ປະເທດຕ່າງໆໃນໂລກຄວນໃຊ້ມາດຕະການຢ່າງຕັ້ງໜ້າ ເພື່ອຮັບມືກັບຜົນກະທົບຈາກການເພີ່ມອັດຕາດອກເບ້ຍຂອງອາເມຣິກາ

2022-06-23 17:19:53 cri

ກ່ອນໜ້ານີ້ບໍ່ດົນ, ທະນາຄານກາງອາເມຣິກາ ຫຼື Fed ໄດ້ປະກາດເພີ່ມອັດຕາດອກເບ້ຍ 0,75%. ນີ້ເປັນການເພີີ່ມດອກເບ້ຍໃນຄັ້ງດຽວຫຼາຍທີ່ສຸດຂອງທະນາຄານກາງອາເມຣິກາ ນັບແຕ່ປີ 1994 ເປັນຕົ້ນມາ. ເມື່ອເບິ່ງການເພີ່ມອັດຕາດອກເບ້ຍ 0,25% ໃນເດືອນມີນາ ແລະ 0,5% ໃນເດືອນພຶດສະພາ ໃນປີດຽວກັນນີ້ ເປັນການເພີ່ມອັດຕາດອກເບ້ຍຢ່າງຂະໜາດ ໃຫຍ່ ແລະເກີນການຄາດຄະເນຂອງວົງການຕ່າງໆ.

ຂໍ້ມູນຫຼ້າສຸດຈາກກະຊວງແຮງງານອາເມຣິກາສະແດງໃຫ້ເຫັນວ່າ, ດັດຊະນີລາຄາຜູ້ບໍລິໂພກ ຫຼື CPI ຂອງອາເມຣິກາໃນເດືອນພຶດສະພາ 2022 ນີ້ ໄດ້ເພີ່ມຂຶ້ນ 8,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ນີ້ເປັນເດືອນທີ 6 ທີ່ CPI ຂອງອາເມຣິກາໄດ້ເພີ່ມຂຶ້ນຫຼາຍກວ່າ 7% ຢ່າງລຽນຕິດ. ການເພີ່ມອັດຕາດອຍເບ້ຍຢ່າງຂະໜາດໃຫຍ່ຂອງທະນາຄານກາງອາເມຣິກາໃນເທື່ອນີ້ ເປັນການສະແດງໃຫ້ເຫັນວ່າ: ອາເມຣິກາຂາດວິທີຄວບຄຸມທີ່ມີປະສິດທິຜົນ ເມື່ອ ປະເຊີນໜ້າກັບອັດຕາເງິນເຟີ້ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ການເພີ່ມອັດຕາດອຍເບ້ຍຢ່າງຂະໜາດໃຫຍ່ຂອງທະນາຄານກາງອາເມຣິກາໃນເທື່ອນີ້ ກໍໄດ້ ເຮັດໃຫ້ປະຊາຊົນອາເມຣິກາ ແລະຕ່າງປະເທດ ມີຄວາມເປັນຫ່ວງຕໍ່ການເສື່ອມໂຊມລົງຂອງເສດຖະກິດນັບມື້ນັບຮຸນແຮງຂຶ້ນ. ໃນຫວ່າງມໍ່ໆມານີ້, ໜັງສືພິມ the Financial Times ຂອງອັງກິດ ໄດ້ເປີດເຜີຍຜົນການສໍາຫຼວດສະບັບຫຼ້າສຸດ ໂດຍສະແດງໃຫ້ເຫັນວ່າ: ມີນັກ ເສດຖະສາດຂັ້ນສູງເກືອບ 70%ໃນທົ່ວໂລກເຫັນວ່າ ເສດຖະກິດອາເມຣິກາຈະຕົກຢູ່ໃນສະພາບເສື່ອມໂຊມລົງໃນປີ 2023. ພ້ອມກັນນັ້ນ, ຕາມຜົນການສໍາຫຼວດສະບັບໜຶ່ງທີ່ເປີດເຜີຍໃນເດືອນມິຖຸນາ 2022 ນີ້ວ່າ: ທະນາຄານໂລກຈະປັບຫຼຸດການຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດ ໂລກໃນປີ 2022 ຢ່າງຫຼວງຫຼາຍນັ້ນລົງເປັນ 2,9%.

ນອກນີ້, ການເພີ່ມອັດຕາດອຍເບ້ຍຢ່າງຂະໜາດໃຫຍ່ຂອງທະນາຄານກາງອາເມຣິກາ ຍັງຈະ ເຮັດໃຫ້ອັດຕາແລກປ່ຽນເງິນໂດລາສະຫະລັດເພີ່ມຂຶ້ນ ເຊິ່ງຈະເຮັດໃຫ້ທຶນຂອງປະເທດຕ່າງໆ ໂດຍສະເພາະແມ່ນທຶນຂອງປະເທດທີ່ກໍາລັງພັດທະນາ ໄຫຼເຂົ້າສູ່ຕະຫຼາດການທະນາຄານຂອງອາເມຣິກາ.ນີ້ຈະເຮັດໃຫ້ປະເທດເຫຼົ່ານີ້ຂາດຄວາມດຸນດ່ຽງລະຫວ່າງລາຍຮັບກັບລາຍຈ່າຍ, ຍິ່ງໄປ ກວ່ານັ້ນ ອາດຈະພາໃຫ້ເກີດວິກິດການດ້ານເງິນຕາຢ່າງຮ້າຍແຮງ.

ໃນປະຫວັດສາດເກືອບຮ້ອຍປີທີ່ຜ່ານມາໄດ້ພິສູດໃຫ້ເຫັນແລ້ວວ່າ: ເມື່ອເສດຖະກິດອາ ເມຣິກາເລີ່ມມີທ່ວງທ່າເສື່ອມໂຊມລົງ, ອາເມຣິກາຈະເອົາປຽບທຶນຮອນຂອງປະເທດຕ່າງໆໃນໂລກ ໂດຍຜ່ານການເພີ່ມອັດຕາດອຍເບ້ຍ ແລະຮູບການອື່ນໆ ເພື່ອຖິ້ມຄວາມສ່ຽງດ້ານເສດຖະກິດຂອງຕົນໃສ່ປະເທດອື່ນ. ສະນັ້ນ, ເພື່ອຮັບມືກັບການກະທໍາດັ່ງກ່າວອາເມຣິກາ, ປະເທດຕ່າງໆ ໃນໂລກຄວນສຸມຄວາມພະຍາຍາມວາງແຜນລ່ວງໜ້າຢ່າງສຸດຂີດ ເພື່ອຮັບມືກັບຜົນກະທົບຂອງການເພີ່ມອັດຕາດອກເບ້ຍຂອງທະນາຄານກາງຂອງອາເມຣິກາ ທີ່ມີຕໍ່ການພັດທະນາຂອງເສດຖະກິດໂລກ.