຫຍ່ທີ່ສຸດ, ທີ່ມີສະຖານີລົດໄຟຄວາມໄວສູງແລະລົດໄຟທຳມະດາອອກແບບຊ້ອນກັນແຫ່ງທຳອິດຂອງຈີນ, ໄດ້ສ້າງຮູບແບບຄົມມະນາຄົມສາມມິຕິຄື ຢູ່ຊັ້ນສູງສຸດຂີ່ລົດໄຟຄວາມໄວສູງ, ພື້ນດິນຂີ່ລົດໄຟທຳມະດາ, ຢູ່ໜ້າດິນຂີ່ລົດໄຟໃຕ້ດິນ, ຢູ່ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານໄດ້ເລືອກການຄົມມະນາຄົມໃນເມືອງຢ່າງບໍ່ມີສິ່ງກີດຂວາງແລະບໍ່ຕ້ອງເສຍເວລາພ້ອມກັນນັ້ນຍັງປະກອບມີລະບົບບໍລິການແບບອັດສະລິຍະ, ແທ່ນບໍລິການການຂົນສົ່ງແບບອັດສະລິຍະ, ເພື່ອເຮັດໃຫ້ການບໍລິການແລ່ນລົດຂອງສະຖານີລົດໄຟເປັນແບບອັດສະລິຍະ.