ອຸມົງ 13 ແຫ່ງຕາມເສັ້ນທາງລົດໄຟຄວາມໄວສູງລະຫວ່າງຈາກາຕາ-ບັນດຸງໄດ້ເຈາະຊອດສຳເລັດໝົດແລ້ວ

2022-06-22 16:59:17 CRI

 

ຕາມຂ່າວCRI: ວັນທີ 21 ມິຖຸນານີ້, ອຸມົງເລກ 2 ຕາມເສັ້ນທາງລົດໄຟຄວາມໄວສູງລະຫວ່າງຈາກາຕາຫາບັນດັງຂອງອິນໂດເນເຊຍໄດ້ເຈາະຊອດສຳເລັດຢ່າງສະດວກ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ອຸມົງ 13 ແຫ່ງຢູ່ຕາມເສັ້ນທາງລົດໄຟຄວາມໄວສູງລະຫວ່າງຈາກາຕາຫາບັນດຸງໄດ້ເຈາະຊອດສຳເລັດໝົດແລ້ວ, ເຊິ່ງໄດ້ສ້າງພື້ນຖານໃຫ້ແກ່ການສ້າງສຳເລັດແລະຈະເປີດບໍລິການແລ່ນລົດໃນເດືອນມິຖຸນາປີ 2023 .

 

ລົດໄຟຄວາມໄວສູງລະຫວ່າງຈາກາຕາຫາບັນດຸງໄດ້ເຮັດໃຫ້ນະຄອນຫຼວງຈາກາຕາແລະນະຄອນບັງດຸງເຊິ່ງເປັນເມືອງທີ່ໃຫຍ່ທີ4ຂອງອິນໂດເນເຊຍເຊື່ອມຕໍ່ເຂົ້າກັນ, ມີຄວາມຍາວທັງໝົດ 142 ກິໂລແມັດ, ຄວາມໄວໃນການອອກແບບສູງສຸດແມ່ນ 350 ກິໂລແມັດຕໍ່ຊົ່ວໂມງ, ແມ່ນໂຄງການສັນຍາລັກຕາມຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງແລະການຮ່ວມມືຕົວຈິງລະຫວ່າງຈີນ-ອິນໂດເນເຊຍ. ປັດຈຸບັນນີ້, ໂຄງການອຸມົງແລະບ່ອນລະບາຍນ້ຳຕາມເສັ້ນທາງລົດໄຟຄວາມໄວສູງລະຫວ່າງຈາກາຕາຫາບັນດຸງໄດ້ສ້າງສຳເລັດໝົດແລ້ວ, ສ່ວນພື້ນຖານເສັ້ນທາງ, ຂົວແລະສະຖານີລົດໄຟກໍລ້ວນແຕ່ໄດ້ສຳເລັດຫຼາຍກວ່າ 90% ແລ້ວ.