ເປັນຫຍັງລົດໃຊ້ພະລັງງານໄຟຟ້າຈຶ່ງໄດ້ຮັບຄວາມນິຍົມຢູ່ຈີນ?

2022-06-23 19:01:26 cri

ຕາມຂໍ້ມູນຫຼ້າສຸດຈາກສະມາຄົມອຸດສາຫະກໍາລົດຂອງຈີນ: ປະລິມານການຈໍາໜ່າຍລົດພະລັງງານໃໝ່ສາກໄຟຂອງຈີນ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ຈາກ 2 ໝື່ນຄັນໃນທ້າຍປີ 2012 ເພີ່ມຂຶ້ນເປັນ 11 ລ້ານ 8 ໝື່ນຄັນ ໃນທ້າຍເດືອນພຶດສະພາປີ 2022 ນີ້. ປັດຈຸບັນ, ລົດພະລັງງານໃໝ່ສາກໄຟທີ່ນໍາໃຊ້ຢູ່ຈີນ ໄດ້ບັນລຸ 5 ລ້ານ 8 ແສນຄັນ, ກວມເອົາ 50% ຂອງລົດພະລັງງານໃໝ່ສາກໄຟທີ່ນໍາໃຊ້ໃນທົ່ວໂລກ. ນີ້ໄດ້ສະແດງໃຫ້ເຫັນວ່າ ຈີນໄດ້ກາຍເປັນຕະຫຼາດລົດພະລັງງານໃໝ່ສາກໄຟທີ່ໃຫຍ່ທີ່ສຸດໃນໂລກ.


ສ່ວນລັດຖະບານຈີນ ກໍໄດ້ວາງນະໂຍບາຍຕ່າງໆ ເພື່ອສົ່ງເສີມການນໍາໃຊ້ລົດພະລັງງານໃໝ່ສາກໄຟ ເຊັ່ນ ໃຫ້ເງິນອຸດໜູນ, ຍົກເວັ້ນພາສີ ແລະອື່ນໆ. ມາຮອດທ້າຍປີ 2021, ຢູ່ຈີນໄດ້ສ້າງໝໍ້ສາກໄຟ 2 ລ້ານ 6 ແສນ 1 ໝື່ນ 7 ພັນແຫ່ງ, ສະຖານີປ່ຽນໝໍ້ໄຟ 1.298 ແຫ່ງ ເຊິ່ງໄດ້ປະກອບເປັນເຄືອຂ່າຍສາກໄຟ ແລະປ່ຽນໝໍ້ໄຟທີ່ໃຫຍ່ທີ່ສຸດໃນໂລກ. ພ້ອມກັນນີ້,ເຕັກນິກດ້ານໝໍ້ໄຟຂອງຈີນ ກໍໄດ້ມີການບຸກທະລຸທີ່ສໍາຄັນ ຄືຄວາມໜາແໜ້ນຂອງໝໍ້ໄຟໄດ້ຮັບການຍົກລະດັບໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງໄດ້ເຮັດໃຫ້ລົດພະລັງງານໃໝ່ສາກໄຟເທື່ອໜຶ່ງ ສາມາດແລ່ນໃນໄລຍະທາງໄດ້ໄກກວ່າເກົ່າ.

ຈີນສົ່ງເສີມການພັດທະນາລົດພະລັງງານໃໝ່ ຄື ລົດໃຊ້ພະລັງງານໄຟຟ້າ, ສາກໄຟ ຫຼື ສາກແບັດເຕີຣີ ສາເຫດຕົ້ນຕໍຄື:ໜຶ່ງ, ໃນດ້ານຍຸດທະສາດດ້ານພະ ລັງງານແຫ່ງຊາດ, ການພັດທະນາລົດພະລັງງານໃໝ່ທີ່ໃຊ້ໄຟຟ້າ ສາມາດຫຼຸດການອາໄສການນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ. ສອງ, ໃນດ້ານການປົກປັກຮັກສາສິ່ງແວດລ້ອມ. ລົດນໍ້າມັນເຊື້ອໄຟປ່ອຍກາກບອນດິອົກຊິດ ແລະມົນລະພິດ ເຊິ່ງມີຜົນກະທົບຕໍ່ສຸຂະພາບຂອງຄົນເຮົາ. ສ່ວນລົດພະລັງງານໃໝ່ສາກໄຟ ບໍ່ໄດ້ປ່ອຍກາກບອນດິອົກຊິດ ແລະມົນລະພິດ, ຈະບໍ່ສາມາດເຮັດໃຫ້ອຸນຫະພູມໃນຕົວເມືອງສູງຂຶ້ນ, ສາມາດຫຼຸດ PM2.5, ສາມາດຫຼຸດມົນລະພິດຕໍ່ສິ່ງແວດລ້ອມໃນທົ່ວໂລກ, ສາມາດຊ່ວຍບັນລຸເປົ້າໝາຍການປອດ ກາກບອນດິອົກຊິດ.

ໃນ 10 ປີທີ່ຜ່ານມາ, ອຸດສາຫະກໍາລົດພະລັງງານໃໝ່ສາກໄຟຂອງຈີນ ໄດ້ມີການພັດທະນາຢ່າງຫຼວງຫຼາຍ. ຍີ່ຫໍ້ລົດພະລັງງານໃໝ່ສາກໄຟຂອງຈີນກໍມີຫຼາຍຍີ່ຫໍ້. ໃນລຸ້ນລົດພະລັງງານໃໝ່ສາກໄຟ 10 ອັນດັບໃຫຍ່ໃນໂລກ, ລຸ້ນທີ່ເປັນຍີ່ຫໍ້ຂອງຈີນ ມີ 6 ຍີ່ຫໍ້. ຢູ່ປະເທດຈີນ, ຍີ່ຫໍ້ທີ່ເປັນທີ່ນິຍົມສ່ວນໃຫຍ່ມີຍີ່ຫໍ້ BYD, XPENG, NIO, ຫຼີສຽງ ແລະອື່ນໆ. ນອກນີ້, ຍັງມີບາງຍີ່ຫໍ້ທີ່ ນໍາເຂົ້າຈາກຕ່າງປະເທດ.

ສ່ວນຄົນຈີນກໍນັບມື້ນັບນິຍົມໃຊ້ລົດພະລັງງານໃໝ່ສາກໄຟ ເພາະວ່າລົດພະລັງງານໃໝ່ສາກໄຟ ມີຈຸດດີຫຼາຍຢ່າງ ເຊັ່ນ: ໜຶ່ງ, ຄ່າໃຊ້ຈ່າຍໜ້ອຍ. ລົດພະລັງງານໃໝ່ສາກໄຟແລ່ນ 100 ກໍໂລແມັດ ໃຊ້ຄ່າໄຟຟ້າປະມານ 10 ຢວນ, ສ່ວນນໍ້າມັນເຊື້ອໄຟຕ້ອງໃຊ້ຄ່ານໍ້າມັນປະມານ 50 ຢວນ, ຄ່າໃຊ້ຈ່າຍຫຼຸດລື່ນກັນຫຼາຍ, ສະນັ້ນ, ຄົນຈໍານວນຫຼວງຫຼາຍ ຈຶ່ງນິຍົມໃຊ້ລົດພະລັງງານໃໝ່ສາກໄຟ. ສອງ, ປະຢັດຄ່າໃຊ້ຈ່າຍບົວລະບັດຮັກສາ. ລົດນໍ້າມັນຕ້ອງບົວລະບັດເຄື່ອງຈັກ ແລະປ່ຽນນໍ້າມັນເຄື່ອງເປັນປະຈໍາ. ສ່ວນລົດພະລັງງານໃໝ່ສາກໄຟ ແມ່ນນໍາໃຊ້ເຄື່ອງຈັກໄຟຟ້າ, ສະນັ້ນ, ບໍ່ຕ້ອງໄປກວດເຊັກຫຼາຍຄືລົດໃຊ້ນໍ້າມັນ, ມີແຕ່ຮັກສາໝໍ້ໄຟໃຫ້ດີກໍໄດ້ແລ້ວ. ເມື່ອທຽບກັບລົດໃຊ້ນໍ້າມັນ, ລົດພະລັງງານໃໝ່ສາກໄຟ ສາມາດປະຢັດຄ່າໃຊ້ຈ່າຍໃນການບົວລະບັດຮັກສາຫຼາຍ. ສາມ, ນອກຈາກຄ່າໃຊ້ຈ່າຍບົວລະບັດຮັກສາແລ້ວ, ການຂັບຂີ່ກໍສະບາຍກວ່າລົດໃຊ້ນໍ້າມັນ ເພາະວ່າ ເວລາປ່ຽນເກຍ ມັນກໍບໍ່ເໜັງຕີງຫຼາຍ.