ທິມງານແພດແຜນບູຮານຈີນທີ່ໄປຊ່ວຍເຫຼືອກຳປູເຈຍຈັດການປິ່ນປົວໂດຍບໍ່ເສຍຄ່າຢູ່ສະຖານທີ່ກໍ່ສ້າງສະໜາມບິນພະນົມເປັນແຫ່ງໃໝ່

2022-06-21 14:07:00 CRI


     ວັນທີ 19 ມິຖຸນາປີ 2022 ນີ້, ທິມງານການແພດຈີນທີ່ໄປຊ່ວຍເຫຼືອກຳປູເຈຍຕ້ານພະຍາດໂຄວິດ-19 ດ້ວຍແພດແຜນບູຮານຈີນໄດ້ຈັດການກວດແລະປິ່ນປົວພະຍາດໂດຍບໍ່ເສຍຄ່າຢູ່ສະຖານທີ່ກໍ່ສ້າງສະໜາມບິນສາກົນພະນົມເປັນແຫ່ງໃໝ່ທີ່ຮັບເໝົາກໍ່ສ້າງໂດຍບໍລິສັດວິສາວະກຳກໍ່ສ້າງທີ 3 ຈຳກັດຂອງກຸ່ມບໍລິສັດການກໍ່ສ້າງຈີນ, ກຳມະກອນກຳປູເຈຍແລະຈີນທີ່ເຂົ້າຮ່ວມໂຄງການກໍ່ສ້າງດັ່ງກ່າວລ້ວນແຕ່ມີໂອກາດເຂົ້າຮັບການກວດກາແລະປິ່ນປົວ.


     ໃນການເຄື່ອນໄຫວຄັ້ງນີ້, ທິມງານການແພດຈີນທີ່ໄປຊ່ວຍເຫຼືອກຳປູເຈຍຕ້ານພະຍາດໂຄວິດ-19 ດ້ວຍແພດແຜນບູຮານຈີນໄດ້ມອບຢາພື້ນເມືອງຈີນງວດໜຶ່ງໃຫ້ແກ່ໂຄງການດັ່ງກ່າວ ແລະໄດ້ແນະນຳຄວາມຮູ້ກ່ຽວກັບການປິ່ນປົວ, ຍັງໄດ້ສອນວິທີກອບກູ້ສຸກເສີນໃຫ້ກຳມະກອນທັງຫຼາຍ, ພ້ອມກັນນັ້ນ, ຍັງໄດ້ຈັດການຝຶກຊ້ອມການກອບກູ້ສຸກເສີນອີກດ້ວຍ.