ປະທານາທິບໍດີອິນໂດເນເຊຍຈະເດີນທາງໄປຢ້ຽມຢາມອູແກຣນແລະຣັດເຊຍ

2022-06-23 15:41:30 CRI

 

ຕາມຂ່າວCRI: ວັນທີ 22 ມິຖຸນານີ້, ເວັບໄຊສຳນັກງານປະທານາທິບໍດີອິນໂດເນເຊຍໄດ້ນຳເອົາແຈ້ງການຂອງທ່ານເຣັດໂນ ມາຊູດີ, ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍມາແຈ້ງຂ່າວວ່າ: ທ່ານໂຈໂຄ ວິໂດໂດ, ປະທານາທິບໍດີອິນໂດເນເຊຍຈະເດີນທາງໄປຢ້ຽມຢາມອູແກຣນແລະຣັດເຊຍພາຍຫຼັງເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມ 7 ປະເທດຫຼື G7 ທີ່ຈະຈັດຂຶ້ນຢູ່ເຢຍລະມັນໃນທ້າຍເດືອນມິຖຸນານີ້,  ຈາກນັ້ນ, ທ່ານໂຈໂຄ ວິໂດໂດຈະຈັດການພົບປະເຈລະຈາກັບທ່ານໂວໂລດີເມຍ ເຊເລນສະກີ, ປະທານາທິບໍດີອູແກຣນແລະທ່ານວະລາດີເມຍ ປູຕີນ, ປະທານາທິບໍດີຣັດເຊຍ.