ທ່ານສີຈິ້ນຜິງກ່າວວ່າ: ນີ້ຄືຍຸກສະໄໝທີ່ເຕັມໄປດ້ວຍສິ່ງທ້າທາຍທັງເປັນຍຸກສະໄໝທີ່ເຕັມໄປດ້ວຍຄວາມຫວັງ

2022-06-24 22:18:26 cri

ຕອນຄ່ຳວັນທີ 24 ມິຖຸນານີ້,ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານຂອງກອງປະຊຸມສົນທະນາຂັ້ນສູງວ່າດ້ວຍການພັດທະນາຂອງໂລກທັງໄດ້ກ່າວຄຳປາໄສສຳຄັນຜ່ານທາງວິດີໂອ.

ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ປັດຈຸບັນ, ການແຜ່ລະບາດຂອງພະຍາດໂຄວິດ-19ໄດ້ທຳລາຍໝາກຜົນການພັດທະນາຂອງໂລກໃນຫຼາຍປີມານີ້,  ຂະບວນການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ2030ຂອງອົງການສະຫະປະຊາຊາດໄດ້ຖືກສະກັດກັ້ນ, ຊ່ອງຫວ່າງລະຫວ່າງປະເທດທີ່ພັດທະນາແລ້ວກັບປະເທດພວກມພັດທະນາໄດ້ສືບຕໍ່ຂະຫຍາຍກວ້າງອອກ, ຄວາມໝັ້ນຄົງດ້ານສະບຽງອາຫານແລະພະລັງງານໄດ້ປາກົດມີວິກິດການ. ບາງປະເທດໄດ້ຫັນຫົວຂໍ້ການພັດທະນາເປັນບັນຫາການເມືອງ,ເປັນບັນຫາແຄມຂອບ, ສ້າງກຳແພງຂວາງກັ້ນແລະໃຊ້ມາດຕະການລົງໂທດໃນລະດັບສູງສຸດ, ສ້າງຄວາມແຕກແຍກແລະຄວາມເປັນປໍລະປັກກັນ. ໃນຂະນະດຽວກັນ, ປະຊາຊົນບັນດາປະເທດມີຄວາມປາຖະໜາທີ່ແຮງກ້າກວ່າເກົ່າເພື່ອຢາກມີສັນຕິພາບ, ສະແຫວງຫາການພັດທະນາແລະສົ່ງເສີມການຮ່ວມມື, ປະເທດທີ່ເປັນຕະຫຼາດຈະເລີນໃໝ່ແລະປະເທດພວມພັດທະນາມີຄວາມມຸ່ງໝັ້ນອັນເດັດດ່ຽວຫຼາຍກວ່າເກົ່າໃນການສາມັກຄີແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການປະຕິວັດດ້ານວິທະຍາສາດເຕັກນິກແລະການປ່ຽນແປງດ້ານອຸດສາຫະກຳຮອບໃໝ່ໄດ້ນຳເອົາກາລະໂອກາດຫຼາຍກວ່າເກົ່າມາສູ່ບັນດາປະເທດ.

 

ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ: ນີ້ຄືຍຸກສະໄໝທີ່ເຕັມໄປດ້ວຍສິ່ງທ້າທາຍ ທັງເປັນຍຸກສະໄໝທີ່ເຕັມໄປດ້ວຍຄວາມຫວັງ. ພວກເຮົາຄວນຮັບຮູ້ຢ່າງຈະແຈ້ງຕໍ່ທ່າອ່ຽງລວມແຫ່ງການພັດທະນາຂອງໂລກ, ມີຄວາມໝັ້ນໃຈຢ່າງເດັດດ່ຽວໜຽວໜ້ນ, ກ້າວຂຶ້ນເຄື່ອນໄຫວໃນຕົວຈິງ, ສາມັກຄີແລະຮ່ວມແຮງຮ່ວມໃຈກັນເພື່ອຊຸກຍູ້ການພັດທະນາຂອງໂລກ, ຮ່ວມກັນສ້າງສະພາບການພັດທະນາແບບໃຫ້ຜົນປະໂຫຍດຢ່າງທົ່ວເຖິງ, ດຸນດ່ຽງ, ປະສານງານ,ກວມລວມ, ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ.