ບໍລິສັດການບິນສິງກະໂປເປີດບໍລິການຖ້ຽວບິນລະຫວ່າງນະຄອນເສີນເຈີ້ນ-ສິງກະໂປຄືນໃໝ່

2022-06-21 17:24:09 CRI

 

ຕາມຂ່າວCRI: ວັນທີ 20 ມິຖຸນານີ້, ນັກຂ່າວໄດ້ຮັບຊາບຂໍ້ມູນຈາກບໍລິສັດການບິນສິງກະໂປວ່າ, ບໍລິສັດການບິນສິງກະໂປຈະເປີດບໍລິການຖ້ຽວບິນລະຫວ່າງນະຄອນເສີນເຈີ້ນຂອງຈີນຫາສິງກະໂປລະຫັດຖ້ຽວບິນ: SQ847/SQ846ຄືນໃໝ່ນັບແຕ່ວັນທີ 3 ກໍລະກົດປີ 2022 ເປັນຕົ້ນໄປ.

 

ຖ້ຽວບິນນີ້ໃຊ້ຍົນໂດຍສານຂະໜາດກາງແອບັສAIRBUS A350-900 ມີສະເພາະແຕ່ວັນອາທິດບິນໄປກັບໜຶ່ງຖ້ຽວ.

 

ບໍລິສັດການບິນສິງກະໂປໃຫ້ຮູ້ຕື່ມວ່າ, ຜ່ານມາໄດ້ຕັ້ງໜ້າປະສານງານກັນຕາມຄວມຮຽກຮ້ອງຕ້ອງການດ້ານການຕິດຕາມຄຸ້ມຄອງຈາກພາກສ່ວນທີ່ກ່ຽວຂ້ອງຂອງຈີນແລະສິງກະໂປ, ໂດຍມີເງື່ອນໄຂເບື້ອງຕົ້ນຄືຮັບປະກັນຄວາມປອດໄພດ້ານບິນ, ຈະເລັ່ງລັດປະຕິບັດແຜນການຟື້ນຟູການບໍລິການຖ້ຽວບິນໂດຍສານລະຫວ່າງຈີນແລະສິງກະໂປເປັນກ້າວໆ.