ພວກເຮົາບໍ່ຄວນລືມອຸດົມການແຕ່ຫົວທີຂອງກົດບັດສະຫະປະຊາຊາດ ຈື່ຈຳພາລະກຳທີ່ປົກປັກຮັກາສັນຕິພາບ

2022-06-22 22:33:37 CRI


 

ຕອນຄ່ຳວັນທີ 22ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມເວທີປຶກສາຫາລືອຸດສາຫະກຳການຄ້າບັນດາປະເທດບຣິກສຜ່ານທາງວິດີໂອພ້ອມທັງໄດ້ກ່າວຄຳປາໄສໃນຫົວຂໍ້ “ກຳແໜ້ນກະແສແຫ່ງຍຸກສະໄໝ ເພື່ອສ້າງອະນາຄົດທີ່ສະຫວ່າງສະໄຫວ”

 

 

ທ່ານສີຈິ້ນຜິງກ່າວວ່າ: ປະຫວັດສາດບອກໃຫ້ພວກເຮົາຮູ້ວ່າ, ສັນຕິພາບແມ່ນພາລະກິດຮ່ວມຂອງມວນມະນຸດ, ຕ້ອງການໃຫ້ຝ່າຍຕ່າງໆຮ່ວມກັນຍາດແຍ່ງ ແລະ ປົກປັກຮັກສາ. ມີແຕ່ທຸກຄົນທະນຸຖະໜອມສັນຕິພາບ ແລະປົກປັກຮັກສາສັນຕິພາບ, ມີແຕ່ທຸກຄົນຈື່ຈຳບົດຮຽນທາງລົບທີ່ເຈັບແສບຂອງສົງຄາມ, ສັບຕິພາບຈຶ່ງຈະມີຄວາມຫວັງ. ເມື່ອປະເຊີນໜ້າກັບໂລກທີ່ມີຄວາມປັ່ນປ່ວນ ແລະ ບໍ່ສະຫງົບ, ພວກເຮົາບໍ່ຄວນລືມອຸດົມການແຕ່ຫົວທີຂອງກົດບັດສະຫະປະຊາຊາດ ຈື່ຈຳພາລະກຳທີ່ປົກປັກຮັກາສັນຕິພາບ