ເປີດຫໍວັດທະນະທຳປະຫວັດສາດຢາພື້ນເມືອງຈີນຂອງມາເລເຊຍ

2022-06-23 15:40:49 CRI

 

ຕາມຂ່າວCRI: ວັນທີ 22 ມິຖຸນານີ້, ຫໍວັດທະນະທຳປະຫວັດສາດຢາພື້ນເມືອງຈີນຂອງມາເລເຊຍທີ່ສ້າງຕັ້ງຂຶ້ນໂດຍສະພາຢາພື້ນເມືອງຈີນປະຈຳມາເລເຊຍໄດ້ເປີດບໍລິການ. ທ່ານອໍຢາງຢູຈິ້ງ, ເອກອັກຄະລັດຖະທູດຈີນປະຈຳມາເລເຊຍແລະທ່ານລິມບັນຮົງ, ຮອງລັດຖະມົນຕີກະຊວງການຄ້າສາກົນແລະອຸດສາຫະກຳມາເລເຊຍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີເປີດ.

 

ຂ່າວແຈ້ງໃຫ້ຮູ້ວ່າ, ຫໍວັດທະນະທຳແຫ່ງນີ້ເປັນຫໍວາງສະແດງທີ່ມີລັກສະນະຖາວອນທີ່ຕັ້ງຢູ່ຊັ້ນທີສອງຂອງໂຮງໝໍຢາພື້ນເມືອງຈີນກົວລາລຳເປີ. ຫໍວັດທະນະທຳປະຫວັດສາດໄດ້ວາງສະແດງເອກະສານ, ຮູບພາບ, ວັດຖຸບູຮານ, ເຄື່ອງສະສົມທີ່ມີຄຸນຄ່າດ້ານວັດທະນະທຳຢາພື້ນເມືອງຈີນແລະອື່ນໆຢ່າງອຸດົມສົມບູນ, ເລື່ອງເພື່ອບັນຍາຍລາວກ່ຽວກັບຢາພື້ນເມືອງຈີນຢູ່ມາເລເຊຍ, ສະແດງຄວາມເປັນມາແລະການພັດທະນາຂອງຂະແໜງການຢາພື້ນເມືອງຈີນຂອງມາເລເຊຍ, ເນັ້ນໃຫ້ເຫັນຢ່າງພົ້ນເດັ່ນກ່ຽວກັບຜົນສຳເລັດທີ່ມີລັກສະນະພິເສດດ້ານຢາພື້ນເມືອງຈີນຂອງມາເລເຊຍ.