ອາເມຣິກາປະສົບຄວາມຫຼົ້ມເຫຼວໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດທະວີບ ອາເມຣິກາ, ຄັນຊັ້ນ, ອາເມຣິກາ “ນໍາພາທົ່ວໂລກ” ດ້ວຍຫຍັງ?

2022-06-21 16:16:28 cri

ວັນທີ 10 ມິຖຸນາ 2022 ຜ່ານມານີ້, ກອງປະຊຸມສຸດຍອດທະວີບອາເມຣິກາ ໄດ້ຈົບລົງພາຍໃຕ້ການຄັດຄ້ານຂອງຫຼາຍປະເທດໃນທະວີບອາເມຣິກາ.

ກອງປະຊຸມສຸດຍອດທະວີບອາເມຣິກາໃນຄັ້ງນີ້ ໄດ້ຈັດຂຶ້ນຢູ່ນະຄອນລອສ ແອັງເຈີລິສຂອງປະເທດອາເມຣິກາ. ຈຸດປະສົງຂອງອາເມຣິກາໃນການເປັນເຈົ້າພາບຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອອວດອ້າງ “ຖານະນຳພາ” ຂອງຕົນຢູ່ທະວີບອາເມຣິກາ, ສ້າງສິດເປັນມະຫາ ອໍານາດຂອງຕົນຢູ່ທະວີບອາເມຣິກາ. ແຕ່ວ່າ ກ່ອນຈັດກອງປະຊຸມດັ່ງກ່າວ, ອາເມຣິກາພັດໄດ້ ປະຕິເສດເຊື້ອເຊີນຜູ້ນໍາຂອງປະເທດກູບາ, ນີກາລາກວາ, ເວເນຊູເອນລາແລະປະເທດອື່ນໆເຂົ້າຮ່ວມ ດ້ວຍຂໍ້ອ້າງ “ບັນຫາປະຊາທິປະໄຕ” ເຊິ່ງເຮັດໃຫ້ປະເທດຕ່າງໆ ໃນທະວີບອາເມຣິກາລາຕິນເກີດຄວາມບໍ່ພໍໃຈຢ່າງຮຸນແຮງ. ໃນທີ່ສຸດ, ຈໍານວນ 30 ກວ່າປະເທດໃນ ທະວີບອາເມຣິກາ, ມີຜູ້ນໍາຂອງ 9 ປະເທດ ເຊັ່ນ ແມັກຊິກ, ອູຣູກວາຍ, ໂບລີວີເປັນຕົ້ນ ໄດ້ປະຕິເສດເຂົ້າຮ່ວມກອງປະຊຸມ. ສະນັ້ນ, ກອງປະຊຸມດັ່ງກ່າວ ກໍໄດ້ ກາຍເປັນກອງປະຊຸມສຸດຍອດທະວີບອາເມຣິກາຄັ້ງໜຶ່ງ ທີ່ມີຜູ້ນໍາປະເທດຕ່າງໆ ເຂົ້າຮ່ວມໜ້ອຍທີ່ສຸດ ນັບແຕ່ຈັດກອງປະຊຸມສຸດຍອດທະວີບອາເມຣິກາເປັນຕົ້ນມາ.

ທີ່ຈິງແລ້ວ, ນີ້ກໍບໍ່ເປັນຄັ້ງທໍາອິດທີ່ອາເມຣິກາປະສົບຄວາມຫຼົ້ມເຫຼວ ໃນການເປັນເຈົ້າ ພາບຈັດກອງປະຊຸມສຸດຍອດ ເພື່ອອວດອ້າງຄວາມສາມາດດ້ານການນໍາພາຂອງຕົນ.

ໃນເດືອນທັນວາ ປີ 2021, ອາເມຣິກາໄດ້ເປັນເຈົ້າພາບຈັດກອງປະຊຸມອັນທີ່ເອີ້ນວ່າ “ກອງປະຊຸມສຸດຍອດປະຊາທິປະໄຕ” ຢ່າງຂະໜາດໃຫຍ່ ໂດຍໄດ້ເຊື້ອເຊີນຫຼາຍປະເທດ ທີ່ມີຄວາມບົກຜ່ອງອັນໜັກໜ່ວງໃນດ້ານປະຊາທິປະໄຕ ເຊັ່ນ ອິນເດຍ, ອີຣັກ ແລະປະເທດອື່ນໆ ເຂົ້າຮ່ວມ. ພ້ອມກັນນັ້ນ, ບົດລາຍ ງານຫຼ້າສຸດຂອງຄັງປັນຍາສາກົນພັດໄດ້ຈັດເອົາອາເມຣິກາເຂົ້າໃນບັນຊີລາຍ ຊື່ຂອງປະເທດທີ່ມີຄວາມຖ້ອຍຫຼັງດ້ານປະຊາທິປະໄຕ ເຊິ່ງໄດ້ເຮັດໃຫ້ປະຊາຊົນທົ່ວໂລກຮັບຮູ້ເຖິງທາດແທ້ຂອງກອງປະຊຸມດັ່ງກ່າວທີ່ວ່າ: “ກອງປະຊຸມສຸດຍອດປະຊາທິປະໄຕ” ບໍ່ມີປະຊາທິປະໄຕ ແຕ່ຢ່າງໃດເລີຍ.

ໃນວັນທີ 12 ຫາວັນທີ 13 ພຶດສະພາ 2022 ນີ້, ອາເມຣິກາໄດ້ຈັດກອງປະຊຸມສຸດຍອດສະໄໝພິເສດອາເມຣິກາ-ອາຊຽນ ຢູ່ນະຄອນຫຼວງວໍຊີງຕັນ ໂດຍມີຈຸດປະສົງເຮັດໃຫ້ບັນດາປະເທດສະມາຊິກອາຊຽນກາຍເປັນແນວໜ້າ ໃນການກົດໜ່ວງປະເທດຈີນ. ແຕ່ຜູ້ນໍາຂອງບັນດາປະເທດສະມາຊິກອາຊຽນ ໄດ້ສະແດງທ່າທີຢ່າງຈະແຈ້ງວ່າ: ຈະບໍ່“ເລືອກຝ່າຍ”ລະຫວ່າງອາເມຣິກາກັບຈີນ. ອາເມຣິກາ ປະສົບຄວາມຫຼົ້ມເຫຼວຫຼາຍຄັ້ງ ໃນການເຄື່ອນໄຫວທາງການທູດ, ໄດ້ສະແດງໃຫ້ເຫັນເຖິງ ການເສື່ອມໂຊມລົງດ້ານບົດບາດຂອງອາເມຣິກາ. ຍິ່ງໄປກວ່ານັ້ນ, ມີສື່ມວນຊົນອາເມຣິກາ ລາຍງານວ່າ: ກອງປະຊຸມສຸດຍອດທະວີບອາເມຣິກາໃນຄັ້ງນີ້ ໄດ້ກາຍເປັນ “ໄພພິບັດດ້ານນະ ໂຍບາຍການຕ່າງປະເທດ”ຂອງອາເມຣິກາ.

ອາເມຣິກາໄດ້ປະສົມຄວາມຫຼົ້ມເຫຼວຫຼາຍຄັ້ງ ໃນການເຄື່ອນໄຫວທາງການທູດຍັງໄດ້ ສະແດງໃຫ້ເຫັນເຖິງຄວາມສາມາດດ້ານການນໍາພາຂອງອາເມຣິກາທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງລັດຖະບານໂຈ ໄບເດັນ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ພ້ອມທັງສະແດງໃຫ້ເຫັນວ່າ: ບົດບາດຂອງອາເມຣິກາໃນເວທີສາກົນ ໄດ້ນັບມື້ນັບເສື່ອມໂຊມລົງ ແລະ ຈະບໍ່ມາດາດປະກັນລະບົບມະຫາອໍານາດແບບຂົ້ວດຽວ ຂອງຕົນແລ້ວ.

   ພວກເຮົາກໍຢາກຖາມວ່າ: ອາເມຣິກາໃນປັດຈຸບັນ ຈະ “ນໍາພາທົ່ວໂລກ” ດ້ວຍຫຍັງ? ດ້ວຍຄ່ານິຍົມ ແລະ ປະຊາທິປະໄຕຂອງອາເມຣິກາເອງບໍ? ຫຼືວ່າດ້ວຍການກະທໍາແບບຈອມປອມທີ່ມັກໃຊ້ສອງມາດຕະຖານຂອງເຂົາ?