ອາເມຣິກາຮູ້ດີແລ້ວວ່າ ຕົນຂາດ “ຜະລິດຕະພັນຂອງຈີນ” ບໍ່ໄດ້

2022-06-22 15:57:48 CRI

ຫວ່າງມໍ່ໆມານີ້, ອົງການພາສີແຫ່ງຊາດຈີນໄດ້ເປີດເຜີຍຂໍ້ມູນການຄ້າກັບຕ່າງປະເທດຂອງຈີນສະບັບຫຼ້າສຸດ ໂດຍສະແດງໃຫ້ເຫັນວ່າ: ໃນເດືອນພຶດສະພາຜ່ານມານີ້, ຍອດມູນຄ່າສົ່ງອອກຂອງຈີນໄດ້ສູງເຖິງ 1.980 ຕື້ຢວນ, ເພີ່ມຂຶ້ນ 15,3% ເມື່ອທຽບໃສ່ເດືອນພຶດສະພາປີຜ່ານມາ.

ສິ່ງທີ່ໜ້າສົນໃຈນັ້ນກໍຄື, ໃນຈຳນວນສິນຄ້າທີ່ຈີນສົ່ງອອກໃນເດືອນພຶດສະພາຜ່ານມານີ້, ອາເມຣິກາໄດ້ນຳເຂົ້າສິນຄ້າທີ່ມີມູນຄ່າ 330 ຕື້ຢວນ, ອາເມຣິກາໄດ້ນຳເຂົ້າສິນຄ້າຈີນຫຼາຍກວ່າອາຊຽນ ທີ່ເປັນຄູ່ການຄ້າໃຫຍ່ອັນດັບ 1 ຂອງຈີນ.

ໃນຫຼາຍປີມໍ່ໆມານີ້, ອາເມຣິກາໄດ້ສຸມກຳລັງເຂົ້າໃນການສະກັດກັ້ນ ແລະກົດໜີບການພັດທະນາຂອງຈີນ. ນັບແຕ່ລັດຖາບານຊຸດກ່ອນຂອງອາເມຣິກາເປັນຕົ້ນມາ, ອາເມຣິກາໄດ້ຂຶ້ນອັດຕາພາສີຢ່າງຫຼວງຫຼາຍ 3 ຮອບ ຕໍ່ສິນຄ້າຈີນທີ່ມີມູນຄ່າ 360 ຕື້ໂດລາສະຫະລັດ ທີ່ສົ່ງອອກຕໍ່ອາເມຣິກາ. ໃນຂະນະດຽວກັນ, ອາເມຣິກາຍັງໄດ້ລົງໂທດວິສາຫະກິດວິທະຍາສາດເຕັກນິກສູງຕ່າງໆຂອງຈີນ ເຊັ່ນ: ບໍລິສັດຫົວເຫວີຍ, ບໍລິສັດ ZTE ເປັນຕົ້ນ ດ້ວຍຂໍ້ອ້າງຄວາມໝັ້ນຄົງແຫ່ງຊາດ ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກອັນໃຫຍ່ຫຼວງຕໍ່ການຜະລິດ ແລະການພັດທະນາຂອງວິສາຫະກິດເຫຼົ່ານີ້.

ທີ່ຈິງແລ້ວ, ເສດຖະກິດສັງຄົມອາເມຣິກາພັດໄດ້ອີງອາໄສຕໍ່ “ການຜະລິດຂອງຈີນ” ໃນລະດັບສູງ.

ວັດຖຸດິບ ແລະ ຊິ້ນສ່ວນຕ່າງໆທີ່ຕ້ອງການໃນການຜະລິດທາງອຸດສາຫະກຳສ່ວນຫຼາຍຂອງອາເມຣິກາ ລ້ວນແຕ່ຕ້ອງການນຳເຂົ້າຈາກຈີນ. ໃນຫຼາຍສິບປີຜ່ານມານີ້, ຜະລິດຕະພັນຂອງຈີນໄດ້ເຊື່ອມຊຶມເຂົ້າທຸກດ້ານໃນຊີວິດຂອງຊັ້ນຄົນຕ່າງໆຂອງອາເມຣິກາ. ຈາກຖົງຕີນຮອດທຸງຊາດອາເມຣິກາ, ຈາກໂທລະສັບມືຖືຮອດເຮືອບິນບໍ່ມີຄົນຂັບ, ເກືອບໝົດທຸກຄອບຄົວໃນສັງຄົມອາເມຣິກາລ້ວນແຕ່ມີສິນຄ້າທີ່ໄດ້ຕິດເຄື່ອງໝາຍ “ຜະລິດຕະພັນຂອງຈີນ”. ຜະລິດຕະພັນຂອງຈີນໄດ້ກາຍເປັນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດຂອງປະຊາຊົນອາເມຣິກາ.

ເມື່ອ 3 ປີກ່ອນ, ລັດຖະບານອາເມຣິກາສັ່ງໃຫ້ຢຸດຕິການນຳໃຊ້ ແລະ ມ້າງອຸປະກອນໂທລະຄົມທີ່ຈີນຜະລິດໃນຂອບເຂດທົ່ວປະເທດອາເມຣິກາ. ແຕ່ຈົນເຖິງປັດຈຸບັນນີ້, ຍັງມ້າງອຸປະກອນເຫຼົ່ານີ້ບໍ່ແລ້ວເທື່ອ, ບາງເຂດ ແລະບາງຊິ້ນສ່ວນທີ່ໄດ້ມ້າງອຸປະກອນຂອງຈີນອອກໄປແລ້ວ ຈະບໍ່ສາມາດໂທແຈ້ງຕຳຫຼວດ 911 ໄດ້. ສະຫຼຸບແລ້ວເຫັນວ່າ, ການລົງໂທດຕໍ່ຜະລິດຕະພັນຂອງຈີນພັດກາຍເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງສາທາລະນະຂອງອາເມຣິກາ.

ເມື່ອປີ 2020, ມີຊາວອາເມຣິກາ 40% ເຫັນວ່າ ອາເມຣິກາຈະຂາດຜະລິດຕະພັນຂອງຈີນບໍ່ໄດ້. ເມື່ອຮອດປີ 2022, ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນເປັນ 65%. ພາຍຫຼັງຊື້ເຄື່ອງໃຊ້ໄຟຟ້າໃນເຮືອນທີ່ມີລາຄາແພງຂອງຍີ່ປຸ່ນ ແລະ ສ.ເກົາຫຼີ ແລະ ຊື້ສິນຄ້າທີ່ບໍ່ມີການຮັບປະກັນດ້ານຄຸນນະພາບຈາກຫວຽດນາມແລ້ວ, ປະຊາຊົນອາເມຣິກາໄດ້ເລືອກຊື້ສິນຄ້າຈີນທີ່ທັງຮັບປະກັນຄຸນນະພາບທັງລາຄາຖືກຄືນໃໝ່. ໂດຍສະເພາະໃນໄລຍະຫຍຸ້ງຍາກທີ່ລາຄາສິນຄ້າໃນສັງຄົມອາເມຣິກາຖີບຕົວສູງຂຶ້ນຢ່າງຫຼວງຫຼາຍ, ຊາວອາເມຣິການັບມື້ນັບຫຼາຍທີ່ເຫັນວ່າ, ຕົນຂາດຜະລິດຕະພັນຂອງຈີນບໍ່ໄດ້ແລ້ວ.

ຄວາມຈິງພິສູດໃຫ້ເຫັນວ່າ, ອາເມຣິກາຂາດຜະລິດຕະພັນຂອງຈີນບໍ່ໄດ້, ອາເມຣິກາໄດ້ຂຶ້ນອັດຕາພາສີຕໍ່ສິນຄ້ານຳເຂົ້າຈາກຈີນ, ໃນນັ້ນ, ມີ 90% ຈະແມ່ນຜູ້ບໍລິໂພກອາເມຣິກາເປັນຜູ້ຮັບຜິດຊອບ. ອາເມຣິກາໄດ້ “ກໍ່ສົງຄາມເສດຖະກິດ” ຕາລຳພັງໃຈ, ໃນທີ່ສຸດ, ຈະສ້າງຜົນກະທົບຕໍ່ອາເມຣິກາເອງ. ອາເມຣິກາຈຳເປັນຕ້ອງສຳຫຼວດຄືນຕໍ່ການກະທຳຂອງຕົນຢ່າງແທ້ຈິງ, ປ່ຽນແປງທ່າທີລົງໂທດຕໍ່ຈີນ ຈິ່ງຈະສາມາດຫຼຸດຄວາມເສຍຫາຍຂອງສອງຝ່າຍໃຫ້ໜ້ອຍລົງ ແລະ ຊ່ວຍຊຸກຍູ້ໃຫ້ເສດຖະກິດໂລກຟື້ນຄືນໄດ້.