ທ່ານສີຈິ້ນຜິງກ່າວວ່າ: ການມີສ່ວນຮ່ວມ ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ ຈຶ່ງແມ່ນເສັ້ນທາງທີ່ຖືກຕ້ອງ

2022-06-22 22:52:43 cri



ວັນທີ 22ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມເວທີປຶກສາຫາລືອຸດສາຫະກຳການຄ້າບັນດາປະເທດບຣິກສຜ່ານທາງວິດີໂອພ້ອມທັງໄດ້ກ່າວຄຳປາໄສໃນຫົວຂໍ້ສະເພາະ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: “ພູໄທ້ຊ່ານບໍ່ປ່ອຍປະດິນໃດໆ ຈິ່ງເປັນພູໃຫຍ່ໄດ້, ແມ່ນ້ຳ ແລະທະເລບໍ່ປະຕິເສດນ້ຳສາຂາຕ່າງໆຈິ່ງມີຄວາມເລິກ”. ການມີສ່ວນຮ່ວມ ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ ຈຶ່ງແມ່ນເສັ້ນທາງທີ່ຖືກຕ້ອງ. ຕ້ອງຍຶດໝັ້ນການເປີດປະຕູສູ່ພາຍນອກ, ການມີສ່ວນຮ່ວມ, ທັບມ້າງກຳແພງທີ່ເປັນອຸປະສັກກີດຂວາງການພັດທະນາກຳລັງການຜະລິດ, ຊັກນຳແລະຊຸກຍູ້ໂລກາພິວັດໃຫ້ຂະຫຍາຍຕົວຢ່າງປອດໃສ, ເຮັດໃຫ້ເງິນທຶນແລະເຕັກນິກເຄື່ອນໄຫວຢ່າງເສລີ, ເຮັດໃຫ້ຫົວຄິດປະດິດສ້າງແລະສະຕິປັນຍາປາກົດຕົວອອກຢ່າງເຕັມສ່ວນ, ເຕົ້າໂຮມກຳລັງແຮງສັງລວມໃນການຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ. ຕ້ອງປົກປັກຮັກສາລະບຽບການການຄ້າຫຼາຍຝ່າຍທີ່ມີອົງການການຄ້າໂລກເປັນແກນກາງ, ລຶບລ້າງກຳແພງດ້ານການຄ້າ,ການລົງທຶນແລະເຕັກນິກ, ຊຸກຍູ້ການສ້າງເສດຖະກິດໂລກແບບເປີດປະຕູ. ຕ້ອງຍຶດໝັ້ນຫຼັກການທີ່ປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນແລະຊົມໃຊ້ຮ່ວມກັນ, ເພີ່ມທະວີການບໍລິຫານເສດຖະກິດໂລກ, ເພີ່ມລັກສະນະຕົວແທນແລະສິດປະກອບຄຳເຫັນຂອງປະເທດທີ່ເປັນຕະຫຼາດຈະເລີນໃໝ່ແລະປະເທດພວມພັດທະນາ,ເພື່ອຮັບປະກັນຄວາມສະເໝີພາບດ້ານສິດທິ, ກົດລະບຽບແລະໂອກາດຂອງບັນດາປະເທດ.