ທ່ານສີຈິ້ນຜິງກ່າວວ່າ: ບໍ່ລະແວງສົງໄສຍ້ອນເລື່ອງໃດໜຶ່ງທີ່ເກີດຂຶ້ນໃນຊົ່ວຄາວ, ບໍ່ຢ້ານກົວຄວາມສ່ຽງ ແລະ ປະເຊີນໜ້າກັບສິ່ງທ້າທາຍຢ່າງກ້າຫານ

2022-06-22 23:07:00 cri


ຕອນຄ່ຳວັນທີ 22ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມເວທີປຶກສາຫາລືອຸດສາຫະກຳການຄ້າບັນດາປະເທດບຣິກສຜ່ານທາງວິດີໂອພ້ອມທັງໄດ້ກ່າວຄຳປາໄສໃນຫົວຂໍ້ “ກຳແໜ້ນກະແສແຫ່ງຍຸກສະໄໝ ເພື່ອສ້າງອະນາຄົດທີ່ສະຫວ່າງສະໄຫວ”.

 

ທ່ານສີຈິ້ນຜິງກ່າວວ່າ: “ປັດຈຸບັນ, ໂລກກຳລັງເກີດມີການປ່ຽນແປງທີ່ບໍ່ຄ່ອຍເຫັນໃນຮອບຮ້ອຍປີ ບວກກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຮອບສະຕະວັດ ສິ່ງທ້າທາຍຕ່າງໆດ້ານຄວາມໝັ້ນຄົງໄດ້ເກິີດຂຶ້ນເລື້ອຍໆ, ເສດຖະກິດໂລກມີການຟື້ນຟູຢ່າງລຳບາກ, ການພັດທະນາຂອງໂລກໄດ້ປະສົບກັບອຸປະສັກຢ່າງໜັກໜ່ວງ. ໂລກຈະພັດທະນາໄປສູ່ທິດທາງໃດ? ຈະແມ່ນສັນຕິພາບຫຼືສົງຄາມ? ຈະແມ່ນພັດທະນາຫຼືຊຸດໂຊມລົງ? ຈະເປີດປະຕູສູ່ພາຍນອກຫຼື ອັດຕັນ? ຈະຮ່ວມມືກັນຫຼືເປັນປໍລະປັກກັນ? ສິ່ງເຫຼົ່ານີ້ແມ່ນບັນຫາແຫ່ງຍຸກສະໄໝທີ່ຢູ່ຕໍ່ໜ້າພວກເຮົາ. ແມ່ນ້ຳສາຍຍາວຂອງປະຫວັດສາດບາງທີມີຄວາມສະງົບ, ບາງທີມີຄື່ນຟອງຟາດມາຢ່າງຫລຸຫລັ່ງທັ່ງເທ, ແຕ່ຈະກ້າວເດີນໄປໜ້າໃນທີ່ສຸດ. ເຖິງວ່າສະຖານະການສາກົນມີການປ່ຽນແປງເລື້ອຍໆ, ແຕ່ທ່າອ່ຽງທາງປະຫວັດສາດທີ່ເປີດກວ້າງແລະພັດທະນາ ຈະບໍ່ມີການປ່ຽນແປງ, ຄວາມປາຖະໜາໃນການຮ່ວມມືກັນເພື່ອຮ່ວມກັນຮັບມືດັບສິ່ງທ້າທາຍ ກໍຈະບໍ່ມີການປ່ຽນແປງ. ພວກເຮົາຄວນຮັບຮູ້ກົດເກນການພັດທະນາຂອງປະຫວັດສາດຢ່າງຖືກຕ້ອງ, ບໍ່ລະແວງສົງໄສຍ້ອນເລື່ອງໃດໜຶ່ງທີ່ເກີດຂຶ້ນໃນຊົ່ວຄາວ, ບໍ່ຢ້ານກົວຄວາມສ່ຽງ ແລະ ປະເຊີນກັບສິ່ງທ້າທາຍຢ່າງກ້າຫານ, ກ້າວເດີນໄປຂ້າງໜ້າຢ່າງເດັດດ່ຽວຕາມເປົ້າໝາຍການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.